ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ໄດ້ສະໜອງຕອບຄຳຮ້ອງຂໍການຊ່ວຍເຫລືອຈາກຢູເຄຣນໃນວັນພຸດວານນີ້ດ້ວຍບ້ວງເງິນຊ່ວຍເຫລືອ 800 ລ້ານ ໂດລາ ທີ່ລວມທັງອາວຸດ ແລະອຸປະກອນປ້ອງກັນຊາດຫລາຍປະເພດ ຊຶ່ງເປັນການຕອບສະໜອງ ທີ່ບໍ່ມີການກຳນົດເຂດຫ້າມບິນ ທີ່ປະທານາທິບໍດີຢູເຄຣນ, ທ່ານໂວໂລດິເມຍ ເຊເລັນສ໌ກີ ສະແຫວງຫາ ໃນຂະນະທີ່ປະເທດຂອງທ່ານປະເຊີນໜ້າກັບການໂຈມຕີຢ່າງຕໍ່ເນື່ອງຈາກຣັດເຊຍຢູ່ນັ້ນ.
ແຕ່ທ່ານໄບເດັນຍັງໄດ້ຍົກລະດັບອຸນຫະພູມຂອງສົງຄາມຄຳເວົ້າ ຂອງທ່ານເອງກັບປະທານາທິບໍດີຣັດເຊຍ, ທ່ານວລາດິເມຍ ປູຕິນ.
"ຂ້າພະເຈົ້າຄິດວ່າລາວເປັນອາຊະຍາກອນສົງຄາມ," ນັ້ນຄືຄຳເວົ້າຂອງທ່ານໄບເດັນ ທີ່ກ່າວຕໍ່ນັກຂ່າວໃນກອງປະຊຸມຕໍ່ມາຂອງມື້ດຽວກັນນັ້ນ. ແຕ່ທ່ານບໍ່ໄດ້ອະທິບາຍເຖິງລະອຽດແລະກໍຍ່າງໜີ.
Biden: I think he is a war criminal pic.twitter.com/q3Er0De0KB
— Acyn (@Acyn) March 16, 2022
ໃນການຕອບໂຕ້ຄືນນັ້ນ ໂຄສົກວັງເຄຣັມລິນ, ທ່ານ ດມິຕຣີ ເພສຄອຟ (Dmitry Peskov) ກ່າວຕໍ່ອົງການຂ່າວ TASS ວ່າ ຄໍາເວົ້າຂອງທ່ານໄບເດັນແມ່ນ "ຄໍາເວົ້າທີ່ຍອມຮັບບໍ່ໄດ້ ແລະກໍບໍ່ສາມາດອະໄພໃຫ້ໄດ້."
ເມື່ອຖືກຂໍໃຫ້ເວົ້າລາຍລະອຽດ, ໂຄສົກຂອງທຳນຽບຂາວ, ທ່ານນາງເຈນ ຊາກີ ກ່າວວ່າ “ຄຳເຫັນຂອງທ່ານປະທານາທິບໍດີ ແມ່ນເວົ້າໃຫ້ຮູ້ໝົດ ຢູ່ໃນຫັ້ນແລ້ວ.” ທ່ານນາງບອກວ່າ "ທ່ານເວົ້າຈາກໃຈຂອງທ່ານ ແລະກໍເວົ້າຈາກສິ່ງທີ່ທ່ານໄດ້ ເຫັນໃນໂທລະພາບ, ເຊິ່ງເປັນການກະທໍາທີ່ປ່າເຖື່ອນຂອງຜູ້ນໍາຜະເດັດການທີ່ໂຫດຮ້າຍ ຜ່ານການບຸກລຸກຕ່າງປະເທດຂອງລາວ."
ທ່ານປູຕິນ ໄດ້ເປີດສາກບຸກລຸກຢູເຄຣນເມື່ອສາມອາທິດກ່ອນ. ກໍາລັງທະຫານ ຂອງທ່ານໄດ້ໂຈມຕີໂຮງຫມໍ, ໂຮງຮຽນແລະບ້ານເຮືອນ. ທ່ານເຊເລັນສ໌ກີ ກ່າວວ່າ ມີເດັກນ້ອຍປະມານ 100 ຄົນໄດ້ເສຍຊີວິດຢູ່ໃນການໂຈມຕີຢ່າງເຕັມສ່ວນນັ້ນ.
ເບິ່ງວີດິໂອທ່ານໄບເດັນເຊັນອະນຸມັດການຊ່ວຍເຫລືອແກ່ຢູເຄຣນ
Your browser doesn’t support HTML5
ທ່ານປູຕິນ ໄດ້ເປີດສາກບຸກລຸກຢູເຄຣນເມື່ອສາມອາທິດກ່ອນ. ກໍາລັງທະຫານ ຂອງທ່ານໄດ້ໂຈມຕີໂຮງຫມໍ, ໂຮງຮຽນແລະບ້ານເຮືອນ. ທ່ານເຊເລັນສ໌ກີ ກ່າວວ່າ ມີເດັກນ້ອຍປະມານ 100 ຄົນໄດ້ເສຍຊີວິດຢູ່ໃນການໂຈມຕີຢ່າງເຕັມສ່ວນນັ້ນ.
ຊຸດການຊ່ວຍເຫຼືອໃໝ່ຂອງສະຫະລັດ “ນຳເອົາການຊ່ວຍເຫຼືອດ້ານຄວາມໝັ້ນຄົງຂອງສະຫະລັດໄປໃຫ້ຢູເຄຣນໃນມູນຄ່າທັງໝົດເປັນ 1 ຕື້ໂດລາໃນອາທິດນີ້,” ນັ້ນຄືຄຳເວົ້າຂອງທ່ານໄບເດັນ.
US security assistance - "things are still getting into the hands of the #Ukrainians..." per a senior US defense official "Those routes are still open...there%27s not going to be a pause here" per official
— Jeff Seldin (@jseldin) March 16, 2022
ທ່ານປະທານາທິບໍດີກ່າວຕື່ມອີກວ່າ "ການຊ່ວຍເຫລືອຊຸດໃຫມ່ນີ້ ຢູ່ໃນຕົວຂອງ ມັນເອງ ແມ່ນຈະສະຫນອງການຊ່ວຍເຫຼືອທີ່ບໍ່ເຄີຍມີມາກ່ອນ ໃຫ້ແກ່ຢູເຄຣນ," "ມັນປະກອບມີລະບົບຕໍ່ຕ້ານເຮືອບິນ 800 ຊຸດເພື່ອເຮັດໃຫ້ແນ່ໃຈວ່າ ທະຫານ ຢູເຄຣນສາມາດສືບຕໍ່ສະກັດກັ້ນເຮືອບິນ ແລະ ເຮລິຄອບເຕີທີ່ໄດ້ໂຈມຕີປະຊາ ຊົນຂອງພວກເຂົາເຈົ້າ ແລະປ້ອງກັນເຂດໜ່ານຟ້າ ຂອງຢູເຄຣນ."
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
ເບິ່ງວີດິໂອກ່ຽວກັບຂ່າວນີ້ເປັນພາສາອັງກິດ
Your browser doesn’t support HTML5