ພະສັນຕະປາປາ Benedict ທີ່ກໍາລັງຈະພົ້ນຈາກຕຳແໜ່ງ ໄດ້ພົບປະກັບບັນດາພະລາ ຊາຄະນະ ຫລື cardinals ທີ່ຈະເລືອກເອົາພະສັນຕະ ປາປາ ຫລື Pope ອົງໃໝ່ນັ້ນ ໃນວັນພະຫັດມື້ນີ້ ກ່ອນຈະຂຶ້ນເຮລິຄອບເຕີ ໄປຍັງສະຖານພັກຜ່ອນຂອງສັນຕະປາປາ ຢູ່ທາງທິດໃຕ້ຂອງກຸງໂຣມ ປະເທດອິຕາລີ ຊຶ່ງເປັນບ່ອນທີ່ພະອົງຈະຊົງສິ້ນສຸດການເປັນຜູ້ນຳສາສະໜາຄາໂຕລິກໂຣມັນ ຢ່າງເປັນທາງການນັ້ນ.
ໃນຄໍາຖະແຫລງຕໍ່ພວກພະລາຊາຄະນະທີ່ຖ່າຍທອດອອກທາງໂທລະພາບຂອງສໍານັກ ວາຕິກັນນັ້ນ ພະສັນຕະປາປາໄດ້ໃຫ້ຄໍາໝັ້ນສັນຍາວ່າ “ຈະໃຫ້ຄວາມເຄົາລົບນັບຖືແລະເຊື່ອຟັງ ພະສັນຕະປາປາອົງຕໍ່ໄປຢ່າງ ບໍ່ມີເງື່ອນໄຂ” ຊຶ່ງຄໍາສັນຍາດັ່ງກ່າວອາດສາມາດລະງັບຄວາມຢ້ານກົວ ທີ່ວ່າການມີພະສັນຕະປາປາທີ່ລາອອກແລ້ວຢູ່ໃນສໍາ ນັກວາຕິກັນນັ້ນ ຈະເຮັດໃຫ້ອໍານາດຂອງສັນຕະປາປາອົງຕໍ່ໄປຫລຸດນ້ອຍລົງໄດ້ນັ້ນ.
ວັນພະຫັດມື້ນີ້ ແມ່ນເປັນວັນທີ່ສະຫງົບງຽບ ສໍາລັບພະສັນຕະປາປາ Benedict. ຫຼັງ ຈາກສັ່ງອໍາລາຕໍ່ບັນດາພະລາຊາຄະນະແລ້ວ ການຂຶ້ນ ເຮືອບິນເຮລິຄອບເຕີ ຂີ່ໄປຍັງປາສາດ Castel Gandolfo ຈະເປັນໂອກາດບັ້ນສຸດທ້າຍທີ່ພະອົງຈະໄດ້ຊົມທິວທັດທາງອາກາດຂອງນະຄອນ Vatican ໃນຂະນະທີ່ພະອົງຍັງຮັບຜິດຊອບຢູ່ນັ້ນ.
ການລາອອກຈາກຕໍາແໜ່ງຂອງ ພະສັນຕະປາປາ Benedict ຈະເລີ່ມມີຜົນບັງຄັບຢ່າງເປັນທາງການໃນເວລາ 8 ໂມງແລງ ຂອງວັນພະຫັດມື້ນີ້ ຕາມເວລາທ້ອງຖິ່ນ ຊຶ່ງເມື່ອເຖິງເວລານັ້ນ ປະຕູຕ່າງໆຂອງປາສາດ Castel Gandolfo ຈະປິດ ແລະໜ່ວຍອາລັກ ຂາທີ່ເປັນຄົນ Swiss ທີ່ປະຕິບັດໜ້າທີ່ໃຫ້ຄວາມຄຸ້ມຄອງແກ່ພະສັນຕະປາປາ ກໍຈະສິ້ນສຸດໜ້າທີ່ລົງເຊັ່ນກັນ.
ໃນບໍ່ເທົ່າມື້ຕໍ່ໜ້ານີ້ ຄະນະພະ cardinal ຂອງສາສະໜາ Roman Catholic ທີ່ມີອາຍຸຕໍ່າກວ່າ 80 ປີ ຈະເຕົ້າໂຮມກັນ ທີ່ໂບດ Sistine ເພື່ອທຳການປະຊຸມລັບ ອັນເປັນພິທີ ໃນການເລືອກເອົາພະສັນຕະປາປາອົງໃໝ່.

Pope Benedict Bids Goodbye