ສະຫະລັດ ໂຈະ ສິດພິເສດ ດ້ານການຄ້າ ຕໍ່ ບັງກລາແດັສ

ຊາກຫັກພັງ ຂອງຕຶກໂຮງງານຕັດຫຍິບ ທີ່ພັງລົງມາ ເມື່ອວັນທີ 24 ເມສາ ທີ່ຄຸ້ມ Savar ໃກ້ໆນະຄອນ Dhaka (12 ພຶດສະພາ 2013)

ບັງກລາແດັສ ກ່າວວ່າ ຕົນຕື່ນຕົກໃຈເປັນທີ່ສຸດກ່ຽວກັບການຕັດ
ສິນໃຈ ຂອງປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ທີ່ ຈະໂຈະການໃຫ້ສິດພິເສດທາງດ້ານການຄ້າຕໍ່ບັງກລາແດັສຍ້ອນ
ອັນທີ່ທ່ານໂອບາມາເອີ້ນວ່າມັນເປັນຄວາມລົ້ມແຫຼວຂອງບັງກລາ
ແດັສໃນການປົກປ້ອງຄຸ້ມຄອງສິດທິຂອງພວກຄົນງານ.

ກະຊວງການຕ່າງປະເທດບັງກລາແດັສ ກ່າວໃນວັນສຸກ ມື້ນີ້ວ່າ
ປະເທດຂອງຕົນ ໄດ້ເລີ້ມດຳເນີນການແບບໜັກແໜ້ນ ເພື່ອປັບ
ປຸງຄວາມປອດໄພຢູ່ຕາມໂຮງງານຕ່າງໆ ສອງເດືອນຫລັງຈາກ
ໂຮງງານຕັດຫຍິບແຫ່ງນຶ່ງທີ່ນະຄອນ Dhaka ໄດ້ພັງລົງຊຶ່ງເປັນ
ເຫດໃຫ້ 1,200 ກວ່າຄົນ ເສຍຊີວິດ ແລະເຮັດໃຫ້ບັງກລາແດັສ
ຕົກຢູ່ພາຍໃຕ້ການກວດສອບທີ່ເຂັ້ມງວດເພີ້ມຂຶ້ນຂອງສະຫະລັດ.

ການປະກາດ ຂອງປະທານາທິບໍດີໂອບາມາ ໃນມື້ວັນພະຫັດວານນີ້ ແມ່ນໝາຍຄວາມວ່າ ບັງກລາແດັສຈະສູນເສຍສິດພິເສດໃນການຍົກເວັ້ນການເກັບພາສີ ສຳລັບຜະລິດຕະພັນ ທີ່ສົ່ງອອກມາຍັງສະຫະລັດ.

ສິດພິເສດໃນການຍົກເວັ້ນພາສີ ແມ່ນເປັນພາກສ່ວນນຶ່ງຂອງໂຄງການ GSP ເພື່ອຊຸກຍູ້ ໃຫ້ເສດຖະກິດເຕີບໂຕຢູ່ໃນບັນດາປະເທດທີ່ກຳລັງພັດທະນາ.

ເຖິງແມ່ນວ່າ ໂຄງການ GSP ບໍ່ໄດ້ກວມເອົາອຸດສາຫະກຳຕັດຫຍິບກໍຈິງ ແຕ່ການເຄື່ອນ ໄຫວທີ່ວ່ານີ້ ແມ່ນເປັນການສ້າງຄວາມອັບອາຍຂາຍໜ້າໃຫ້ແກ່ລັດຖະບານບັງກລາແດັສ ຊຶ່ງພວມຫາທາງສ້າງຄວາມໝັ້ນໃຈຕໍ່ບັນດາບໍລິສັດຕ່າງປະເທດວ່າຕົນຈິງຈັງກ່ຽວກັບການ ປັບປຸງຄວາມປອດໄພ.

ຜູ້ຕາງໜ້າທາງດ້ານການຄ້າຂອງສະຫະລັດທ່ານ Michael Froman ກ່າວວ່າສະຫະລັດ ຈະເປີດການເຈລະຈາຮອບໃໝ່ກັບບັງກລາແດັສເພື່ອປັບປຸງສິດທິຂອງພວກຄົນງານຕັດ ຫຍິບສຳລັບປ້ອງກັນບໍ່ໃຫ້ເຫດຮ້າຍຕ່າງໆເຊັ່ນການພັງລົງຂອງໂຮງງານສາມາດຫຼີກລ່ຽງ
ໄດ້ ແລະຟື້ນຟູສິດພິເສດທາງດ້ານການຄ້າຄືນໃໝ່.