ຈຳນວນຜູ້ເສຍຊີວິດ ເພີ້ມຂຶ້ນເປັນ 69 ຄົນ ໃນເຫດ ເຮືອຂວ້ຳ ທີ່ບັງກລາແດັສ

ບັນດາພະນັກກູ້ໄພຫາມເອົາ ສົບຜູ້ເຄາະຮ້າຍຄົນນຶ່ງອອກມາ ຫຼັງຈາກທີ່ເຮືອຂ້າມຟາກ ທີ່ບັນຈຸຜູ້ໂດຍສານຈຳນວນ 140 ຄົນ ຕຳກັບເຮືອຂົນສົ່ງສິນຄ້າ ແລ້ວຂວ້ຳຈົມນ້ຳ ໃນວັນອາທິດຜ່ານມາ.

ບັນດາເຈົ້າໜ້າ​ທີ່ການເດີນທາງ​ທະ​ເລບັງ​ກລາ​ແດັສ ກ່າວ​ວ່າ
ຈຳນວນ​ຜູ້​ເສຍ​ຊີວິດ ​ໃນອຸບັດ​ເຫດ​ເຮືອ​ຂ້າມ​ຟາ​ກຕຳ​ກັບເຮືອ
​ອີກ​ລຳ​ນຶ່ງ​ ​ແລ້ວ​ຈົມ​ນ້ຳນັ້ນ ໄດ້ເພີ້​ມຂຶ້ນເປັນຢ່າງ​ນ້ອຍ 69 ຄົນ
​ໃນ​ວັນ​ຈັນ​ມື້​ນີ້.

ປະມານ 50 ຄົນ ​ໄດ້​ຖືກ​ຊ່ວຍ​ຊີວິດ​ອອກ​ມາ​ໄດ້ ​ໃນ​ວັນ​ອາທິດ
​ວານ​ນີ້ ​ໃນ​ເວລາ ​ເຮືອ​ຂ້າມ​ຟາກ​ລຳ​ນຶ່ງ ຕຳກັນ​ກັບ​ເຮືອ​ຂົນ​ສົ່ງ​
ສິນຄ້າ ​ແລະ​ຂວ້ຳຈົມ​ລົງແມ່ນ້ຳ Padma ຢູ່ທາງ​ທິດຕາ​ເວັນ​ຕົກ​
ສຽງ​ເໜືອ ຂອງ ນະຄອນ​ຫລວງ Dhaka ໄກອອກ​ໄປ ປະມານ
40 ກິ​ໂລ​ແມັດ.

ມາ​ຮອດ​ວັນ​ຈັນ​ມື້​ນີ້ ​ບັນດາ​ເຈົ້າໜ້າ​ທີ່ ​ໄດ້​ນຳ​ເອົາ​ເຮືອ​ຂ້າມ​ຟາກ​ລຳ​ດັ່ງກ່າວ ຂຶ້ນມາ​ເທິງ
​ໜ້ານ້ຳຂອງ​ແມ່​ນ້ຳ Padma ​ແລ້ວ.

ຍັງບໍ່​ມີ​ຄວາມ​ຈະ​ແຈ້ງ​ໃນ​ທັນທີ​ເທື່ອ​ວ່າ ມີ​ຜູ້​ໂດຍສານ​ຈັກຄົນ ຢູ່​ໃນ​ເຮືອ​ຂ້າມ​ຟາກ​ ໃນ​
ເວລາ​ມັນ​ຈົມ​ລົງ​ນ້ຳນັ້ນ ​ແຕ່​ບັນດາ​ຜູ້​ໂດຍສານ​ຄາດຄະ​ເນ​ກັນ​ວ່າ​ມີ ປະມານ 140 ຄົນ
​ເດີນ​ທາງໄປ​ນຳ​ເຮືອຂ້າມ​ຟາກ​ລຳ​ນັ້ນ.

ບັນດາບໍລິສັດ​ເຮືອ​ຂ້າມ​ຟາກ ​ຢູ່ໃນປະ​ເທດ​ໃນ​ເຂດ​ເອ​ເຊຍ​ໃຕ້​ແຫ່ງ​ນັ້ນ ​ໂດຍ​ທຳ​ມະ​ດາ​
ແລ້ວ​ ​ແມ່ນບໍ່ເກັບ​ລາຍຊື່ຂອງ​ຜູ້​ໂດຍສານ​.

Your browser doesn’t support HTML5

BANGLADESH FERRY VIDEO