ສອງມື້ ຫຼັງຈາກທີ່ທ້ອງຟ້າ ໃນເກາະບາຫລີ ສະຖານທີ່ຕາກອາກາດຂອງອິນເນເຊຍ
ໄດ້ປົກຄຸມດ້ວຍຄວັນສີດຳຂະໜາດໃຫຍ່ ຈາກຂີ້ເຖົ່າຂອງພູໄຟ, ຊຶ່ງສະໜາມບິນນາໆ
ຊາດຂອງເກາະດັ່ງກ່າວ ໄດ້ເປິດໃຫ້ບໍລິການຄືນແລ້ວ ໃນວັນພຸດວານນີ້.
ສະໜາມບິນແຫ່ງນີ້ ໄດ້ຖືກປິດລົງ ນັບຕັ້ງແຕ່ວັນຈັນ ເປັນຕົ້ນມາ ເວລາພູໄຟ ອາກັງ ທີ່ຕັ້ງຢູ່ໃກ້ຄຽງ ໄດ້ສົ່ງຂີ້ເຖົ່າຈຳນວນຫຼວງຫຼາຍ ຂຶ້ນສູ່ທ້ອງຟ້າ ສູງເຖິງ 7 ພັນ 6 ຮ້ອຍແມັດ.
ມີຖ້ຽວບິນຫຼາຍກວ່າ 400 ຖ້ຽວ ທັງເຂົ້າແລະອອກຈາກເກາະບາຫລີ ໄດ້ຖືກຍົກເລີກ
ໃນຕອນນັ້ນ, ແລະມີນັກທ່ອງທ່ຽວຕ່າງປະເທດ ຫຼາຍສິບພັນຄົນ ໄດ້ຕົກຄ້າງຢູ່ຕາມ
ສະຖານທີ່ທ່ອງທ່ຽວຕ່າງໆ.
ຊາວສວນນຳພາຝູງເປັດເຂົ້າຄອກ ໃນຂະນະທີ່ ພູເຂົາໄຟອັງກາ ທີ່ສົ່ງຄວັນດຳຂີ້ເຖົ່າຂຶ້ນສູງທ້ອງຟ້າ, ໃນເຂດກາຣັງກາເສມ ຣີເຈນຊີທີ່ຖືກສັ່ງຍ້າຍ ມນເກາະບາລີ, ອິນໂດເນຍເຊຍ, 30 ພະຈິກ 2017.
ໃນທີ່ສຸດ ຂີ້ເຖົ່າພູໄພກໍໄດ້ປ່ຽນທິດທາງ ໃນເຊົ້າວັນພຸດວານນີ້ ເຮັດໃຫ້ເຈົ້າໜ້າທີ່ການບິນ
ຕັດສິນໃຈ ເປີດໃຫ້ບໍລິການຢ່າງເປັນປົກກະຕິແລ້ວ.
ເຈົ້າໜ້າທີ່ ທີ່ກຳກັບເລື່ອງການຍົກຍ້າຍຜູ້ຄົນໃນເກາະບາຫລີ ໄດ້ສັ່ງໃຫ້ຍົກຍ້າຍ 100 ພັນຄົນ
ທີ່ອາໄສຢູ່ໃນບໍລິເວນ 10 ກິໂລແມັດ ຂອງພູໄຟອາກັງ ຍ້ອນມີຄວາມຢ້ານກົວວ່າ ການລະເບີດຂອງພູໄຟ ຈະເກີດຂຶ້ນໄດ້ ໃນທຸກຂະນະ.