ພິທີລະນຶກເຖິງຜູ້ໄດ້ຮັບເຄາະ ຈາກການວາງລະເບີດ ທີ່ເກາະບາຫລີ

ຊາຍຄົນນຶ່ງວາງດອກໄມ້ລົງ ໃນໜອງນໍ້າສໍາລັບພວກໄດ້ຮັບເຄາະໃນການວາງລະເບີດ ຢູ່ບາຫລີ ເມື່ອປີ 2002 ໃນລະຫວ່າງພິທີຄົບຮອບ 10 ປີ ຂອງເຫດຮ້າຍດັ່ງກ່າວ ທີ່ເມືອງ Jimbaran, ເກາະ Bali, ວັນທີ 12 ຕຸລາ 2012.

ພວກມາຮ່ວມພິທີ ພາກັນຢືນ ຢູ່ໃນຄວາມສະງົບ ເປັນເວລາ ນຶ່ງນາທີ ໃນລະຫວ່າງພິທີຄົບຮອບ 10 ປີ ຂອງເຫດການວາງລະເບີດທີ່ເກາະບາຫລີ ທີ່ເມືອງ Jimbaran, ວັນທີ 12 ຕຸລາ 2012.

ເສື້ອ Jerseys ທີ່ພວກເຄາະຮ້າຍນຸ່ງ ໃນຕອນເກີດເຫດວາງລະເບີດ ເມື່ອປີ 2002 ໄດ້ຖືກນໍາມາວາງສະແດງ ຢູ່ອະນຸສອນສະຖານ  ເພື່ອເປັນຂີດໝາຍຄົບຮອບ 10 ປີຂອງການໂຈມຕີໂດຍພວກກໍ່ການຮ້າຍ ທີ່ເມືອງ Jimbaran, ເກາະ Bali, ວັນທີ 12 ຕຸລາ 2012.

ແມ່ຍິງທີ່ໂສກເສົ້າຄົນນຶ່ງ ໄດ້ຮັບການປອບໃຈຈາກຄົນອື່ນໆ ໃນລະຫວ່າງພິທີຄົບຮອບ 10 ປີ ຂອງການວາງ ລະເບີດຢູ່ບາຫລີ ທີ່ສວນວັດທະນະທໍາ Garuda Wisnu Kencana ໃນເມືອງ Jimbaran, ເກາະ Bali, ວັນທີ 12 ຕຸລາ 2012.

ນາຍົກລັດຖະມົນຕີອອສເຕຣເລຍ ທ່ານນາງ Julia Gillard, ຊ້າຍ, ຍ່າງໄປກັບລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ທ່ານ Marty Natalegawa ເພື່ອເອົາດອກໄມ້ໄປວາງ ໃນລະຫວ່າງພິທີຄົບຮອບ 10 ປີ ຂອງການໂຈມຕີທີ່ເກາະ Bali, ວັນທີ 12 ຕຸລາ 2012.

ບັນດາພີ່ນ້ອງຂອງພວກເຄາະຮ້າຍປອບໃຈກັນແລະກັນ ໃນລະຫວ່າງພິທີຄົບຮອບ 10 ປີ ຂອງການວາງ ລະເບີດຢູ່ບາຫລີ ທີ່ສວນວັດທະນະທໍາ Garuda Wisnu Kencana ໃນເມືອງ Jimbaran, ເກາະ Bali, ວັນທີ 12 ຕຸລາ 2012.

ພວກລອດຊີວິດແລະບັນດາພີ່ນ້ອງຂອງພວກເສຍຊີວິດ ຮ່ວມປະກອບສ່ວນ ໃນພິທີຄົບຮອບ 10 ປີ ຂອງການວາງລະເບີດຢູ່ບາຫລີ ທີ່ສວນວັດທະນະທໍາ Garuda Wisnu Kencana ໃນເມືອງ Jimbaran, ເກາະ Bali, ວັນທີ 12 ຕຸລາ 2012.

ຜູ້ຄົນພາກັນເບິ່ງ ການປ່ອຍນົກເຂົາ ຢູ່ Dolphin Point ໃນຄຸ້ມ Coogee, ນະຄອນຊິດນີ, ປະເທດ ອອສເຕຣເລຍ, ໃນລະຫວ່າງພິທີຄົບຮອບ 10 ປີ ຂອງການວາງລະເບີດຢູ່ບາຫລີ, ວັນທີ 12 ຕຸລາ 2012. ມີນັກທ່ອງທ່ຽວຊາວອອສເຕຣເລຍ ເສຍຊີວິດ ເປັນຈໍານວນຫລວງຫລາຍ ໃນເຫດຮ້າຍຄັ້ງນັ້ນ.