ທ່ານ ໄບເດັນ ປະກາດການດໍາເນີນງານກ່ຽວກັບການປ່ຽນແປງຂອງສະພາບອາກາດ ດ້ວຍການໃຫ້ຄໍາໝັ້ນທີ່ເຂັ້ມແຂງຫຼາຍຂຶ້ນ

ປະທານາທິບໍດີ ໂຈ ໄບເດັນ ກ່າວປາໄສກ່ຽວກັບການປ່ຽນແປງທາງສະພາບອາກາດ ແລະພະລັງງານທີ່ສະອາດ ຢູ່ທີ່ສະຖານີພະລັງງານ ເບຣຕັນ, ເມື່ອວັນທີ 20 ກໍລະກົດ 2022, ໃນເມືອງຊໍາເມີເຊັດ, ລັດແມັດຊາຈູເຊັດທ໌.

ປະທານາທິບໍດີ ໂຈ ໄບເດັນ, ໃນວັນພຸດວານນີ້ ໄດ້​ປະ​ກາດ ​ໃນ​ການ​ເອົາບາດ ກ້າວໃໝ່ຢ່າງສຸພາບ ໃນການຕໍ່ສູ້ກັບການປ່ຽນແປງຂອງສະພາບອາກາດ ແລະໃຫ້ຄໍາໝັ້ນວ່າ ຈະມີການດໍາເນີນງານທີ່ເຂັ້ມແຂງຂຶ້ນກວ່າເກົ່າ ໂດຍກ່າວວ່າ “ນີ້ແມ່ນພາວະສຸກເສີນ, ແລະຂ້າພະເຈົ້າກໍຈະມອງໄປໃນທິດທາງນັ້ນ,” ອີງຕາມລາຍງານຂອງອົງການຂ່າວ AP.

ເຖິງແມ່ນວ່າ ປະທານາທິບໍດີໄດ້ຍຸຕິການປະກາດພາວະສຸກເສີນ ໃນຊ່ວງເວລາສັ້ນໆ, ເຊິ່ງພັກເດໂມແຄຣັດ ແລະກຸ່ມປົກ​ປ້ອງສິ່ງແວດລ້ອມໄດ້ພະຍາຍາມສະ ແຫວງຫາ ລຸນຫຼັງທີ່ສະມາຊິກສະພາຈາກພັກເດໂມແຄຣັດ ໄດ້ຍົກເລີກຄວາມຫວັງຕ່າງໆໃນການອອກກົດໝາຍກ່ຽວກັບພາວະໂລກຮ້ອນ. ທ່ານໄບເດັນ ໄດ້ບອກເປັນທາງອ້ອມວ່າ ບາດກ້າວດັ່ງກ່າວນັ້ນ ອາດຈະກັບມາອີກຄັ້ງ.

“ຂ້າພະເຈົ້າຢາກເວົ້າໃຫ້ແຈ່ມແຈ້ງ,” ທ່ານໄບເດັນ ກ່າວ, “ການປ່ຽນແປງຂອງສະພາບອາກາດ ແມ່ນພາວະສຸກເສີນ, ແລະໃນອີກບໍ່ເທົ່າໃດອາທິດຕໍ່ໜ້ານີ້ ຂ້າພະເຈົ້າຈະໃຊ້ອໍານາດທີ່ຕົນເອງມີ ໃນຖານະປະທານາທິບໍດີ ປ່ຽນຄໍາເວົ້ານີ້ຢ່າງເປັນທາງການ, ການດໍາເນີນງານຕ່າງໆຂອງບັນດາເຈົ້າໜ້າທີ່ລັດຖະບານໂດຍຜ່ານການປະກາດທີ່ເໝາະສົມ, ຄໍາສັ່ງຂອງຜູ້ບໍລິຫານງານ ແລະອໍານາດກົດຂໍ້ບັງຄັບທີ່ປະທານາທິບໍດີເປັນຜູ້ຄວບຄຸມ.”

ທ່ານໄບເດັນ ໄດ້ໃຫ້ຄໍາໝັ້ນດັ່ງກ່າວນັ້ນ ຢູ່​ທີ່ອະດີດໂຮງງານຖ່ານຫິນ ໃນລັດ ແມັສຊາຈູເຊັດທ໌. ອະດີດພະນັກງານໂຮງງານຖ່ານຫິນ ເບຣຕັນ ຊີ້ໃຫ້ເຫັນວ່າ ໂຮງງານພະລັງງານຢູ່ໃນເມືອງຊໍາເມີເຊັດ (Somerset) ລັດແມັດຊາຈູເຊັດທ໌ ກໍາລັງ​ປ່ຽນ​ໄປ​ເປັນໂຮງງານພະລັງລົມທີ່ຢູ່ນອກຊາຍຝັ່ງ, ແລະ ທ່ານ ໄບເດັນ ໄດ້ເລືອກໃຫ້ເປັນສູນກາງໃນການປ່ຽນແປງໄປສູ່ພະລັງງານທີ່ສະອາດ ຕາມທີ່ທ່ານກໍາລັງພະຍາຍາມ, ແຕ່ຍັງຄົງພະຍາຍາມຕໍ່ສູ້ໃນຊ່ວງ 18 ເດືອນທໍາອິດຂອງການດໍາລົງຕໍາແໜ່ງປະທານາທິບໍດີຂອງທ່ານ.

ປະທານາທິບໍດີ ໄບເດັນ ທັງທາຍກັບຜູຄົນ ລຸນຫຼັງການປາໄສກ່ຽວກັບການປ່ຽນແປງທາງສະພາບອາກາດ ແລະພະລັງງານທີ່ສະອາດ ຢູ່ທີ່ສະຖານີພະລັງງານເບຣຕັນ, ເມື່ອວັນທີ 20 ກໍລະກົດ 2022, ໃນເມືອງຊໍາເມີເຊັດ, ລັດແມັດຊາຈູເຊັດທ໌. ພ້ອມທັງທູດພິເສດຂອງປະທານາທິບໍດີ ສໍາລັບການປ່ຽນແປງທາງສະພາບອາກາດ ທ່ານຈອນ ເຄີຣີ ທີ່ຢືນຢູ່ດ້ານຂວາ.

ການດໍາເນີນງານຂອງຜູ້ບໍລິຫານ ໄດ້ປະກາດໃນວັນພຸດວານນີ້ທີ່ຈະຜັກດັນໂຮງງານຜະລິດພະລັງລົມທີ່ຢູ່ນອກຊາຍຝັ່ງພາຍໃນປະເທດ ຢູ່ໃນອ່າວເມັກຊິໂກ ແລະຢູ່ທາງພາກໃຕ້ຂອງສະຫະລັດ, ພ້ອມທັງຂະຫຍາຍຄວາມພະຍາຍາມໃຫ້ຄວາມຊ່ວຍເຫຼືອຊຸມຊົນທັງຫຼາຍໃນການຮັບມືກັບການເພີ້ມຂຶ້ນຂອງອຸນຫະພູມ ໂດຍຜ່ານໂຄງການຕ່າງໆທີ່ດໍາເນີນງານໂດຍໜ່ວຍງານບໍລິຫານງານກ່ຽວກັບພາວະສຸກເສີນຂອງລັດຖະບານກາງ, ກະຊວງສາທາລະນະສຸກແລະບໍລິການ​ມະ
ນຸດ ແລະໜ່ວຍງານອື່ນໆ.

ການເດີນທາງດັ່ງກ່າວນັ້ນ ໄດ້ກາຍມາເປັນປະຫວັດສາດ ເນື່ອງຈາກອຸນຫະພູມທີ່ຮ້ອນແຮງ ຢູ່ໃນຢູໂຣບ ແລະສະຫະລັດ. ອຸນຫະພູມໄດ້ສູງຂຶ້ນເຖິງ 115 ອົງ ສາຟາເຣັນໄຮຢູ່ໃນປະເທດປອກຕຸຍການ ໃນຂະນະທີ່ເກີດໄຟປ່າຢ່າງຮຸນແຮງຢູ່ໃນປະເທດສະເປນ ແລະປະເທດຝຣັ່ງ, ອັງກິດ ເຊິ່ງໃນວັນອັງຄານແລ້ວນີ້ ໄດ້ມີການບັນທຶກອຸນຫະພູມທີ່ສູງເປັນປະຫວັດການເທົ່າທີ່ເຄີຍໄດ້ບັນທຶກມາ. ປະຊາຊົນຊາວອາເມຣິກາຢ່າງໜ້ອຍ 60 ລ້ານຄົນ ໄດ້ສໍາພັດ ກັບປະສົບການຂອງອຸນຫະພູມທີ່ສູງຂຶ້ນສາມອົງສາ ໃນບັນດາເມືອງຕ່າງໆທົ່ວສະຫະລັດ ໃນຊ່ວງໄລຍະເວລາພຽງບໍ່ເທົ່າໃດມື້ທີ່ຜ່ານມາ, ເຊິ່ງໄດ້ເຮັດໃຫ້ຮ້ອນອົບເອົ້າຢ່າງຮຸນແຮງ ແລະມີຄື້ນຄວາມຮ້ອນທີ່ເປັນເວລາຍາວນານຂຶ້ນ ໂດຍນັກວິທະຍາ ສາດໄດ້ຕ້ອງຕິວ່າເປັນຍ້ອນພາວະໂລກຮ້ອນ.

ອ່ານຂ່າວນີ້ເປັນພາສາອັງກິດ