ປັກກິ່ງ ເສັດສິ້ນ ການຢຶດເອົາ ດິນແດນ ທີ່ຂັດແຍ້ງກັນ ໃນທະເລຈີນໃຕ້ ຂັ້ນ​ທຳ​ອິດ

ກຳປັ່ນລົບ ຂອງກອງທັບເຮືອ ສະຫະລັດ ເຫັນໄດ້ຈາກ ຫ້ອງຄວບຄຸມ ຂອງກຳປັ່ນພິຄາດ ຕິດລູກສອນໄຟນຳວິຖີ ຊື່ວ່າ USS Spruance, ຢູ່ໃນທະເລຈີນໃຕ້, ວັນທີ 17 ຕຸລາ 2016, ພາບສະໜອງໂດຍ ກອງທັບເຮືອສະຫະລັດ.

ເຮືອ​ບິນ​ລົບ​ບີ 52 ຂອງ​ສະ​ຫະ​ລັດ ໄດ້​ບິນ​ຜ່ານ​ເຂດ​ທະ​ເລ​ຈີນ​ໃຕ້ ໃນ​ການບິນປະ​ຕິ​ບັດ
​ງານ​ຝຶກ​ຊ້ອມ​ເມື່ອ​ວັນ​ພຸດ​ທີ່ຜ່ານນີ້ ຊຶ່ງ​ເປັນ​ເທື່ອ​ທີ 2 ໃນ​ໄລ​ຍະ 10 ມື້ ​ອັນເປັນ​ການ​ກະ
​ທຳ​ທີ່​ປັກ​ກິ່ງ​ຖື​ວ່າ ເປັນ​ການ​ທ້າ​ທາຍນັ້ນ. ​ເຈົ້າ​ໜ້າ​ທີ່​ຈີນ​ໄດ້​ສະແດງ​ຄວາມ​ບໍ່​ພໍ​ໃຈ ໃນ
​ການ​ທ້າ​ທາຍ​ໃດໆ​ກໍ​ຕາມ ຕໍ່​ການ​ຄວບ​ຄຸມ ບັນ​ດາເກາະ​ດອນ​ນ້ອຍໆ ຈຳ​ນວນ​ຫຼາຍ
​ຮ້ອຍ​ເກາະ​ດອນ​ ຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ຊຶ່ງ​ປະ​ເທດ​ອື່ນໆກໍ​ອ້າງ​ເອົາ​ກຳ​ມະ​ສິດ​ຄື​ກັນ.

ໝູ່ເກາະດອນ ທີ່ເອີ້ນວ່າ Paracel Islands

ແຕ່​ກໍ​ເປັນ​ທີ່​ປາ​ກົດ​ວ່າ ຈີນ ຊຶ່ງ​ຢ່າງ​ນ້ອຍ​ກໍ​ໃນ​ເວ​ລານີ້ ແມ່ນ​ສຳ​ເລັດ​ເປັນ​ທີ່​ຮຽບ​ຮ້ອຍ
​ແລ້ວ ໃນ​ການ​ຖົມ​ເກາະ​ດອນ​ຂອງ​ຕົນຢູ່​ໃນ​ທະ​ເລ ​ທີ່​ຈີນ​ໄດ້​ອ້າງ​ເອົາ​ກຳ​ມະ​ສິດທັງ​ໝົດ
ຫຼື​ເປັນ​ບາງ​ສ່ວນ​ ຂອງ​ລັດ​ຖະ​ບານ​ອື່ນໆ​ອີກ 5 ປະ​ເທດ ທີ່​ພວກ​ນັກ​ຊ່ຽວຊານ​ທາງ​ດ້ານ
​ທະ​ເລ​ ຕ່າງ​ກໍ​ເຫັນ​ພ້ອມ​ນຳ​ກັນ. ເຂົາ​ເຈົ້າ​ກ່າວ​ວ່​າ ຄວາມ​ພະ​ຍາ​ຍາມ​ໃນ​ການ​ຖົມ​ເກາະ
​ດອນເພື່ອ​ສ້າງ​ທີ່​ໝັ້ນ​ຂອງ​ຕົນ​ໃສ່​ເກາະ​ຫີນ​ນ້ອຍໆ ຊຶ່ງ ​ຄັ້ງ​ນຶ່ງ​ບໍ່​ເຄີຍ​ມີ​ຜູ້​ຄົ​ນ​ອາ​ໄສ​ຢູ່ນັ້ນ
ໄດ້​ມີ​ການ​ຢຸດ​ເຊົາ​ແບບ​ບໍ່​ມີ​ກຳ​ນົດ​ມາ​ໄດ້ 2 ປີ ​ແລ້ວ ຍ້ອນ​ວ່າ​ປັກ​ກິ່ງ ​ໄດ້​ບັນ​ລຸ​ລະ​ດັບ​
ການ​ຄວບ​ຄຸມ​ທີ່​ຕົນ​ຕ້ອງ​ການ​ເໜືອ​ບໍ​ລິເວນ ​ເຂດ​ທະ​ເລ​ດັ່ງ​ກ່າວ.

ສິ່ງປຸກສ້າງຂອງຈີນ ແມ່ນຢູ່ໃນພາບຖ່າຍ ໃນເຂດທີ່ມີການຂັດແຍ້ງກັນຂອງໝູ່ເກາະ Spratlys ໃນທະເລຈີນໃຕ້, ວັນທີ 21 ເມສາ 2017.

ທ່ານ​ຢຸນ​ ຊຸນ ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ໂຄງ​ການ​ເອ​ເຊຍ​ຕາ​ເວັນ​ອອກ ປະ​ຈຳ​ສູນກາງ
ວິ​ເຄາະ​ສ​ຕິມ​ຊັນ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ​ກ່າວ​ວ່າ “ຈີນໂດຍ​ພື້ນ​ຖານ​ແລ້ວ ຮູ້​ວ່​າ ຕົນ
​ໄດ້​ສຳ​ເລັດ​ເສັດ​ສິ້ນ ໃນ​ອັນ​ທີ່​ຈີນ​ເອີ້ນ​ວ່າ ການ​ຖົມ​ເກາະ​ດອນ​ຂັ້ນ​ທີ 1 ໃນ​ທະ​ເລ​
ຈີນ​ໃຕ້.”

ການ​ຖົມ​ເກາະ​ດອນ​ທີ່​ເລີ້ມ​ມາ​ແຕ່​ປີ 2010 ໄດ້​ພາ​ໃຫ້​ມີ​ການ​ກໍ່​ສ້າງ​ບ່ອນ​ເກັບ​ເຮືອ​ບິນ
ລະ​ບົບ​ເຣ​ດ້າ ແລະ​ສະ​ຖານ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸ​ນ​ການ​ຫາ​ປາ ແລະ​ການສຳ​ຫຼວດ ​
ນ້ຳ​ມັນ. ມີ​ປະ​ຊາ​ຊົນ​ພົນ​ລະ​ເຮືອນ​ອາ​ໄສ​ຢູ່​ຕາມ​ເກາະ​ດອນ​ນ້ອຍໆ​ເຫຼົ່າ​ນີ້ ຈຳ​ນວນ​ນຶ່ງ.
ຈີນ​ຄວບ​ຄຸມໝູ່​ເກາະ​ພາ​ຣາ​ແຊ​ລແຕ່​ພຽງ​ຜູ້​ດຽວ ຊຶ່ງ​ມີ​ທັງ​ໝົດ 130 ເກາະ​ດອນ ແລະ
​ເກາະ​ໃຫຍ່ 7 ເກາະ ຂອງ​ໝູ່​ເກາະ​ສ​ແປ​ຣັດ​ລີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ