ທ່ານ Beau Biden ລູກຊາຍກົກ ຂອງຮອງປະທານາທິບໍດີ ສຫລ ເສຍຊີວິດແລ້ວ

ທ່ານ Beau Biden ສະເໜີຊື່ ພໍ່ຂອງຜູ້ກ່ຽວ ຄືທ່ານ Joe Biden ເພື່ອເປັນຮອງປະທານາທິບໍດີ ຢູ່ທີ່ ກອງປະຊຸມພັກເດໂມແຄຣັດ ທົ່ວປະເທດ ໃນນະຄອນ Charlotte ລັດ North Carolina, ວັນທີ 6 ກັນຍາ 2012.

ທ່ານ Beau Biden ລູກ​ຊາຍ​ຂອງ​ຮອງ​ປະທານາທິບໍດີ
ສະຫະລັດ ທ່ານ Joe Biden ​ໄດ້​ເສຍ​ຊີວິດ​ແລ້ວ.

ທ່ານ Beau Biden ເປັນອະດີດ ​ໄອ​ຍະການ​ໃຫຍ່​ຂອງ​ລັດ
Delaware ຢູ່ທາງພາກ​ຕາ​ເວັນ​ອອກສຽງ​ເໜືອ ​ຂອງ​ສະຫະລັດ ​
ໄດ້​ເສຍ​ຊີວິດ​ໃນ​ວັນ​ເສົາ​ວານ​ນີ້ ຫຼັງຈາກທີ່​ໄດ້​ຕໍ່ສູ້​ກັບ ພະຍາດ​
ມະ​ເຮັງ​ຢູ່​ໃນ​ສະໝອງ​ມາ​ໄດ້ຫຼາຍປີ​ແລ້ວ ມີ​ອາຍຸ​ລວມ​ໄດ້ 46 ປີ.
ລູກ​ຊາຍ​ກົກ​ຂອງ​ຮອງ​ປະທານາທິບໍດີ ຍັງ​ໄດ້​ສະມັກ​ເຂົ້າ​ເປັນ
​ທະຫານປະຕິບັດ​ໜ້າ​ທີ່ ຢູ່​ໃນ​ອີຣັກ​ເປັນເວລາ​ນຶ່ງ​ປີ.

ຮອງ​ປະທານາທິບໍດີ Biden ກ່າວໃນ​ຖະ​ແຫລ​ງການສະບັບ​ນຶ່ງ​ວ່າ
“ມັນ​ເປັນ​ການ​ເສຍ​ອົກ​ເສຍ​ໃຈຫຼາຍ” ທີ່​ທ່ານ ​ພ້ອມ​ດ້ວຍຄອບ​ຄົວ “ປະກາດ​ກ່ຽວກັບ
ການຈາກ​ໄປ​ຂອງ​ຜູ້​ເປັນ​ສາມີ ​ເປັນ​ອ້າຍ ​ເປັນ​ລູກ​ກໍ​ຄື ທ່ານ Beau ຫຼັງຈາກ​ທີ່​ລາວ
ໄດ້​ສູ້​ຊົນ​ກັບພະຍາດ​ມະ​ເຮັງ​ໃນ​ສະໝອງ ດ້ວຍ​ຄວາມສະຫງ່າ ​ກ້າຫານ ​ແລະ
ເຂັ້ມແຂງແບບ​ດຽວ​ກັນ​ກັບ​ທີ່ລາວ ໄດ້​ປະຕິ​ບັດ​ມາ​ ໃນແຕ່​ລະ​ມື້​ ຂອງຊີວິດ​ຂອງ​ລາວ.”

ທ່ານ Beau Biden ​ໄດ້​ຮັບ​ການ​ຮັກສາ​ປິ່ນປົວ ພະຍາດ​ດັ່ງກ່າວ ໃນ​ເດືອນນີ້ ​ຢູ່​ທີ່ໂຮງ
ພະຍາບານທະຫານ Walter Reed ທີ່ຕັ້ງຢູ່ນອກ​ນະຄອນຫຼວງວໍ​ຊິງ​ຕັນ​.

ຮອງ​ປະທານາທິບໍດີ Biden ກ່າວ​ວ່າ “ຄອບຄົວ​ຂອງ Biden ທັງ​ໝົດ ​ແມ່ນ​ມີ​ຄວາມ​ເສົ້າສະຫ​ລົດ​ໃຈ ເກີນ​ກວ່າ​ຈະ​ພັນ​ລະນາ​ໄດ້. ພວກ​ເຮົາ​ຮູ້​ດີ​ວ່າ ຈິດວິນ​ຍານ​ຂອງທ່ານ Beau ຈະຍັງ​ຄົງ​ມີ​ຢູ່​ກັບ​ພວກ​ເຮົາ​ໝົດ​ທຸກ​ຄົນ ​ໂດຍ​ສະ​ເພາະ​ແລ້ວ ​ແມ່ນ ນາງ Haile ​ພັນ​ລະ​ຍາ​ທີ່​ກ້າຫານ ​ແລະ ລູກນ້ອຍ​ທີ່​ປະ​ເສີດ​ທັງ​ສອງ​ຄົນຄື ນາງ Natalie ​ແລະ ທ້າວ Hunter.”

ຮອງ​ປະທານາທິບໍດີ Biden ​ເວົ້າເຖິງ​ລູກ​ຊາຍ​ຂອງ​ທ່ານອີກ​ວ່າ “ລາວ ຊັ່ງ​ຊາໂຕ​ລາວ​
ເອງ ໃຫ້ເປັນ​ເຊັ່ນ​ກັບສາມີ ​ເປັນພໍ່ ​ເປັນລູກ​ຊາຍ ​ແລະ ​ເປັນອ້າຍ ຫຼາຍກວ່າ​ສິ່ງ​ຕ່າງໆ ​ທີ່ລາວ​ໄດ້​ປະສົບ​ຜົນສຳ​ເລັດ​ ໃນ​ດ້ານ​ວຽກການ​ງານຂອງ​ລາວ. ກຽດສັກສີອັນ​ເດັດ ດ່ຽວ​ຂອງ​ລາວ ​ໄດ້​ເຮັດ​ໃຫ້​ລາວ ເປັນ​ແບບຢ່າງ​ທີ່​ດີ ໃຫ້​ແກ່​ຄອບ​ຄົວ​ຂອງ​ພວກ​ເຮົາ. ທ້າວ Beau ເຮັດໃຫ້​ຄຳ​ເວົ້າ​ພໍ່​ຂ້າພະ​ເຈົ້າເປັນຈິງຂຶ້ນມາ ທີ່​ວ່າ ຜູ້ປົກຄອງ ​ຮູ້​ວ່າ​ໄດ້​ເຮັດສຳ​ເລັດໜ້າ​ທີ່ ​ໃນເມື່ອລູກ​ຂອງ​ລາວ​ນັ້ນ ​ປະສົບ​ຜົນສຳ​ເລັດຫຼາຍກວ່າ ລາວ​ເອງ.”

Your browser doesn’t support HTML5

Beau Biden Obituary