ປະ​ຊາ​ຊົນ​ລາວ ນິ​ຍົມ​ໄປ​ອອ​ກ​ກຳ​ລັງ​ກາຍ​ຢູ່ບຶງທາດຫຼວງ ຫຼາຍ​ຂຶ້ນ

ທີວທັດຂອງບຶງທາດຫຼວງຈາກຂົວແຫ່ງນຶ່ງໃນເຂດເສດຖະກິດພິເສດ ບຶງທາດຫຼວງ ໃນນະຄອນຫຼວງວຽງຈັນ, ສປປ ລາວ.

ການພັດທະນາເຂດເສດຖະກິດພິເສດ ບຶງທາດຫຼວງໄດ້ສຳເລັດ ໄປແລ້ວສ່ວນໃຫຍ່, ກໍຄື ຕຶກອາຄານຫຼາຍຊັ້ນອັນເປັນທີ່ຢູ່ອາໄສເກືອບສິບກວ່າຕຶກ ແລະ ກໍມີປະຊາຊົນ ຈຳນວນນຶ່ງໄດ້ເຂົ້າໄປຢູ່ອາໄສ. ເນື່ອງຈາກເກີດວິກິດການຫຼາຍດ້ານ ເຊັ່ນວ່າ ການລະບາດຂອງພະຍາດໂຄວິດ-19, ເສດຖະກິດຝືດເຄືອງ, ພາວະເງິນເຟີ້ ແລະ ສົງຄາມຣັດເຊຍ ໃນຢູເຄຣນ ຈຶ່ງໄດ້ເຮັດໃຫ້ໂຄງການນີ້ ຖືກໂຈະໄວ້ ມາໄດ້ສອງປີແລ້ວ ແຕ່ປັດຈຸບັນນີ້ ປະ​ຊາ​ຊົນ​ໃນນະຄອນຫຼວງວຽງຈັນ ​ກໍໄດ້ພາກັນ ໄປນຳໃຊ້ພື້ນທີ່ຂອງບຶງທາດຫຼວງເປັນບ່ອນອອກກຳລັງກາຍ ໃນແຕ່ລະວັນ ນັບມື້ນັບຫຼາຍຂຶ້ນ.

Your browser doesn’t support HTML5

ປະ​ຊາ​ຊົນ​ລາວ ນິ​ຍົມ​ໄປ​ອອ​ກ​ກຳ​ລັງ​ກາຍ​ຢູ່ບຶງທາດຫຼວງ ຫຼາຍ​ຂຶ້ນ

ໃນແຕ່ລະວັນ ບັນດາປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່ນະຄອນຫຼວງວຽງຈັນ ແລະ ຊາວຕ່າງ ຊາດຈຳນວນນຶ່ງ ມັກຈະພາກັນຕື່ນແຕ່ເຊົ້າປະມານ 6 ໂມງ ແລ້ວພາກັນໄປ ອອກກຳລັງກາຍດ້ວຍການແລ່ນ, ຍ່າງ ຫຼື ຂີ່ລົດຖີບ. ກິລາປະເພດແລ່ນ ແລະ ຍ່າງ ບໍ່ຈຳເປັນຕ້ອງໄດ້ໃຊ້ຈ່າຍເງິນຫຼາຍ ພຽງແຕ່ຊື້ເກີບແລ່ນຄູ່ນຶ່ງ ກໍສາມາດ ແລ່ນ ຫຼືຍ່າງໄດ້ ແລະຄົນທຸກເພດທຸກໄວ ກໍສາມາດເຮັດໄດ້ຕາມຄວາມສະບາຍໃຈເຊັ່ນກັນ. ແຕ່ຢູ່ໃນເຂດນະຄອນຫຼວງວຽງຈັນ ບໍ່ມີສວນກິລາສາທາລະນະ ຫຼາຍ ຄືຢູ່ຕ່າງປະເທດ ດັ່ງນັ້ນຊາວນະຄອນຫຼວງ ຈຶ່ງພາກັນໄປແລ່ນຢູ່ແຄມ ແມ່ນ້ຳຂອງ ຫຼື ຢູ່ເດີ່ນທາດຫຼວງ ແລະໂດຍສ່ວນໃຫຍ່ແລ້ວ ຈະພາກັນໄປອອກ ກຳລັງກາຍຢູ່ຕາມເສັ້ນທາງອ້ອມບຶງທາດຫຼວງທີ່ເປັນເຂດເສດຖະກິດພິເສດ ທີ່ຍັງບໍ່ສຳເລັດໃນການສ້າງສາພັດທະນາເທື່ອ.

ພົນລະເມືອງຊາວນະຄອນຫຼວງວຽງຈັນ ພາກັນໄປອອກກຳລັງກາຍ ຢູ່ໃນເຂດເສດຖິກິດພິເສດ ບຶງທາດຫຼວງ ໃນແຕ່ວັນ ຕັ້ງແຕ່ເຊົ້າຈົັນຮອດທ່ຽງ.

ໃນທຸກວັນພັກ ຄື ວັນເສົາ ແລະອາທິດ ຊາວນະຄອນຫຼວງວຽງຈັນ ຫຼາຍຮ້ອຍ ຄົນ ບາງເທື່ອຮອດພັນກວ່າຄົນ ກໍພາກັນມາອອກກຳລັງກາຍຢ່າງຫຼວງຫຼາຍ ຢູ່ທີ່ບຶງທາດຫຼວງ ນອກຈາກນັ້ນ ບັນດາຮ້ານເຄື່ອນທີ່ ທີ່ຂາຍເຄື່ອງດື່ມກາເຟ ແລະອາຫານ ກໍພາກັນອອກມາຕັ້ງຮ້ານຢູ່ຕາມແຄມທາງ ເພື່ອໃຫ້ບໍລິການແກ່ ພວກນັກແລ່ນ, ນັກຍ່າງ ແລະນັກຂີ່ລົດຖີບທັງຫຼາຍ ຕັ້ງແຕ່ເຊົ້າຈົນຮອດຕອນ ທ່ຽງ. ພ້ອມກັນນັ້ນ ບໍລິສັດຂາຍລົດ ແລະສິນຄ້າຕ່າງໆ ກໍແນມເຫັນໂອກາດ ທີ່ຈະໂຄສະນາສິນຄ້າຂອງພວກເຂົາ ຈຶ່ງໄດ້ນຳເອົາລົດລຸ້ນໃໝ່ ແລະຜະລິດຕະພັນໃໝ່ໆ ມາໂຄສະນາຂາຍນຳດ້ວຍ.

ພວກຄົນບາງກຸ່ມກໍຊວນໝູ່ຊວນຄູ່ ມາອອກກຳລັງກາຍ ແລ້ວຫ້າງຫາເຄື່ອງຢູ່ ເຄື່ອງກິນມາພ້ອມ ຫຼັງຈາກອອກກຳລັງກາຍ ແລ້ວກໍພາກັນຕັ້ງສະຖານທີ່ເພື່ອ ເຮັດຢູ່ເຮັດກິນຊຸມກັນ ເປັນການພັກຜ່ອນຍ່ອນອາລົມ. ເຊິ່ງນັກແລ່ນທ່ານ ນຶ່ງທີ່ມານຳພັນລະຍາ ແລະເພື່ອນຫຼາຍຄົນ ກ່າວຕໍ່ວີໂອເອລາວ ວ່າ:

“ກິດຈະກຳທຸກມື້ ລະແມ່ນມາອອກກຳລັງກາຍ ເປັນວັນຈັນ ຫຼື ວັນສຸກ ຈະບໍ່ມີຕະຫຼາດແບບນີ້ ວັນເສົາ ວັນທິດ ຈະມີຂາຍອາຫານ ມີຕະຫຼາດ ລະກະມີກາເຟຂາຍ ໄວ້ບໍລິການຄົນມາອອກກຳລັງກາຍ ມີອາຫານການກິນ ເຂົ້າປຽກກະມີ ເຂົ້າຈີ່ປາເຕ້ກະມີ ຖ້າແລ່ນແລ້ວລະມານັ່ງກິນກາເຟ ສຳລັບກິດຈະກຳ ວັນເສົາວັນອາທິດ ຄົນຫຼາຍແມ່ນວັນເສົາວັນທິດ ຄັນປົກກະຕິວັນຈັນຫາວັນສຸກ ຈະບໍ່ຫຼາຍເພາະວ່າ ບໍ່ມີຂາຍເຄື່ອງ ວັນເສົາວັນອາທິດເປັນຄົນທີ່ພັກວຽກພັກ ງານມາອອກກຳລັງກາຍຕອນເຊົ້າ ພາລູກພາຫຼານມາ ພາຄອບຄົວມາຫຼິ້ນ.”

ສຳລັບສະຖານທີ່ແຫ່ງນີ້ ບໍລິສັດຈີນໄດ້ຮັບສຳປະທານຈາກລັດຖະບານຫຼາຍກວ່າ 90 ປີ ເຊິ່ງໄດ້ເຂົ້າມາພັດທະນາລົງທຶນຢູ່ທີ່ແຫ່ງນີ້ ຕັ້ງແຕ່ປີ 2011 ເປັນຕົ້ນມາ ຊຶ່ງທ່ານກ່າວອີກວ່າ “ດີໃຈຫຼາຍເພາະວ່າ ໃນນະຄອນຫຼວງວຽງຈັນ ກະມີແຫ່ງດຽວນີ້ ທີ່ວ່າໄດ້ສ້າງເປັນບ່ອນອອກກຳລັງກາຍ ລະກະບໍ່ມີສິ່ງທີ່ມາລົບກວນ ກະມີຕົ້ນໝາກຕົ້ນໄມ້ເຮັດໃຫ້ອາກາດປອດໄສໃນເວລາອອກກຳລັງກາຍ.” ຄົນທີ່ມາອອກກຳລັງກາຍຫຼາຍທີ່ສຸດໃນວັນເສົາ ວັນອາທິດ ທ່ານກ່າວວ່າ “ຫຼາຍຮອດ 3-4 ພັນຄົນ” ສ່ວນຄ່າໃຊ້ຈ່າຍສຳລັບສະຖານທີ່ແຫ່ງນີ້ ທ່ານກ່າວວ່າ “ສຳລັບພວກຄົນມາອອກກຳລັງກາຍ ແລະເອົາລົດມາຈອດ ແມ່ນບໍ່ໄດ້ຈ່າຍຫຍັງ ແຕ່ພວກຮ້ານຂາຍເຄື່ອງແມ່ນຕ້ອງຈ່າຍເພື່ອເປັນຄ່າຮັກສາ ຄວາມສະອາດ.”

ນອກຈາກພວກຄົນທີ່ມາອອກກຳລັງກາຍແລ້ວ ຍັງມີພວກຄົນທີ່ມາຕຶກເບັດຫາ ປາຢູ່ໃນບຶງທາດຫຼວງນຳດ້ວຍ ຊຶ່ງບໍ່ຄ່ອຍມີຈຳນວນຫຼາຍເທົ່າກັບນັກອອກ ກຳລັງກາຍ ດັ່ງທີ່ນັກຕຶກເບັດທ່ານນຶ່ງ ກ່າວວ່າ “ມາຫຼາຍເທື່ອແລ້ວ ຢູ່ໃກ້ໆບ້ານ ມີປາໃຫຍ່ຢູ່ນີ້, ກະມີປາເກັດແລບ, ປາໃນ, ປາກິນຫຍ້າ ຢູ່ນີ້ມີແຕ່ໂຕ 1 ລ້ອຍ ກຣາມ ຈົນຂຶ້ນຮອດ 20-22 ກິໂລ ຢູ່ນີ້ແຫລະ.”

ຕຶກອາຄານທີ່ຢູ່ອາໄສ ທີ່ສ້າງເປັນທີ່ສຳເລັດ ແລະມີຄົນເຂົ້າໄປຢູ່ອາໄສແລ້ວ ຢູ່ໃນເຂດເສດຖະກິດພິເສດ ບຶງທາດຫຼງວ ໃນນະຄອນຫຼວງວຽງຈັນ ສປປ ລາວ.

ພາກສ່ວນທີ່ບໍ່ຢາກອອກກຳລັງກາຍ ກໍສາມາດໄປຍ່າງເລາະຢູ່ໃນຮ້ານຊັບພະ ສິນຄ້າ ຫຼືທີ່ເອີ້ນກັນວ່າ ມອລ ຄືຢູ່ກັບຕ່າງປະເທດ ທີ່ໃຫຍ່ໂຕສູງສີ່ຊັ້ນແລະ ທັນສະໄໝ ແຕ່ອາດຈະມີຮ້ານຄ້າບໍ່ຫຼາຍຄືຢູ່ກັບປະເທດເພື່ອນບ້ານ ແຕ່ກໍເກືອບ ວ່າຊ່ຳໆກັນ. ຢູ່ພາຍໃນ ວຽງຈັນເຊັນເຕີ ກໍມີຮ້ານ Super Market ທີ່ຂາຍ ເຄື່ອງທຸກຊະນິດຄືກັນກັບຮ້ານຄ້າຢູ່ປະເທດເພື່ອນບ້ານເລີຍ ບາງເທື່ອກໍອາດຈະ ມີສິນຄ້າທີ່ມາຈາກຈີນ ຫຼາຍກວ່າກໍເປັນໄດ້ ພ້ອມກັນນັ້ນ ຍັງມີສະຖານທີ່ຈອດ ລົດຟຣີນຳດ້ວຍ. ປັດຈຸບັນມີຕຶກຄອນໂດມີນຽມຫຼາຍກວ່າສິບຊັ້ນ ຕັ້ງຢູ່ໃກ້ກັບ ວຽງຈັນເຊັນເຕີ ທີ່ພະນັກງານຂາຍຄົນນຶ່ງກ່າວວ່າ ໄດ້ຂາຍໄປແລ້ວເກືອບ 80 ເປີເຊັນ ເຫຼືອພຽງແຕ່ຫ້ອງຢູ່ຊັ້ນ 5 ລົງມາເທົ່ານັ້ນ ແລະທາງບໍລິສັດລົງທຶນ ຍັງມີໂຄງການປຸກສ້າງຂະໜາດໃຫຍ່ຢູ່ຕິດກັບ ພາກຊັນ ກຳລັງຢູ່ໃນຂັ້ນຕອນ ຂອງການບຸກເບີກເພື່ອກໍ່ສ້າງຢູ່.

ສະຫລຸບແລ້ວ ເຖິງແມ່ນຈະມີການພັດທະນາໃນດ້ານອະສັງຫາລິມະຊັບ ແລະ ດ້ານຮ້ານຊັບພະສິນຄ້າຂຶ້ນມາຢ່າງຫຼວງຫຼາຍ ທີ່ອຳນວຍຄວາມສະດວກໃຫ້ແກ່ ຊາວ ນະຄອນຫຼວງ ໂດຍຈະມີຄົນເຂົ້າມາຢູ່ອາໄສຫຼາຍຂຶ້ນນັບມື້ນັ້ນ ເປັນທີ່ແນ່ ນອນວ່າ ຈະມີຜົນກະທົບທີ່ຕິດຕາມມາແບບເຫັນໄດ້ຢ່າງຊັດເຈນ ກໍຄືສະພາບ ການສັນຈອນໃນຖະໜົນຫົນທາງທີ່ແອອັດແລະຕິດຂັດໃນແຕ່ລະວັນ.

Your browser doesn’t support HTML5

ປະ​ຊາ​ຊົນ​ລາວ ນິ​ຍົມ​ໄປ​ອອ​ກ​ກຳ​ລັງ​ກາຍ​ຢູ່ບຶງທາດຫຼວງ ຫຼາຍ​ຂຶ້ນ