ທະນາຄານ BSI ຂອງ Swiss ພົວພັນກັບ ການຟອກເງິນ ໃນສິງກະໂປ

ພະນັກງານຜ່ານເຂົ້າໄປໃນເຂດທີ່ຫວງຫ້າມ ຂອງທະນາຄານ BSI ຂອງ Swiss ໃນສິງກະໂປ, 24 ພຶດສະພາ, 2016.

ສິງກະ​ໂປ ໄດ້​ສັ່ງ​ໃຫ້​ທະນາຄານ BSI ຂອງ Swiss ທີ່​ມີ​ສ່ວນ​ພົວພັນ​ກັບການ​ຟອກ​ເງິນ​ໃນ​ກອງ​ທຶນລັດຖະບານມາ​ເລ​ເຊຍ 1MDB ​ໃຫ້​ປິດການບໍລິການ​ຂອງສາຂາ​ໃນ​ທ້ອງ​ຖິ່ນ​ລົງ​.

ທະນາຄານ​ການສິງກະ​ໂປ ໄດ້​ລະບຸ​ວ່າ ນີ້​ແມ່ນ​ຄັ້ງ​ທຳ​ອິດ​ໃນ​ຮອບ 32 ປີ ທີ່ຕົນໄດ້​ຖອນ​ໃບ​ອະນຸຍາດ ​ຈາກ​ທະນາຄານ​ພານິດ.

​ໃນ​ອີກ​ດ້ານ​ນຶ່ງ ຫ້ອງການ​ອະທິ​ໄອ​ຍະ​ການຂອງ Swiss ​ໄດ້​ເລີ້ມການ​ສືບສວນ​ທະນາຄານ​ແບບ​ກະທັນຫັນ ​ແລະ​ກ່າວ​ວ່າ “ມີ​ການ​ສົງ​ໄສ​ວ່າ ​ໄດ້​ມີ​ການ​ບົກ​ຜ່ອງ​ພາຍ​ໃນ ​ໃນ​ອົງກອນ​ນາໆ​ຊາດ” ຂອງ​ທະນາຄານ BSI.

ສຳ​ນັກ​ງານ​ກວດກາ​ແລະ​ຄວບ​ຄຸ​ມການ​ເງິນ​ຂອງສິງກະ​ໂປ ຫຼື Monetary Authority of Singapore (MAS) ກ່າວ​ວ່າ ​ທະນາຄານ Swiss ​ແມ່ນ​ມີ​ຄວາມ​ຜິດ​ໃນ​ການລະ​ເມີດຂໍ້​ບັງ ຄັບ​ຂອງ​ການ​ຕໍ່ຕ້ານ​ການ​ຟອກ​ເງິນ ການຄວບ​ຄຸມ​ການ​ບໍລິຫານ​ຈັດການ​ຂອງ​ທະນາຄານ ທີ່​ບໍ່​ດີ ​ແລະ​ການ​ປະກອບ​ການ​ທີ່​ຜິດ​ຈັນ​ຍາ​ບັນ​ຂອງ​ລະບົບ​ທະນາຄານ​ທັງໝົດຂອງ​ເຈົ້າ​ໜ້າ​ທີ່​ທະນາຄານ​ບາງ​ຄົນ.

ສຳນັກງານ MAS ກ່າວ​ວ່າ ຕົນ​ໄດ້​ຂໍໃຫ້ຄະນະ​ໄອ​ຍະ​ການ​ທຳ​ການ​ສືບສວນສອບ​ສວນ ເຈົ້າໜ້າ​ທີ່​ອະ​ວຸ​ໂສ ທັງ 6 ຄົນ ຂອງທະນາຄານ Swiss. ຜູ້​ບໍລິຫານ ຊາວ​ສິງກະ​ໂປ 2 ທ່ານ ​ແມ່ນ​ໄດ້​ຖືກ​ດຳ​ເນີນ​ຄະດີ​ແລ້ວ.

ການສືບສວນສອບ​ສວນຂອງ​ການ​ລົງທຶນ​ຂອງ​ບໍລິສັດ​ຂອງລັດຖະບານ​ມາ​ເລ​ເຊຍ 1MDB
ກ່າວ​ຫາ​ວ່າ ມີ​ຫຼາຍ​ກວ່າ 4 ພັນ​ລ້ານ ​ໂດ​ລ່າ ​ໄດ້​ຖືກ​ໃຊ້​ຈ່າຍ​ໄປ​ໃນ​ທາງ​ທີ່​ບໍ່​ຖືກ​ບໍ່​ຄວນ ຈາກ​ກອງ​ທຶນ​ດັ່ງກ່າວ. 1MDB ​ໄດ້​ຖືກ​ສົງ​ໄສໃນ​ປີ​ກາຍ​ນີ້ ​ເວລາລາຍ​ງານຂອງສື່​ມວນ​ຊົນໄດ້ຖາມ​ເຖິງ​ເງິນ​ຈຳນວນ​ຫຼາຍ​ລ້ານ​ໂດ​ລ່າ ທີ່​ໄດ້ສົ່ງ​ໄປ​ຝາກ​ໃນບັນຊີ​ສ່ວນ​ບຸກຄົນຂອງນາຍົກ ລັດຖະ ມົນຕີມາ​ເລ​ເຊຍ ທ່ານ Najib Razak.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Your browser doesn’t support HTML5

Malaysia Fund Scandal