ທ່ານ Obama ຢ້ຽມຢາມ El Salvador

ທ່ານ Barack Obama ໂບກມືໃຫ້ປະຊາຊົນ ທີ່ Santiago, Chile.

ປະທານາທິບໍດີສະຫະລັດ ທ່ານ Barack Obama ເດີນທາງໄປຍັງ El Salvador ​ໃນວັນອັງຄານມື້ນີ້ ຊຶ່ງເປັນບ່ອນຢຸດແວ່ປະ​ເທດສຸດ​ທ້າຍ ​ໃນ​ການ​ຢ້ຽມຢາມ
3 ປະ​ເທດ​ ໃນເຂດ​ອະ​ເມຣິກາ​ລາ​ຕິນ.

ທ່ານໂອບາມາ​ພ້ອມ​ດ້ວຍ​ສະ​ຕີ​ໝາຍເລກ​ນຶ່ງ​ ທ່ານນາງ Michelle Obama ຈະ​ອອກເດີນທາງອອກ​ຈາກນະຄອນ Santiago ປະເທດ Chile ໄປສູ່ນະຄອນ​ຫຼວງ San Salvador ​ໃນຕອນ​ເຊົ້າ​ວັນ​ນີ້.

ທ່ານ Obama ຈະ​ໄດ້​ພົບກັບປະທານາທິບໍດີແຫ່ງແອລ
ຊານວາດໍ ທ່ານ Carlos Mauricio Funes ​ແລະ​ຄອບ
ຄົວທ່ານໂອບາມາຈະ​ໄດ້​ໄປຮວ່ມງານລ້ຽງຮັບຮອງອາຫານ​ຄໍ່າ
ຢ່າງເປັນ​ທາງ​ການ​ຢູ່​ໃນ​ທໍານຽບປະທານາທິບໍດີໃນ​ຄໍ່​າຄືນ​ນີ້.

ໃນ​ວັນ​ຈັນ​ວານ​ນີ້​ ທີ່ນະຄອນ Santiago, ທ່ານ Obama ​ໄດ້​ກ່າວ​ຄໍາ​ປາ​ໄສ ໂດຍເວົ້າວ່າ
Chile ​ໄດ້​ສະ​ແດງ​ໃຫ້​ໂລກ​ເຫັນ​ວ່າ ການ​ປ່ຽນ​ແປງມອບ​ອໍານາດ​ຈາກ​ລະບອບຜະ​ເດັດ​ການ
ສູ່​ລະບອບ​ປະຊາທິປະ​ໄຕ​ນັ້ນ​ສາມາດ​ເປັນ​ໄປຢ່າງ​ສັນຕິ​ວິທີໄດ້.