ທີ່ປະເທດພູຖານ ປະກົດວ່າ ພັກປະຊາທິປະໄຕປະຊາຊົນພູ
ຖານ ທີ່ເປັນພັກຝ່າຍຄ້ານນັ້ນ ໄດ້ຮັບໄຊຊະນະແບບບໍ່ມີໃຜ
ຄາດຄິດໃນການເລືອກຕັ້ງສະພາແຫ່ງຊາດໃນວັນເສົາວານນີ້.
ຄະນະກໍາມະການເລືອກຕັ້ງຂອງພູຖານເວົ້າຢູ່ໃນເວັບໄຊ້ຂອງ
ຕົນວ່າ ພັກຝ່າຍຄ້ານຍາດໄດ້ຢ່າງໜ້ອຍ 31 ບ່ອນນັ່ງໃນຈໍາ
ນວນທັງໝົດ 47 ບ່ອນ ທີ່ມີການປ່ອນບັດເອົານັ້ນ ໃນຂະນະທີ່
ພັກສັນຕິພາບແລະຄວາມວັດທະນາຖາວອນ ຫລື PDP ທີ່ກໍາອໍານາດຢູ່ໃນເວລານີ້ ຍາດໄດ້ຢ່າງໜ້ອຍ 14 ບ່ອນນັ່ງ.
ເຈົ້າໜ້າທີ່ຈາກຄະນະກໍາມະການເລືອກຕັ້ງ ຈະປະກາດຜົນ
ການເລືອກຕັ້ງຢ່າງເປັນທາງການໃນວັນອາທິດມື້ນີ້ ຊຶ່ງໃນເວລາລາຍງານຂ່າວນີ້ ຍັງບໍ່ມີ
ອອກມາເທື່ອ. ພັກ PDP ຕ້ອງການ 24 ບ່ອນນັ່ງ ຈາກ 47 ບ່ອນນັ່ງທັງໝົດ ເພື່ອຈະສາ
ມາດສ້າງຕັງລັດຖະບານຊຸດຕໍ່ໄປໄດ້.
ບໍ່ຮອດ 4 ແສນຄົນ ມີສິດປ່ອນບັດລົງຄະແນນສຽງໃນການເລືອກຕັ້ງຄັ້ງນີ້.
ການປ່ອນບັດໄດ້ຮັບປະກັນ ໃຫ້ມີລັດຖະບານຊຸດໃໝ່ທີ່ຖືກເລືອກຕັ້ງຂຶ້ນມາ ຢ່າງມີປະຊາ
ທິປະໄຕ ພຽງຊຸດທີສອງເທົ່ານັ້ນ ຢູ່ໃນປະຫວັດສາດຂອງພູຖານ ຊຶ່ງປະເທດທີ່ບໍ່ມີທາງ
ອອກສູ່ທະເລ ແລະນັບຖືສາສະໜາພຸດນັ້ນ.
ກະສັດ Jigme Khesar Namgyel Wangchuck ໄດ້ຊົງສະມັກໃຈ ສະລະບັນລັງແລະ
ອໍານາດຂອງພະອົງຢ່າງສິ້ນເຊີງ ໃນປີ 2008 ແລະນໍາເອົາລະບອບປະຊາທິໄປະໄຕ ເຂົ້າ
ມາປົກຄອງປະເທດ.