ສິບເອກ Bergdahl ທີ່ຖືກຈັບ ເກືອບຫ້າປີ ກັບມາເຖິງ ສະຫະລັດ ແລ້ວ (ວີດີໂອ)

ພັນເອກ Bradley Poppen ຕອບຄຳຖາມ ກ່ຽວກັບ ສິບເອກ Bowe Bergdahl.

ບັນດາ​ເຈົ້າ​ໜ້າ​ທີ່ ທະຫານ ສະຫະລັດ ກ່າວ​ວ່າ ສິບ​ເອກ
Bowe Bergdahl ​ເບິ່ງແລ້ວແມ່ນ​ຢູ່​ໃນ​ສະພາບ​ດີ​ ເວລາ
​ລາວ​ກັບ​ມາ​ເຖິງສະຫະລັດ ຫລັງ​ຈາກ​ໄດ້​ຖືກ​ກັກ​ຂັງ​ເປັນ
​ເວລາເກືອບ​ຫ້າ​ປີໂດຍພວກທາ​ລິ​ບານໃນ​ອັ​ຟການິສຖານ.

ພ​ວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ສິບ​ເອກ Bergdahl ຢູ່​ໃນ​ສະພາບ
ທີ່​ດີ​ພໍ ທີ່ຈະພົບປະ ກັບພວກເຈົ້າໜ້າທີ່ສອບຖາມ ໃນ​ເວລາ​
ທີ່​ລາວ​ເດີນທາງ​ໄປເຖິງນະຄອນ San Antonio ລັດ Texas
ໃນຕອນ​ເຊົ້າ​ວັນ​ສຸກ​ວານ​ນີ້ ໂດຍ​ເຮືອບິນ​ທະຫານ ທີ່​ນຳເອົາ
ລາວ ມາຈາກປະ​ເທດ​ເຢຍຣະ​ມັນ ບ່ອນ​ທີ່​ລາວ​ໄດ້​ຮັບ​ການ​ປີ່​ນປົວນັ້ນ.

ພົນ​ຕີ Joseph DiSalvo ກ່າວ​ວ່າ ສິບ​ເອກ Bergdahl ຈະ​ຮັກສາໂຕ​ຢູ່​ສູນ​ກາງ​ປິ່ນປົວ​
ຂອງກອງທັບບົກ ໃນນະຄອນ San Antonio ຈົນ​ກວ່າ​ວ່າ​ລາວ​ຈະ​ດີ​ຂື້ນ​ຈາກສະພາບ​
ທີ່​ລາ​ວ​ໄດ້ຖືກ​ກັກ​ຂັງ.

ບັນດາ​ເຈົ້າ​ໜ້າ​ທີ່​ທະຫານ ກ່າວ​ວ່າ ພໍ່​ແມ່​ຂອງ ສິ​ບ​ເອກ Bergdahl ຍັງ​ບໍ່​ໄດ້​ມາພົບ​ພໍ້
ລາວ ນັບ​ຕັ້ງ​ແຕ່ລາວ​ໄດ້​ກັບມ​າ​ ​ແລະຕາມ​ປົກກະຕິ​ແລ້ວ ທະ​ຫານ ​ເປັນ​ຜູ້​ພິຈາລະນາ​
ວ່າ ​ເວລາ​ໃດ​ລາວ​ຈະ​ພົບ​ກັບຄອບຄົວ​ຂອງລາວ​ໃດ້.

​ເຂົາ​ເຈົ້າກ່າວ​ວ່າ ສິບ​ເອກ Bergdahl ຍັງ​ບໍ່​ທັນ​ໄດ້​ບອກ​ໃຫ້ຮູ້​ ກ່ຽວກັບບັນຫາ​ໂຕ້​ແຍ້​ງ
ໃນການທີ່ລາວຖືກ​ຈັບໂຕໄປ ໃນອັ​ຟກາ​ນິສຖານ ​ແລະ​ການ​ປ່ອຍ​ໂຕ​ຂອງ​ລາ​ວ.

ຖະ​ແຫລ​ງການ​ສະບັບ​ນຶ່ງ​ຂອງ ທຳນຽບຫ້າ​ແຈ ​ໃນ​ວັນ​ສຸກ​ມື້​ນີ້​ກ່າວ​ວ່າ ທາງກອງທັບ
ຈະສືບຕໍ່ການທົບທວນຢ່າງລະອຽດ ເບິ່ງສະພາບການກ່ຽວກັບການຫາຍໂຕ ໄປຂອງ
ສິບ​ເອກ Bergdah ແລະ​ການ​ຖື​ກຈັບໂຕໄປຂອງຜູ້ກ່ຽວ.

ກອງທັບ​ສະຫະລັດກ່າວ​ວ່າ ສິບເອກ Bergdahl ໄດ້ຢ່າງ​ໜີ​ຈາກ​ຄ້າຍ ​ໃນອັຟກາ​ນິສ
ຖານ ​ໃນ​ປີ 2009​ ບັນດາ​ໝູ່ເພື່ອນ​ທີ່​ເປັນທະຫານນຳ​ລາວ ເວລານັ້ນກ່າວ​ວ່າ ລາວ
​ໄດ້ໂຕນໜີຈາກ ກົມກອງຂອງ​ລາວດ້ວຍຄວາມສະໝັກໃຈ.

ສິບ​ເອກ Bergdahl ອາຍຸ 28 ປີ ​ໄດ້​ຮັບ​ອິດສະຫລະ​ພາບຂອງ​ລາວເມື່ອສອງ​ອາທິດ
ກ່ອນ ​ເວລາປະທານາທິບໍດີສະຫະລັດ ທ່ານ Barack Obama ​ເຫັນ​ດີ​ໃຫ້ມີການ​ແລກ
ປ່ຽນ​ນັກ​ໂທດ ​ໂດຍ​ປ່ອຍ​ໂຕ​ຜູ້ຕ້ອງສົງ​ໄສເປັນຜູ້​ກໍ່​ການ​ຮ້າຍ ທາ​ລິ​ບານຫ້າ​ຄົນ​ຈາ​ກຄຸກ
​ທະຫານຢູ່ອ່າວ Guantanamo ​ປະ​ເທດຄິວ​ບາ. ບັນດາ​ສະມາຊິກ​ສະພາ​ຈຳນວນ​ນຶ່ງ
​ໄດ້​ຕິຕຽນ ປະທານາທິບໍດີ ທີ່ເຫັນ​ດີ​ໃຫ້ມີການ​ແລ​ກ ປ່ຽນນັກໂທດດັ່ງກ່າວ.

Your browser doesn’t support HTML5

US BERGDAHL CNPK