ບັງກລາແດັສ ຕັດສິນລົງໂທດ ປະຫານຊີວິດ 2 ຄົນ ທີ່ສັງຫານ ນັກຂ່າວອິນເຕີແນັດ

ຊາວບັງກລາແດັສ ພາກັນໄວ້ອາໄລ ນັກຂຽນ blogger ພາກັນແຫ່ ທ່ານ Ahmed Rajib Haider ໃນງານຊາປະນະກິດສົບ ທີ່ເມືອງ Dhaka, ບັງກລາແດັສ, 16 ກຸມພາ 2013.

ສານ​ໃນ Bangladesh ​ໄດ້ຕັດສິນລົງ​ໂທດປະຫານ​ຊີວິດຕໍ່​ຊາຍ
​ສອງ​ຄົນ ​ແລະ​ອີກ 6 ຄົນ ໃຫ້ຕິດ​ຄຸກ ​ໃນ​ວັນ​ພະຫັດ​ມື້​ນີ້ ​ໃນ​ຄະດີ
ພົວພັນກັບການ​ສັງຫານ​ນັກ​ຂຽນຂ່າວລົງອິນ​ເຕີ​ແນັດຫຼື blogger.

ພວກ​ໂຈມ​ຕີ​ທີ່​ສັງຫານ ທ່ານ Ahmed Rajib Haider ດ້ວຍ​ມີດ​
ຂະໜາດໃຫຍ່ໃກ້ໆ​ກັບ​ບ້ານ​ຂອງ​ທ່ານໃນ​ຂະນະທີ່ມີ​ການ​ເພີ້ມຂຶ້ນ
ໃນ​ອັນ​ທີ່​ເອີ້ນ​ວ່າ ຄວາມ​ຮຸນ​ແຮງ ທີ່​ດຳ​ເນີນມາ ​ໄດ້​ຫລາຍ​ປີ​ແລ້ວ​
ການ​ຈັບ​ກຸມ​ແລະ​ການ​ຂົ່ມຂູ່ຕໍ່ພວກ​ນັກ​ຂຽນ​ ທີ່​ຖືກ​ກ່າວ​ຫາ​ວ່າສົບ​
ປະ​ມາດ​ສາສະໜາອິສລາມ​ນັ້ນ.

ຜູ້​ພິພາກສາ​ສານ ​ໃນ​ການ​ດຳ​ເນີນ​ຄະດີ ​ທີ່​ເລັ່ງດ່ວນດັ່ງກ່າວ ​ໃນ​
ສານນະຄອນ Dhaka ​ໄດ້ຕັດສິນລົງ​ໂທດ​ປະຫານ​ຊີວິດ​ ນັກ​ສຶ​ກສາ 2 ຄົນ ຊຶ່ງ​ຮວມທັງນຶ່ງ
​ໃນ​ນັ້ນ ​ໄດ້​ຖືກ​ຕັດສິນໂທດ​ແບບລັບຫລັງ.

ສ່ວນ​ອີກຜູ້​ນຶ່ງ​ທີ່​ໄດ້​ຖືກ​ຕັດສິນ​ໂທດໃຫ້​ຕິດ​ຄຸກ​ຕະຫຼອດ​ຊີວິດ ​ໃນ​ຂະນະ​ທີ່​ຄົນ​ອື່ນ​ແມ່ນ​ໄດ້​
ຮັບໂທດຕິດ​ຄຸກ​ແຕ່ 3 ຫາ 10 ປີ.

ບັນດາ​ກຸ່ມ​ປົກ​ປ້ອງ​ສິດ​ເສລີິພາບ​ດ້ານ​ການ​ຂ່າວ​ ແລະສິດທິ​ມະນຸດ ​ໄດ້​ຕຳ​ໜິຕິຕຽນລັດຖະ
ບານ​ Bangladesh ​ໂດຍ​ກ່າວ​ວ່າ ບໍ່​ໄດ້​ຈັດການ​ໄວ​ພຽງພໍຫຼືປະກາດ​ຢ່າງ​ແຂງ​ຂັນ​ໃນ​ທັນ
ທີ​ວ່າ ​ການ​ໂຈມ​ຕໍ່​ພວກຂຽນ​ຂ່າວ​ລົງ​ອິນ​ເຕີ​ແນັດ​ຫຼື blogger ນັ້ນຈະ​ຖືກ​ລົງໂທດ.

ພວກ​ຂຽນ​ຂ່າວ​ລົງ​ອິນ​ເຕີ​ແນັດ 4 ຄົນ ແລະເຈົ້າຂອງຜູ້ພິມຄົນ​ນຶ່ງ ​ແມ່ນໄດ້ຖືກສັງຫານ ຢູ່
ໃນບັງ​ກລາ​ແດັສໃນ​ປີ 2015 ​ແລະອີກຫຼາຍກວ່າ​ສິບ​ຄົນ ໄດ້​ຖືກ​ຂົ່ມຂູ່​ຢ່າງ​ເປັນ​ການ​ເປີດ​ເຜີຍ​ໂດຍ​ກຸ່ມ​ລັດ​ອິສລາມ.