ຜູ້ປະທ້ວງ ຢູ່ບາງກອກ ຮຽກຮ້ອງໃຫ້ສະມາຊິກສະພາສູງ ແຕ່ງຕັ້ງນາຍົກລັດຖະມົນຕີ ຈາກພັກປະສົມ

ບັນດາຜູ້ສະໜັບສະໜຸນພັກກ້າວໄກ ພາກັນຖືປ້າຍທີ່ມີຮູບຂອງ ທ່ານພິທາ ລິ້ມຈະເຣີນຣັດ ຜູ້ນໍາພັກ, ໃນລະຫວ່າງການປະທ້ວງຢູ່ໃນບາງກອກ, ປະເທດໄທ, ວັນທີ 23 ກໍລະກົດ 2023.

ປະຊາຊົນຫຼາຍຮ້ອຍຄົນ ໂຮມຊຸມນຸມກັນຢູ່ບາງກອກ ນະຄອນຫຼວງຂອງໄທເພື່ອ ຮຽກຮ້ອງໃຫ້ສະມາຊິກສະພາ​ສູງຫົວອະນຸລັກນິຍົມ ຍຸຕິການຂັດຂວາງການແຕ່ງ ຕັ້ງນາຍົກລັດຖະມົນຕີທີ່ມາ​ຈາກພັກປະ​ສົມ ໃນການເລືອກຕັ້ງທົ່ວໄປເມື່ອເດືອນພຶດສະພາແລ້ວນີ້, ເຊິ່ງເປັນທ່າທີທີ່ມີຄວາມສ່ຽງ​ ພາ​ໃຫ້ເກີດສະ​ພາບ​ການ​ບໍ່​ໄປ​ບໍ່​ມາ ທີ່​ຂາດ​ສະ​ຖຽນ​ລະ​ພາບ, ອີງຕາມລາຍງານຂອງອົງການຂ່າວ AP.

ບັນດາຜູ້ປະທ້ວງພາກັນຢືນທ່າມກາງ​ສາຍຝົນທີ່ຕົກລົງມາຢ່າງໜັກ ເພື່ອສະແດງຄວາມບໍ່ພໍໃຈຂອງພວກເຂົາເຈົ້າ ຕໍ່ບັນດາສະມາຊິກສະພາສູງ ຜູ້ທີ່ໄດ້ຮັບການແຕ່ງຕັ້ງຈາກກອງທັບ ແລະສະແດງຄວາມພາກພູມໃຈຂອງຕົນເອງວ່າເປັນຜູ້ປົກປ້ອງສະຖາບັນດັ້ງເດີມຂອງລາດຊະວົງ.

ພັກກ້າວໄກ, ໄດ້ຮັບໄຊຊະນະໃນການເລືອກຕັ້ງທີ່ໜ້າເຫຼືອເຊື່ອ, ບໍ່ປະສົບຜົນສໍາເລັດເຖິງສອງຄັ້ງ ໃນຄວາມພະຍາຍາມທີ່ຈະແຕ່ງຕັ້ງ ຜູ້ນໍາພັກຂອງພວກເຂົາເຈົ້າ ທ່ານພິທາ ລິ້ມຈະເຣີນຣັດ ເປັນນາຍົກລັດຖະມົນຕີຂອງປະເທດຄົນຕໍ່ໄປ, ສ່ວນ​ໃຫ​ຍ່​ແລ້ວແມ່ນຂາດການສະໜັບສະໜຸນຈາກບັນດາສະມາຊິກສະພາສູງ ເຊິ່ງຖືກລົບກວນໂດຍ​ແຜນການປະຕິຮູບໃໝ່ທາງການເມືອງຂອງພັກ.

ອ່ານຂ່າວນີ້ເປັນພາສາອັງກິດ