ໂຕເລກຜູ້ເສຍຊີວິດຍ້ອນຕຶກຂອງໂຮງງານຜະລິດເຄື່ອງນຸ່ງ ຢູ່
ບັງກລາແດັສທີ່ພັງລົງ ອາທິດແລ້ວນີ້ ໄດ້ຖີບຕົວສູງຂຶ້ນກາຍ
400 ຄົນ ໃນຂະນະທີ່ຫລາຍພັນຄົນພາກັນໂຮມຊຸມນຸມກັນ
ຢູ່ນະຄອນຫລວງດັກກາ ໃນການເດີນຂະບວນໃນວັນກໍາມະ
ກອນສາກົນ ເພື່ອຮຽກ ຮ້ອງໃຫ້ມີຄວາມປອດໄພ ໃນບ່ອນທໍາ
ງານ ແລະມີການລົງໂທດປະຫານຊີວິດຕໍ່ເຈົ້າຂອງຕຶກດັ່ງກ່າວ.
ໃນວັນອັງຄານວານນີ້ ສານສູງຂອງບັງກລາແດັສ ໄດ້ສັ່ງໃຫ້
ເຈົ້າໜ້າທີ່ກັກຊັບສິນຂອງເຈົ້າ ຂອງຕຶກ ທ່ານ Mohammed
Sohel Rana ຕະຫລອດທັງຂອງເຈົ້າຂອງໂຮງງານຕັດຫຍິບ
ຕ່າງໆທີ່ຕັ້ງຢູ່ໃນຕຶກຂອງທ່ານ Rana ນັ້ນ. ຕໍາຫລວດເວົ້າວ່າ ພວກກ່ຽວບໍ່ໄດ້ເອົາຫົວຊານໍາຄໍາເຕືອນຂອງເຈົ້າໜ້າທີ່ທີ່ໃຫ້ຍົກຍ້າຍຄົນອອກຈາກຕຶກ
ດັ່ງກ່າວ ລຸນຫລັງທີ່ເຈົ້າໜ້າທີ່ກວດກາໄດ້ພົບຮອຍແຕກແຫງ ຢູ່ໃນຕຶກດັ່ງກ່າວພຽງແຕ່
ໃນເວລາບໍ່ດົນເທົ່າໃດກ່ອນ ທີ່ຕຶກຈະພັງລົງ.
ພວກເຈົ້າໜ້າທີ່ໄດ້ຈັບ 8 ຄົນລວມທັງພວກນັກວິສະວະກອນໃນການສ້າງຕຶກອາຄານ ດັ່ງກ່າວ.
ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:
ພວກພະນັກງານກູ້ໄພຢູ່ໃນບັງກລາແດັສ ປັດຈຸບັນນີ້ ໄດ້ໃຊ້ອຸບປະກອນກົນຈັກໜັກເພື່ອ
ມ້ຽນມັດ ຊາກຫັກພັງໃນສະຖານທີ່ເກີດເຫດ ແລະບັນດາເຈົ້າໜ້າທີ່ຄາດວ່າ ໂຕເລກຜູ້ເສຍຊີວິດຈະມີຈຳນວນເພີ້ມຂື້ນ ໃນຂະນະທີ່ຫລາຍຮ້ອຍຄົນຍັງຫາຍສາບສູນຢູ່. ມີຫລາຍ
ກວ່າ 3,000 ຄົນ ຢູ່ໃນຕຶກອາຄານດັ່ງກ່າວ ໃນເວລາທີ່ມັນຫັກພັງລົງນັ້ນ.
ເບິ່ງສະໄລດ໌ພາບຕຶກໂຮງງານຕັດຫຍິບພັງລົງ ທີ່ບັງກລາແດັສ:

Your browser doesn’t support HTML5