ປັກກິ່ງ ຮຽກຮ້ອງໃຫ້ມຽນມາ ປ່ອຍໂຕຊາວຈີນ ທີ່ຖືກຈັບ ຍ້ອນຕັດໄມ້ ຜິດກົດໝາຍ

ຮູບພາບຈາກປີ 2011 ທີ່ສະແດງໃຫ້ໃຫ້ເຫັນ ການລັກຕັດໄມ້ ຜິດກົດໝາຍ ຢູ່ລັດ Kachin ໃນພາກເໜືອ ຂອງ ປະເທດມຽນມາ.

ໃນ​ວັນ​ພະຫັດ ອາທິດແລ້ວນີ້ ຈີນ​ໄດ້ຕິ​ຕຽນ​ການຕັດສິນລົງ​ໂທດ
ຂອງມຽນ ມາ ​ໃຫ້ຊາວ​ຈີນ 150 ກວ່າຄົນ ທີ່​ຖືກ​ຈັບ​ ໃນ​ຖານ​ຕັດ
​ໄມ້​ຜິດ​ກົດໝາຍ ​ຕິດຄຸກ ​ເປັນ​ເວລາ​ດົນນານ​. ນັກ​ຂ່າວ​ ວີ​ໂອ​ເອ
Steve Herman ລາຍ​ງານ​ຈາກຫ້ອງ ການ ໃນເຂດເອ​ເຊຍ​ຕາ
​ເວັນ​ອອກສຽງ​ໃຕ້ ທີ່ບາງກອກ ຊຶ່ງ ກິ່ງ​ສະຫວັນ​ຈະນຳ ​ເລື້ອງ​ນີ້
ມາສະ​ເໜີ​ທ່ານ.

Your browser doesn’t support HTML5

ຟັງລາຍງານ ກ່ຽວກັບຈີນ ຮຽກຮ້ອງໃຫ້ ມຽນມາ ປ່ອຍຊາວຈີນ ທີ່ຖືກກັກຂັງຢູ່ໃນຄຸກ ຈາກການຕັດໄມ້ຜິດກົດໝາຍ

ຢູ່​ໃນ​ຖະ​ແຫລ​ງການ​ຂອງ ກະຊວງ​ຕ່າງປະ​ເທດ​ຈີນ ​ໃນ​ວັນ​ພະຫັດ
ທີ່​ຜ່ານ​ມານີ້ ​ໄດ້​ຮຽກ​ຮ້ອງ​ໃຫ້​ມຽນມາຈົ່ງ​ປະຕິບັດຕໍ່​ປະຊາຊົນຂອງ
ຕົນທີ່ຖືກຕິດຄຸກຢູ່ນັ້ນ “ໃນວິທີທີ່ຖືກຕ້ອງຕາມ​ກົດໝາຍ ມີ​ເຫດຜົນ
ແລະເໝາະ​ສົມ” ​ແລະ​ໄດ້​ຮຽກຮ້ອງ​ໃຫ້​ສົ່ງບັນດາ​ຜູ້​ທີ່​ຖືກພົບເຫັນ
ວ່າມີຄວາມຜິດ​ທັງ​ໝົດ​ ໃນການຕັດ​ໄມ້​ຜິດ​ກົດໝາຍ​ນັ້ນ ​ກັບ​ຄືນ​ມາ
ປະ​ເທດ​ຈີນ “ໂດຍ​ໄວ​ເທົ່າ​ທີ່ໄວ​ໄດ້."

ຊາວ​ຈີນ​ທັງ​ໝົດ 156 ຄົນ​ໄດ້​ຖືກຈັບ​ໃນ​ເດືອນມັງກອນ ​ໃນ​ຖານເຄື່ອນ​ໄຫວ​ຕັດ​ໄມ້​ແບບຜິດ ກົດໝາຍ ຢູ່​ໃນ​ລັດ Kachin ​ເລາະ​ລຽບ​ຊາຍ​ແດນ​ມຽນມາຕິດກັບ​ຈີນ.

​ໃນ​ວັນ​ພຸດ​ແລ້ວ​ນີ້ ທັງ​ໝົດ ​ຍົກເວັ້ນແຕ່​ສາມ​ຄົນ ​ຂອງ​ພວກຈຳເລີຍ ​ໄດ້​ຖືກຕັດ ສິນໃຫ້ຈຳ
ຄຸກຕະຫລອດ “ຊີວິດ.” ບັນດາ​ຜູ້​ສັງ​ເກດ​ການ​ຢູ່ໃນມຽນມາ ກ່າວ​ວ່າ ພວກ​ນັກໂທດຕາມ
ປົກກະຕິແລ້ວມັກຈະ​ໄດ້ຮັບໂທດ​ຕິດຄຸກ 20 ປີ ໃນ​ຄວາມ ຜິດທຳນອງນີ້.

ຜູ້​ພິພາກສາ​ Myint Swe ​ໃຫ້ເຫດຜົນວ່າ ​ການຕັດສິນ​ລົງ​ໂທດທີ່​ຍາວ​ນານ​ຜິດປົກກະຕິ
ດັ່ງກ່າວ ​ເປັນນຶ່ງ​ໃນຈຳນວນ​ການປາບປາມ​ທັບ​ມ້າງໂດຍ ຂອງມຽນມາ ຕໍ່​ການ​ຄ້າ​ໄມ້
​ເຖື່ອນ.

ທ່ານ Myint Sew ກ່າວ​ວ່າ “ກໍລະນີ​ການ​ຕິດ​ຄຸກທີ່ຍາວນານນີ້​ໄດ້​ຖືກ​ຕັດສິນ​ ເພາະ
ວ່າເປັນ​ການ​ທຳຮ້າຍ​ຕໍ່​ສິ່ງ​ແວດ​ລ້ອມຢ່າງ​ໃຫຍ່ຫລວງ ​ແລະ​ສ້າງ​ຄວາມ​ເສຍ​ຫາຍ​
ໃຫ້ແກ່​ປ່າໄມ້ ທີ່​ອີງ​ຕາມ​ຈຳນວນຄົນ​ທີ່​ພົວພັນແລະ​ການ​ໃຊ້ເຄຶ່ອງຈັກ.”

ບັນດາ​ເຈົ້າ​ໜ້າ​ທີ່ ​ໃນ​ເວລາ​ທີ່ມີການຈັບກຸມ​ນັ້ນ ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຍຶດ​ເອົາ​ລົດ​ແກ່​ໄມ້
436 ຄັນ ລົດ​ກະບະ 14 ຄັນ ທີ່​ເຕັມ​ໄປ​ດ້ວຍໄມ້ທີ່​ຖືກ​ຕັດ ຢາ​ກະ​ຕຸ້ນ ປະສາດ ຢາຝິ່ນ​ດິບ
​ແລະ​ເງິນ​ຈີນ.

ບັນດາ​ນັກປົກປ້ອງ​ສິ່ງ​ແວດ​ລ້ອມ ​ໄດ້​ກ່າວ​ຫາ​ມາ​ເປັນ​ເວລາ​ດົນ​ນານແລ້ວວ່າ ​ທັງ​ມຽນມາ
​ແລະ​ຈີນ ​ບໍ່​ເອົາ​ຫົວຊາຕໍ່ເຄືອຂ່າຍ​ລັກລອບຄ້າ​ຫີນແກ້ວທີ່ລ້ຳລວຍ ຢາ ເສບຕິດ ​ແລະ
​ຊັບພະ​ຍາກ​ອນຫລາຍໆ​ຢ່າງ ທີ່ໃກ້ຈະສູນພັນ ຢູ່​ເລາະຕາມຊາຍ​ແດນ​ຂອງ​ເຂົາ​ເຈົ້າ.

ທ່ານ Julian Newman ຫົວໜ້າ​ປຸກລະດົມອົງການສືບລັບສະພາບແວດລ້ອມ ​ທີ່​ບໍ່​ຫວັງ
ຜົນ​ກຳ​ໄລ ທີ່ມີສຳນັກງານຢູ່​ອັງກິດ ກ່າວວ່າ:

“ຄວາມ​ຈິງ​ແລ້ວ ພວກ​ເຮົາ​ຍິນ​ດີ​ຕ້ອນ​ຮັບ​ການບັງຄັບ​ກົດໝາຍ. ​ແລະ​ພວກ​ເຮົາ​ຄິດ​ວ່າການຕັດສິນ​ລົງ​ໂທດ​ທັງ​ໝົດ​ນີ້ ​ເກີນ​ຂອບ​ເຂດ ​ແລະ​ຄວາມ​ຈິງກໍຄືວ່າ​ສ່ວນໃຫຍ່
ຂອງພວກທີ່ຖືກ​ຈັບ​ ​ເປັນພຽງຜູ້ມີບົດບາດ​ຈຳນວນນ້ອຍໆ​ເທົ່ານັ້ນ.”

ທ່ານ Newman ກ່າວວ່າ ການ​ຕົກລົງ​ດ້ານ​ທຸລະ​ກິດກັບ​ຈີນ ກ່ຽວ​ກັບ​ການ​ຕັດ​ໄມ້ຜິດ​
ກົດໝາຍນັ້ນ ​ແມ່ນມີຂຶ້ນໃນລະດັບທີ່ສູງຫຼາຍ ອາດຈະເປັນໃນ​ບັນດາ​ກຸ່ມ​ຊົນເຜົ່າ ຫລື
​ພວກທະຫານ ຢູ່​ໃນ​ມຽນມາ.

ທ່ານ​ Newman ກ່າ​ວວ່າ “​ເພ​າະສະ​ນັ້ນ ຢ່າງ​ໜ້ອຍກໍໄດ້ເລີ້ມ​ລຸກ​ຂື້ນ​ຕິດຕາ​ມ​ເສັ້ນ​ສາຍຂອງ​ບັນດາ​ຄົນ ​ທີ່ເປັນ​ຜູ້​ອອກ​ຫົວຄິດ​ເລື້ອງ​ກິດຈະ​ການ​ຕັດ​ໄມ້​ທີ່​ຜິດ​ກົດໝາຍ
​ແທນ​ທີ່​ຈະແມ່ນ​ຄົນ​ທີ່ຢູ່​ລຸ່ມ​ສຸດ​ຂອງ​ເສັ້ນ​ສາຍ ບັນຫາ​ຈະ​ດຳ​ເນີນ​ຢູ່​ຕໍ່​ໄປ ​ເພາະວ່າ
ຢູ່​ເລື້ອຍໆ ຄົນ​ຜູ້​ທີ່ເປັນ​ພວກ​ຕັດ​ໄມ້ ຫລື​ຄົນ​ຂັບ​ລົດ​ແກ່​ໄມ້ ​ເປັນ​ຜູ້​ໄດ້ຮັບ​ເຄາະ.”

ທ່ານ Maung Zarni ນັກ​ເຄື່ອນ​ໄຫວ​ມຽນມາ​ພັດ​ຖິ່ນ ກ່າວ​ວ່າ ການ​ລົງ​ໂທດ​ໜັກ​ປາກົດ​ວ່າ
ເປັນການຕອບໂຕ້​ຕໍ່ການທີ່​ຈີນ ​ປູ​ຜ້າ​ພົມ​ແດງ​ຕ້ອນຮັບທ່ານ​ນາງ Aung San Suu Kyi ທີ່
​ຢ້ຽມຢາມ​ຈີນ​ຫວ່າງມໍ່ໆ​ມາ​ນີ້.

ທ່ານ Zarni ກ່່າວ​ວ່າ “ລັດຖະບານ​ທ​ະຫານ​ມຽນມາບໍ່​ເຄີຍ​ຍົກ​ມື​ຂຶ້ນ ຕ້ານພວກ​ພໍ່ຄ້າ
​ຈີນ ຜິດກົດໝາຍ ຫລື​ບໍ່​ກໍ່ຕາມ. ​ແລະ ​ເພາະສະ​ນັ້ນ ນີ້​ເປັນການຕອບໂຕ້ ທາງ​ດ້ານ​ການ​ເມືອ​ງ ທີ່​ບັນດາ​ຜູ້ນຳ​ທະຫານມຽນມາ ​ເປັນ​ທີ່​ຮູ້ຈັກ​ກັນ​ດີ ​ໃນ​ການ​ກະທຳ.”

ນັກ​ເຄື່ອນທ່ານນີ້​ໄຫວ​ທຳ​ນາຍວ່າ ມຽນມາ ​ໃນ​ທີ່​ສຸດກໍຈະ​ກົ້​ມຫົວ​ໃຫ້​ແກ່ການ​ກົດ​ດັນ​ຂອງ​
ຈີນ​ ​ແລະ​ພວກ​ທີ່​ຖືກ​ຕິດ​ຄຸກ​ກໍຈະ​ຖືກ​ປ່ອຍໂຕ​ໃນ​ໄວໆ​ນີ້ ​ແລະ​ຖືກ​ສົ່ງ​ກັບ​ບ້ານໄປຈີນ.