ຈີນ ໃຫ້ຄໍາໝັ້ນ ສັນຍາ ການຄ້າ ການຮ່ວມມື ຍຸກໃໜ່ ກັບ ອາຟຣິກາ

  • ທອງປານ ເທບວົງສາ

ລັດຖະມົນຕີກະຊ່ວງການຄ້າຈີນ ທ່ານ Chen Deming ໃຫ້ຄໍາໝັ້ນສັນຍາ ກ່ຽວກັບການຄ້າ ແລະການຮ່ວມມື "ຍຸກໃໝ່" ກັບ ອາຟຣິກາ.

ລັດຖະມົນຕີ​ກະຊວງ​ການ​ຄ້າ​ຂອງ​ຈີນ​ ​ໃຫ້​ຄຳ​ໝັ້ນສັນຍາ​ ກ່ຽວ​ກັບການ​ຄ້າ​ແລະ​ການ​ຮ່ວມ
​ມື “ຍຸກ​ໃໝ່” ກັບ​ອາ​ຟຣິກາ ຂະນະ​ທີ່​ຜູ້ນຳ​ຂອງ​ຈີນ​ແລະ​ອາ​ຟຣິ ກາ​ເຕົ້າ​ໂຮມ​ກັນ​ທີ່​ກຸງ​ປັກ​ກິ່ງ​
ເພື່ອ​ສົນທະນາ​ຫາລື​ກ່ຽວ​ກັບ​ການ​ເສີ​ມຂະຫຍາຍ ຄວາມ​ສຳພັນ​ທາງ​ດ້ານ​ເສດຖະກິດ.

ການ​ໃຫ້​ຄວາມ​ເ​ຫັນ​ດັ່ງກ່າວ​ຂອງ​ທ່ານ Chen Deming ຈະ​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​
ການ​ສືບ​ຕໍ່​ກ່ຽວ​ກັບ​ການ​ຂະຫຍາຍ​ໂຕ​ຢ່າງ​ໄວ​ຢູ່​ແລ້ວ ​ໃນ​ການ​ລົງທຶນ ຂອງ​ຈີນ ​ໃນ​ໄລຍະ​
ສອງ​ສາມ​ປີຜ່ານມາຢູ່​ໃນ​ທົ່ວ​ທະວີບອາ​ຟຣິກາ ທີ່​ອຸດົມສົມບູນ​ໄປ​ດ້ວຍ​ຊັບພະຍາກອນ​ນັ້ນ.

ທ່ານ Chen Deming ກ່າວຕໍ່​ໜັງສືພິມ China Daily ຂອງ​ທາງ​ການ​ຈີນວ່າ ການ​ຄ້າຂາຍ
ລະຫວ່າງຈີນ​ແລະ​ອາ​ຟຣິກາ ​ໄດ້​ເຕີ​ບໃຫຍ່​ຂະຫຍາຍໂຕເປັນ​ປະວັດ ການ 166 ພັນ​ລ້ານ​
ໂດ​ລາ ​ໃນ​ປີ 2011. ທ່ານເວົ້າວ່າ ການ​ລົງທຶນ​ຂອງຈີນ ​ໃນ​ອາ​ຟຣິກາ ໄດ້​ເພີ້​ມ​ຂື້ນເປັນ 14
ພັນ 700 ​ລ້ານ​ໂດ​ລາ ​ມາ​ຮອດທ້າຍ​ປີ​ກາຍ​ນີ້ ​ຄື​ເພີ່ມ​ຂຶ້ນ 60 ​ເປີ​ເຊ​ນຈາກສອງ​ປີ​ກ່ອນ.

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ​ມີ​ຂຶ້ນຂະນະ​ທີ່​ລັດຖະມົນຕີ​ຈາກ 50 ປະ​ເທດ​ໃນ​ອາ ຟຣິກາ​
ກຳລັງເດີນທາງ​ມາ​ເຖິງ​ກຸງປັກ​ກິ່ງ ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ການ​ຮ່ວມ​ມື ຈີນ-ອາ​ຟຣິກາ​
ເປັນ​ເວລາສອງ​ມື້ທີ່ນັ້ນ.