ແບລຢ້ຽມ ຈັບສອງຄົນ ໃນຖານສົງໄສ ວາງແຜນກໍ່ການຮ້າຍ ວັນຂື້ນປີໃໝ່

ທະຫານ Belgium ຢ່າງລາດຕະເວນ ສະຖານທີ່ Brussels' Grand Place ວັນທີ 24 ທັນວາ 2015.

ບັນດາ​ໄອ​ຍະ​ການ ​ໄນ​ປະ​ເທດ​ Belgium ກ່າວ​ໃນ​ວັນ​ອັງຄານ
​ມື້​ນີ້​ວ່າ ຕຳຫຼວດ​ໄດ້​ຈັບ​ສອງ​ຄົນ ທີ່​ສົງ​ໄສ​ວ່າ​ວາງ​ແຜນ​ໂຈມ​ຕີ​ກໍ່​
ການ​ຮ້າຍ​ເນື່ອງໃນ​ໂອກາດ​ວັນພັກ​ທ້າຍ​ປີ ​ຢູ່ໃນ​ນະຄອນ
Brussels.

​ເຂົາ​ເຈົ້າ​ກ່າວ​ວ່າ ເຈົ້າໜ້າ​ທີ່​ສວນ​ໄດ້​ຄົ້ນ​ພົບຫລັກ​ຖານ ທີ່ຊີ້
ໃຫ້​ເຫັນ​ເຖິງ “ການ​ຂົ່ມຂູ່ກ່ຽວ​ກັບ​ການ​ໂຈມ​ຕີ​ຮ້າຍ​ແຮງ ​ທີ່
ອາດ​ແນ​ໃສ່​ສະຖານ​ທີ່​ຕ່າງໆທີ່​ເປັນ​ສັນຍາ ລັກ​ຂອງ​ປະ​ເທດ”
ຂອງ​ການ​ສະຫລອງ​ມື້ກ່ອນວັນຂຶ້ນປີ​ໃໝ່.

ຫ້ອງການ​ໄອ​ຍະ​ການ ບໍ່​ໄດ້​ເຈາະຈົງ​ເຖິງ​ເປົ້າ​ໝາຍ​ທີ່​ອາດ​ມີ​
ການ​ໂຈມ​ຕີ​ຢູ່​ໃນ​ຖະ​ແຫລ​ງການ. ​ນອກຈາກ​ເປັນ​ນະຄອນຫລວງຂອງ Belgium ​ແລ້ວ ນະຄອນ Brussels ຍັງ​ເປັນກອງ​ບັນຊາ​ການ​ໃຫຍ່ຂອງຄະນະ​ກຳມາທິການ​ຢູ​ໂຣບ ​ແລະ ອົງການ NATO ພ້ອມ​ທັງ​ບັນດາ​ຫ້​ອງການ​ຕ່າງໆ​ຂອງສະຫະ​ປະຊາ​ດ.

ການ​ຈັບ​ກຸມ​ໄດ້​ມີ​ຂື້ນ​ໃນ​ວັນ​ອາທິດ ​ແລະ​ວັນຈັນວານ​ນີ້ ຫລັງ​ຈາກ​ການ​ກວດຄົ້ນ​ຢູ່​ໃກ້​ກັບ
ນະຄອນ Brussels ​ແ​ລະ​ເມືອງ Leige ​ທີ່ໄດ້​ພົບ​ເຫັນເຄຶ່ອງ​ແບບ​ທະ ຫານ ​ແລະເອກ
​ກະສາ​ນ​ໂຄສະນາຊວນ​ເຊື່ອຂອງ​ກຸ່ມລັດ​ອິສລາມ. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ບໍ່​ໄດ້​ພົບ
​ເຫັນອາວຸດ ​ແລະ​ລະ​ເບີດ​. ​ໃນ​ຂັ້ນ​ຕົ້ນທັງ​ໝົດ​ຫົກ​ຄົນ​ໄດ້​ຖືກ​ຈັບ ​ແຕ່​ວ່າ​ສີ່​ຄົນ​ໄດ້ຖືກ​ປ່ອຍ
​ໂຕ​. ໜຶ່ງ​ໃນ​ຈຳນວນ​ບັນດາ​ຜູ້​ຖືກ​ຈັບ​ໄດ້​ຖືກກ່າວ​ຫາ​ວ່າ ​ເປັນຫົວໜ້າ​ກຸ່ມການ​ກໍ່​ການ​ຮ້າຍ
​ແລະໄດ້​ເກັບ​ເກນ​ເອົາຄົນ​ອຶ່ນໆ​ເຂົ້າໄປ ​ກໍ່ການ​ຮ້າຍ.

ບັນດາໄອ​ຍະ​ການ ກ່າວ​ວ່າ ຄະດີ​ດັ່ງກ່າວ​ບໍ່​ໄດ້​ພົວພັນ​ກັບ​ການ​ໂຈມ​ຕີ ​ໃນ​ວັນ​ທີ 13 ​ເດືອນ​
ພະ​ຈິກ ​ຢູ່​ນະຄອນຫລວງປາຣີ ທີ່​ໄດ້​ສັງຫານ​ຢ່າງ​ໜ້ອຍ 130 ຄົນ. ​ຜູ້​ຕ້ອງ​ຫາ​ຫລາຍ​ຄົນ​ໃນ
​ການ​ໂຈມຕີ​ນັ້ນ ຮວມທັງ​ຫົວ​ຜູ້​ທີ່​ຄາດ​ວ່າ​ເປັນ​ຜູ້ນຳ​ກຸ່ມ ​ໄດ້​ພົວພັນ​ກັບປະ​ເທດ Belgium.

​ເປັນ​ເວລາ​ຫົກ​ອາທິດ ນັບ​ແຕ່​ການ​ໂຈມ​ຕີ​ໃນ​ນະຄອນ​ປາຣີ ຕຳຫລວດ​ໃນ​ປະ​ເທດ
Belgium ​ໄດ້ທຳການ​ຈັບ​ກຸມ​ໃນ​ລະຫວ່າງ​ການ​ບຸກ​ເຂົ້າ​ໄປ​ກວດຄົ້ນ​ເພື່ອ​ຊອກ​ຫາ​ພວກ
​ກໍ່​ການ​ຮ້າຍ. ໜຶ່ງ​ໃນ​ຈຳນວນ​ການ​ຈັບ​ກຸມ ​ໄດ້​ມີ​ຂື້ນ​ໃນ​ອາທິດ​ແລ້ວ​ນີ້ ​ເວລາ​ພວກ​ເຈົ້າ​ໜ້າ​
ທີ່ ​ໄດ້​ກ່າວ​ຫາ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ສົງ​ໄສ​ວ່າ ​ໄດ້​ຕິດ​ຕໍ່​ກັບ​ພີ່ນ້ອງ​ ທ້າວ Abdelhamid
Abadaoud ທີ່​ຖືກ​ກ່າວ​ຫາວ່າ​ ເປັນ​ຜູ້ຈັດແຈງ​ກ່ຽວ​ກັບ​ການໂ​ຈມ ຕີຢູ່​ໃນນະຄອນ​ປາ​ຣີ.

ທ້າວ Abaaoud ​ແລະ​ພີ່ນ້ອງ ທີ່​ໄດ້ລະບຸ​ໂຕວ່າ​ແມ່ນ ທ້າວ Hasna Ait Boulahcen
​ໄດ້​ຖືກ​ສັງຫານ ໃນການບຸກ​ເຂົ້າ​ໄປ​ກວດຄົ້ນຂອງ​ເຈົ້າ​ໜ້າ​ທີ່​ຕຳ ຫລວດ ​ໃນ​ເມືອງ Saint
Denis ທີ່​ປະ​ເທດ​ຝຣັ່ງ ບໍ່ພໍ​ເທົ່າ​ໃດມື້​ຫລັງ​ຈາກ​ການ​ໂຈມ​ຕີ.

ຕຳຫລວດ​ຍັງ​ຊອກ​ຫາ ຜູ້​ທີ່ເກີດ​ຢູ່​ໃນ​ນະຄອນ Brussels ທ້າວ Salah Abdeslam ຊຶ່ງ​
ເປັນຜູ້​ຕ້ອງ​ສົງ​ໄສວ່າ ​ພົວພັນ​ໂດຍ​ກົງ​ໃນ​ການ​ໂຈມ​ຕີນັ້ນ.