ນາຍົກລັດຖະມຸນຕີຂອງ Barbados ເຖິງແກ່ ມໍລະນະກໍາ

  • ບົວສະຫວັນ

ນາຍົກລັດຖະມຸນຕີຂອງ Barbados ເຖິງແກ່ ມໍລະນະກໍາ

ນາຍົກລັດຖະມຸນຕີຂອງ Barbados ເຖິງແກ່ ມໍລະນະກໍາ

ນາຍົກລັດຖະມຸນຕີຂອງ Barbados ປະເທດເກາະດອນໃນ​ເຂດທະເລ Caribbean ທ່ານ
David Thompson ໄດ້ເຖິງແກ່ມໍລະນະກໍາໄປ ແລ້ວຫລັງຈາກໄດ້ຕໍ່ສູ້ກັບໂຣກມະເຮັງໃນ
ມ້າມ ມາເປັນເວລາດົນນານ. ທ່ານ Thompson ສີ້​ນຊີວິດ​ລົງ ໃນຕອນເຊົ້າວັນເສົາວານນີ້
ທີ່ບ້ານພັກຂອງທ່ານ ຮວມອາຍຸໄດ້ 48 ປີ.

ທ່ານ Clifford Husbands ຂ້າຫລວງໃຫຍ່ຂອງ Barbados ໄດ້ແຕ່ງຕັ້ງທ່ານ Freudel
Stuart ລັດຖະມຸນຕີກະຊວງຍຸຕິທໍາແລະຮອງນາຍົກລັດຖະ ມຸນຕີ ຂຶ້ນດໍາລົງຕໍາແໜ່ງແທນ
ທ່ານ Thompson ​ແລະທ່ານ Stuart ຈະດໍາລົງຕໍາ ແໜ່ງນາຍົກລັດຖະມົນຕີໄປຈົນຮອດ
ການເລືອກຕັ້ງທົ່ວໄປຄັ້ງໃໝ່ ໃນປີ 2012.

ທ່ານ Thompson ໄດ້ຂຶ້ນເປັນນາຍົກລັດຖະມຸນຕີຄົນທີ 6 ຂອງປະເທດໃນເດືອນມັງກອນ
ປີ 2008.

ທ່ານໄດ້ເປັນຫົວໜ້າພັກ​ແຮງ​ງານປະຊາທິປັດ ຫລື Democratic Labor Party ນັບແຕ່
ຕົ້ນຊຸມປີ 1990 ເປັນຕົ້ນມາ ແລະໄດ້ຮັບການຍ້ອງຍໍວ່າເຮັດ​ໃຫ້ພັກໄດ້ຮັບສຽງສ່ວນຫລາຍ
ໃນສະພາແຫ່ງຊາດເມື່ອ 2 ປີຜ່ານມາ.

ມື້ລາງນາຍົກລັດຖະມຸນຕີ Thompson ມີພັນລະຍາ ຊື່ທ່ານນາງ Marie-Josephine Mara ແລະລູກສາວ 3 ຄົນ.