ຫຼາຍພັນຄົນໄປຮ່ວມພິທີ ສົ່ງສະການ ຢູ່ Bahrain

  • ໄພສານ ວໍຣະຈັກ

ພວກໄວ້ທຸກຊາວ Bahrain ໄປຮ່ວມພິທີແຫ່ສົບຜູ້ເຄາະຮ້າຍ ທີ່ເສຍຊີວິດ ຢູ່ບ້ານ Karzakan (18 ກຸມພາ 2011)

ພວກໄວ້ທຸກຊາວ Bahrain ຈຳນວນຫຼາຍພັນຄົນໄດ້ໄປ
ເຕົ້າໂຮມກັນ ຢູ່ຕາມບ້ານຕ່າງໆ ນອກນະຄອນຫລວງ
Manama ເພື່ອຝັງສົບພວກເຄາະຮ້າຍ ທີ່ເສຍຊີວິດໃນ
ການປາບປາມ ພວກປະທ້ວງຕໍ່ຕ້ານລັດຖະບານ ໃນວັນ
ພະຫັດວານນີ້.

ໃນລະຫວ່າງພິທີສົ່ງສະການໃຫ້ພວກເຄາະຮ້າຍນັ້ນພວກ
ໄວ້ທຸກໄດ້ພາກັນຮ້ອງຄຳຂວັນ ຮຽກຮ້ອງໃຫ້ໂຄ່ນລົ້ມລັດ
ຖະບານ.

ມີຄວາມຢ້ານກົວກັນວ່າພິທີສົ່ງສະການເຫຼົ່ານີ້ອາດກາຍເປັນຄະນວນລະເບີດກໍ່ໃຫ້ເກີດຄວາມ
ຮຸນແຮງເພີ່ມຕື່ມຢູ່ໃນ Bahrain ແລະບ່ອນອື່ນໆທ່າມກາງຄື້ນຟອງຂອງການໂຮມຊຸມນຸມປະ
ທ້ວງຕໍ່ຕ້ານລັດຖະບານຢູ່ໃນບັນດາປະເທດອາຣັບ.

ໃນວັນພະຫັດວານນີ້ ກອງທັບ Bahrain ໄດ້ເຂົ້າຄວບຄຸມເຂດນະຄອນຫຼວງ ບໍ່ເທົ່າໃດຊົ່ວ
ໂມງລຸນຫຼັງຕຳຫຼວດປາບຈະລາຈົນໄດ້ຍິງລູກຫວ່ານ ລູກປືນຢາງ ແລະລະເບີດນໍ້າຕາເຂົ້າໃສ່
ຄ້າຍຂອງພວກປະທ້ວງຕໍ່ຕ້ານລັດຖະບານ. ມີຢ່າງ ນ້ອຍ 5 ຄົນ ເສຍຊີວິດແລະບໍ່ຕໍ່າກວ່າ
230 ຄົນໄດ້ຮັບບາດເຈັບ. ເວລານີ້ ພວກທະຫານໄດ້ຫ້າມບໍ່ມີການໂຮມຊຸມນຸມ ໃນທີ່ສາທາ
ລະນະ.