ຕຳຫລວດອີຣັກ ກ່າວວ່າ ພວກມືປືນຈຸນຶ່ງ ໄດ້ຈັບເອົາ ນັກການ
ເມືອງອະວຸໂສ ນິກາຍ Sunni ຄົນນຶ່ງໄປ ທີ່ນະຄອນຫຼວງແບັກ
ແດດ.
ຕຳຫລວດກ່າວວ່າ ທ່ານ Riyadh al-Adhadah ທີ່ເປັນທ່ານໜໍ
ແລະຫົວໜ້າສະພາປົກຄອງແຂວງແບັກແດດ ໄດ້ຖືກຈັບພາໂຕ
ໄປໃນຕອນແລງວັນສຸກວານນີ້ ໂດຍພວກຜູ້ຊາຍຕິດອາວຸດຈຸນຶ່ງ
ທີ່ເດີນທາງດ້ວຍລົດ SUV ສີດຳ 10 ຄັນ.
ຍັງບໍ່ທັນເປັນທີ່ແຈ້ງຂາວໃນເວລານີ້ເທື່ອວ່າ ທ່ານ Adhadah ໄດ້ຖືກຈັບໂດຍ ກຳລັງຮັກສາຄວາມປອດໄພ ຫລືຖືກລັກພາໂຕ.
ທ່ານ Adhadah ໄດ້ຕິດຄຸກ ໃນຂໍ້ຫາກໍ່ການຮ້າຍ ໃນປີ 2012.
ລັດຖະບານທີ່ຄອບງຳໂດຍນິກາຍຊີກາຍ Shi’ite ຂອງນາຍົກລັດຖະມົນຕີ Nuri al-Maliki ໄດ້ກ່າວຫາຊຳ້ແລ້ວຊຳ້ອີກວ່າ ບັນດານັກການເມືອງຄົນສຳ ຄັນໆຂອງນິກາຍ Sunni ພົວພັນກັບການຕິດອາວຸດ ໃຫ້ແກ່ກຸ່ມກະບົດ.