ປະທານາທິບໍດີໄບເດັນ ຍົກເລີກການເດີນທາງ ໄປ ອອສເຕຣເລຍ ເພື່ອສົນທະນາເພດານໜີ້ສິນ

ປະທານສະພາຕໍ່າ ທ່ານເຄວິນ ແມັກຄາທີ ຈາກລັດຄາລິຟໍເນຍ (ຊ້າຍ) ແລະຮອງປະທານາທິບໍດີ ທ່ານນາງຄາມາລາແຮຣິສ (ກາງ) ຟັງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່ຽວກັບເພດານໜີ້ສິນ ຢູ່ທຳນຽບຂາວ ວັນທີ 16 ພຶດສະພາ 2023

ປະທານາທິບໍດີໂຈ ໄບເດັນ ໄດ້ຍົກ​ເລີກການເດືອນທາງຂອງທ່ານ ໄປປາປົວ ນິວກີເນຍ ແລະອອສເຕຣເລຍ ​ໃນອາທິດໜ້ານີ້ ເພື່ອສືບຕໍ່ສົນທະນາ​ຫາ​ລື​ກ່ຽວ​ກັບເພດານໜີ້ສິນ ກັບບັນດາຜູ້ນຳລັດຖະສະພາ.

ໂຄສົກທຳນຽບຂາວ ທ່ານນາງແຄເທີີຣີນ ຊັງ-ປີແອຣ ໄດ້ກ່າວຢູ່ໃນຖະແຫລງຂ່າວວ່າ ຫລັງຈາກກອງປະຊຸມ​ສຸດຍອດ​ກຸ່ມ​ຈີເຈັດ ໃນນະຄອນຮິໂຣຊິມາ ປະ ເທດຍີ່ປຸ່ນ ປະ​ທາ​ນາ​ທິ​ບໍ​ດີ​ຈະ​ກັບ​ຄືນ​ສູ່​ວໍ​ຊິງ​ຕັນ​ໃນ​ວັນ​ອາ​ທິດ ເພື່ອເຈ​ລະ​ຈາ​ຫາ​ລື​ກັບ​ຜູ້​ນຳ​ລັດ​ຖະ​ສະ​ພາ ເພື່ອໃຫ້ການຄໍ້າປະກັນວ່າ ສະພາຈະເອົາບາດກ້າວໃຫ້​ທັນ​ກັບເສັ້ນຕາຍ​ສຳ​ລັບ​ຫຼຼີກ​ລ່ຽງ​ບໍ່​ໃຫ້​ເກີດ​ການ​ຜິດ​ນັດ​ໝາຍ​ຈ່າຍ​ໜີ້.”

ພວກເຮົາໄດ້ຖາມວ່າ ການປ່ຽນແປງຂອງຄວາມເວົ້າຢ່າງໃດຢູ່ແຜນການຂອງປະທານາທິບໍດີ ທີ່ຈະເຮັດໃຫ້ບັນດາພັນທະມິດ ແລະບັນດາຄູ່ຕຳແໜ່ງ ທີ່ທ່ານໄດ້ມີກຳນົດທີ່ຈະພົບພໍ້ ຜູ້ປະສານງານ​ຂອງສະພາຄວາມ​ໝັ້ນ​ຄົງແຫ່ງຊາດ​ດ້ານ​ການ​ສື່​ສານຍຸດທະສາດ ທ່ານຈອນ ເຄີບີ ໄດ້ກ່າວຕໍ່ບັນດານັກຂ່າວ ລະຫ່ວາງການລາຍງານໃນຕອນເຊົ້າວັນອັງຄານວ່າ ບັນດາຜູ້ນຳຈະ “ເຂົ້າໃຈວ່າ ປະທາ ນາທິບໍດີ ຍັງຈະໄດ້ເນັ້ນໜັກໃສ່ ເພື່ອໃຫ້ເປັນທີ່ແນ່ນອນວ່າ ພວກເຮົາບໍ່ຜິດນັດ​ໝາຍ​ໃນ​ການ​ຈ່າຍ​ໜີ້.”

ປະທານາທິບໍດີໄບເດັນ ຈະເດີນທາໄປຮິໂຣຊິມາ ໃນວັນພຸດມື້ນີ້. ຈາກຍີ່ປຸ່ນ ທ່ານໄບເດັນ ມີກຳນົດຈະ​ເດີນ​ທາງຕໍ່ໄປນະຄອນຊິດນີ ເພື່ອ​ເຂົ້າ​ຮ່ວມກອງປະ ຊຸມສຸດຍອດສີ່ຝ່າຍ ດ້ວຍການຢຸດແວ່ສັ້ນໆຢູ່ Port Moresby, ປາປົວ ນິວກີເນຍ ເພື່ອພົບປະກັບ ບັນດາຜູ້ນຳ​ໝູ່ເກາະປາຊິຟິກ. ກອງປະຊຸມໄດ້ເປັນໂອກາດການຮ່ວມມືໃຫ້​ລົງເລິກຢູ່ໃນຂົງເຂດທີ່ທ້າທາຍ ແລະ​ສ້າງ​ຄວາມຄືບໜ້າໃຫ້​ແກ່ຜົນປະໂ​ຫຍດທາງຍຸດທະສາດສະຫະລັດ ເພື່ອ​ຕໍ່​ຕ້ານ​ການ​ມີ​ອິດ
ທິ​ພົນ​ເພີ້ມ​ຂຶ້ນ​ຂອງ​ຈີນ.

ອ່ານຂ່າວນີ້ເປັນພາສາອັງກິດ