ຝ່າຍຄ້ານ ບັງກລາແດັສ ນັດຢຸດງານ ປະທ້ວງ ການປ່ອນບັດ (ວີດີໂອ)

ຕຳຫຼວດ ຫາມຫີບບັດ ໄປຍັງສູນກາງປ່ອນບັດແຫ່ງນຶ່ງ ກ່ອນການປ່ອນບັດ ເລືອກຕັ້ງສະພາແຫ່ງຊາດ ທີ່ນະຄອນດາກາ (4 ມັງກອນ 2014)

ຝ່າຍ​ຄ້ານ ​ໃນບັງ​ກລາ​ແດັສ ຮຽກຮ້ອງ​ໃຫ້​ນັດ​ຢຸດ​ງານ​ເປັນ​ເວລາ
48 ຊົ່ວ​ໂມງ​ ​ໃນ​ວັນ​ເສົາ​ມື້​ນີ້ ນຶ່ງມື້ກ່ອນການ​ເລືອກ​ຕັ້ງ​ແຫ່ງ​ຊາດ.

ພັກ​ຊາດ​ນິຍົມບັງ​ກລາ​ແດັສ ​ຫລື BNP ກ່າວ​ວ່າ ຕົນ​ຈະ​ບໍ່​ຮ່ວມ
​ການ​ປ່ອນ​ບັດ ເລືອກ​ຕັ້ງ​ໃນ​ວັນ​ອາທິດ ຊຶ່ງ​ເປັນການ​ເຄຶ່ອນ​ໄຫວ
​ເພື່ອ​ບ່ອນ​ທຳລາຍ​ຄວາມ​ຖືກ ຕ້ອງ​ຊອບ​ທຳ​ໃນການ​ເລືອກ​ຕັ້ງ.
ພັກ​ສັນນິບາດ​ອາວາ​ມີຊຶ່ງ​ເປັນ​ພັກ​ລັດຖະບານ ​ແນ່ນອນຈະ​ເປັນ​
ຜູ້​ໄດ້​ຮັບ​ໄຊຊະນະ​ໃນ​ການ​ປ່ອນ​ບັດຖ້າ​ຫາກ​ບໍ່​ມີ​ພັກ BNP ​
ເຂົ້າຮ່ວມ.

ການ​ບໍ່​ເຂົ້າຮ່ວມ​ ແລະ​ການ​ເຄື່ອນ​ໄຫວ​ເພື່ອ​ຕໍ່ຕ້ານ​ລັດຖະບານ
​ອື່ນໆ​ຂອງ​ພວກ​ຝ່າຍ​ຄ້ານບໍ່​ມີ​ທ່າ​ທາງ​ວ່າ​ຈະ​ສາມາດຍຸຕິ​ຄື້ນຟອງ​ຄວາມ​ຮຸນ​ແຮງ​ທາງ​ດ້ານ​
ການ​ເມືອງທີ່ເຮັດໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ແລ້ວ ​ຫລາຍ​ກວ່າ 150 ຄົນ ​ຫວ່າງ​ບໍ່​ເທົ່າໃດ​ເດືອນທີ່
​ຜ່ານ​ມານີ້.

ພັກ​ BNP ​ແລະ​ພັນ​ລະ​ມິດ​ຈໍານວນ​ນຶ່ງ ຕ້ອງການ​ຢາກ​ໃຫ້ ນາຍົກລັດຖະມົນຕີ Sheik
Hasina ລາ​ອອກ​ຈາກ​ຕໍາ​ແໜ່​ງ ​ແລ້ວ​ແຕ່ງ​ຕັ້ງ ລັດຖະບານທີ່​ເປັນກາງ ເປັນ​ຜູ້​ກໍາກັບການ
​ເລືອກ​ຕັ້ງ. ​ແຕ່ນາຍົກລັດຖະມົນຕີ​ໄດ້​ປະຕິ​ເສດທີ່​ຈະລາ​ອອກ.

​ຜູ້ນໍາພັກ​ BNP ທ່ານນາງ Khaleda Zia ຊຶ່ງ​ເຄີຍ​ເປັນ​ນາຍົກລັດຖະມົນຕີມາ ​ແລ້ວນັ້ນ
​ຮ້ອງ​ການປ່ອນ​ລັດ​ລົງ​ຄະ​ແນນ​ສຽງໃນວັນ​ອາທິດ​ນີ້ວ່າ “​ເປັນ​ລະຄອນ ຕະລົກ​” ​ແລະ​ກ່າວ
​ຫາ​ລັດຖະບານ​ວ່າ ກັກ​ບໍລິ​ເວ​ນ​ທ່ານ​ນາງ.

ທະຫານ​ຫລາຍ​ສິບ​ພັນ​ຄົນ ​ໄດ້​ຖືກ​ສົ່ງອອກໄປ​ປະຕິບັດ​ໜ້າ​ທີ່​ຢູ່​ທົ່ວ​ປະ​ເທດ ​ເພື່ອ ຍຸຕິຄື້ນ
ຟອງຄວາມ​ຮຸນ​ແຮງ​ທາງ​ການ​ເມືອງ.

ສະຫະລັດ ສະຫະພາບ​ຢູ​ໂຣບ ​ແລະ​ເຄືອຈັກກະ​ພົບອັງກິດ ​ໄດ້​ພາກັນ​ປະຕິ​ເສດ ບໍ່ຍອມ
​ສົ່ງ​ຜູ້​ສັງ​ເກດ​ການ ​ໄປ​ຕິດຕາມເບິ່ງການ​ເລືອກ​ຕັ້ງ.

Your browser doesn’t support HTML5

Bangladesh