ພິທີອະພິເສກສົມລົດ ຂອງກະສັດພູຖານ (ເບິ່ງສະໄລດ໌)

  • ໄພສານ ວໍຣະຈັກ

ກະສັດ Jigme Khesar Namgyal Wangchuc (ຊ້າຍ) ແລະພະລາຊີນີ Jetsun Pema ຫຼັງພິທີອະພິເສກສົມລົດ (13 ຕຸລາ 2012)

ກະສັດຂອງພູຖານຊຶ່ງເປັນປະເທດປະເທດນ້ອຍໆໃນເຂດພູຫິມະໄລນັ້ນ ໄດ້ຊົງອະພິເສກສົມ
ລົດກັບເຈົ້າສາວທີ່ເປັນສາມັນຊົນ ແລະຊົງສວມມົງກຸດໃຫ້ນາງເປັນລາຊີນີຂອງພະອົງ.

ກະສັດ Jigme Khesar Namgyel Wangchuck ທີ່ມີພະຊົນມາຍຸ 31 ພັນສາຊຶ່ງເປັນ
ກະສັດທີ່ໜຸ່ມນ້ອຍທີ່ສຸດໃນໂລກນັ້ນ ໄດ້ຊົງອະພິເສດສົມລົດກັບນາງ Jetsun Pema ອາຍຸ
21 ປີຕາມພິທີທາງພຸດສາສະໜາໃນວັນພະຫັດມື້ນີ້ ທີ່ວັດແຫ່ງນຶ່ງໃນເມືອງ Punakha ຊຶ່ງ
ເປັນລາຊະທານີເກົ່າຂອງປະເທດນັ້ນ.

ພິທີອະພິເສກສົມລົດໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຄົນໝົດທັງປະເທດ ໂດຍທີ່ພວກນັກ
ຮຽນໄດ້ພາກັນແຕ່ງຄຳກອນສະແດງອອກເຖິງຄວາມດີອົກດີໃຈແລະຜູ້ຄົນໄດ້ພາກັນຝຶກແອບ
ການຟ້ອນລຳເພື່ອສະເຫຼີມສະຫຼອງ.

ກະສັດ Wangchuck ທີ່ໄດ້ຮັບການສຶກສາມາຈາກປະເທດຕາເວັນຕົກໄດ້ສືບສັນຕິວົງເປັນ
Druk Gyalpo ຫຼືກະສັດແຫ່ງດິນແດນມັງກອນສະນັ່ນຟ້າອົງທີ 5. ນອກນັ້ນ ລາສະດອນ
ບາງຄົນຍັງເອີ້ນພະອົງວ່າ ເປັນກະສັດຂອງປະຊາຊົນ.

ກະສັດ Wangchuck ເປັນກະສັດທີ່ຄອງ​ບັນລັງ ພາຍໃຕ້ລັດຖະທຳມະນູນຂອງພູຖານອົງ
ທຳອິດໃນປີ 2008 ສອງປີຫຼັງຈາກພະລາຊະບິດາຂອງພະອົງ ຄືກະສັດ Jigme Singye ໄດ້ຊົງສະລະລາຊະບັນລັງດ້ວຍຄວາມສະມັກໃຈແລະຊົງມີຄຳສັ່ງໃຫ້ຮ່າງລັດຖະທຳມະນູນຂຶ້ນ
ມາ ແລະຫຼັງຈາກນັ້ນພູຖານກໍໄດ້ຫັນປ່ຽນໄປສູ່ການປົກຄອງແບບປະຊາທິປະໄຕທີ່ມີສະພາ
ແຫ່ງຊາດ.