ປະຊາຄົມນຶ່ງ ໃນລັດ Louisiana ທາງພາກໃຕ້ຂອງສະຫະລັດອາເມຣິກາ ໄດ້ພາກັນໄວ້ອາໄລໃນຕອນແລງວັນຈັນວານນີ້ ເພື່ອເປັນກຽດໃຫ້ແກ່ຕຳຫລວດຄົນນຶ່ງໃນຈຳນວນສາມຄົນ ທີ່ຖືກຍິງຕາຍໂດຍອະດີດທະຫານມາຣີນສະຫະລັດ.
ຫລາຍຮ້ອຍຄົນໄດ້ພາກັນເຕົ້າໂຮມກັນຢູ່ໂບດໃນນະຄອນ Baton Rouge ໃນ ອັນທີ່ໄດ້ກາຍມາເປັນການສະແດງຄວາມເສົ້າໂສກແລະສະໜັບສະໜູນທີ່ໄດ້ເຫັນ ກັນຫຼາຍຂຶ້ນ ຢູ່ໃນສະຖານທີ່ແຫ່ງນັ້ນ ແລະແຫ່ງອື່ນໆຢູ່ທົ່ວປະເທດ.
ທ່ານ Corey Sylvest ຊາວນະຄອນ Baton Rouge ກ່າວວ່າ “ທ່ານຮູ້ບໍ່ວ່າຄົນທີ່ກະທຳຜິດກົດໝາຍ ຢູ່ໃນເຫດຮ້າຍເມື່ອວັນອາທິດ ບໍ່ໄດ້ມາຈາກປະຊາຄົມຂອງພວກເຮົາ ຢູ່ໃນນະຄອນ Baton Rouge ຫລື ມາຈາກລັດ Louisiana ເພາະສະນັ້ນ ຂ້າພະເຈົ້າຄິດວ່າ ປະຊາຄົມຂອງພວກເຮົາເຂັ້ມແຂງ ພວກເຮົາມີ ຄວາມສາມັກຄີກັນດີທີ່ສຸດ ແຕ່ບໍ່ໄດ້ໝາຍຄວາມວ່າ ພວກເຮົາບໍ່ມີບັນຫາ ພວກເຮົາຈະແກ້ໄຂບັນຫາຕ່າງໆເຫລົ່ານັ້ນ ໃນນາມປະຊາຄົມ ແລະຂ້າພະເຈົ້າຄິດວ່າພວກເຮົາກຳລັງດຳເນີນການດັ່ງກ່າວ ແລະຜູ້ຄົນທີ່ເຂົ້າມາຈາກຂ້າງນອກປະຊາຄົມຂອງພວກເຮົາ ມາສ້າງບັນຫາ ທີ່ເຮົາຮັບເອົາບໍ່ໄດ້ຢູ່ທີ່ນີ້.”
Your browser doesn’t support HTML5
ບັນດາເຈົ້າໜ້າທີ່ທະຫານໄດ້ພິສູດວ່າ ມືປືນທີ່ໃສ່ໜ້າກາກຍິງພວກເຈົ້າໜ້າທີ່ຕຳຫຼວດ ໃນວັນອາທິດຜ່ານມານີ້ ແມ່່ນ ທ້າວ Gavin Long ຈາກເມືອງ Kansas City ລັດ Missouri. ລາວໄດ້ຮັບໃຊ້ ເປັນທະຫານມາຣີນ ແຕ່ປີ 2005 ຫາປີ 2010 ຮວມທັງເຄີຍຖືກສົ່ງໄປປະເທດອີຣັກ.
ຜູ້ປົກຄອງລັດ Louisiana ທ່ານ John Bel Edwards ກ່າວໃນລະຫວ່າງກອງປະຊຸມນັກຂ່າວໃນວັນຈັນວານນີ້ວ່າ ຄວາມປະພຶດຂອງທ້າວ Long ໄດ້ເປັນ “ຜີສາງ ແທ້ໆ.”
ຜູ້ປົກຄອງລັດກ່າວຕໍ່ອີກວ່າ “ລາວໄດ້ມາທີ່ນີ້ຈາກແຫ່ງອື່ນ ເພື່ອມາທຳຮ້າຍປະ ຊາຄົມຂອງພວກເຮົາ ໂດຍສະເພາະຜູ້ປະຕິບັດກົດໝາຍ ໃນສັງຄົມຂອງພວກເຮົາ.”
ຕຳຫລວດກ່າວວ່າ ທ້າວ Long ປາກົດວ່າໄດ້ “ໃຊ້ສື່ສັງຄົມຢ່າງກວ້າງຂວາງ” ຮວມທັງກ່ອນເວລາລາວທຳການໂຈມຕີນຳດ້ວຍ.