ບັນດາເຈົ້າໜ້າທີ່ອິນໂດເນເຊຍເຊື່ອວ່າ ເຂົາເຈົ້າໄດ້ພົບເຫັນ
ລຳໂຕຂອງເຮືອບິນ ອາຍພົ່ນໂດຍສາຍ ຂອງສາຍການບິນ
AirAsia ທີ່ປະສົບອຸບັດເຫດ ຕົກຢູ່ທະເລ Java ໃນຂະນະ
ທີ່ການຊອກຫາບັນດາຜູ້ເຄາະຮ້າຍ ໄດ້ປະສົບບັນຫາ ຍ້ອນ
ດິນຟ້າອາກາດບໍ່ດີ.
ບັນດາເຈົ້າໜ້າທີ່ ຈາກອົງການຊອກຫາ ແລະກູ້ໄພ ກ່າວໃນ
ວັນພຸດມື້ນີ້ວ່າ ຄື້ນຟອງສູງເຖິງສາມແມັດ ລົມແຮງ ແລະຝົນ
ຕົກໜັກໄດ້ຂັດຂວງຄວາມພະຍາມຢ່າງເຕັມທີ່ໃນການຊອກ
ຫາທາງອາກາດຢູ່ທີ່ບ່ອນເຮືອບິນຕົກໃກ້ກັບເກາະ Borneo.
ການຊອກຫາ ຖ້ຽວບິນ 8501 ຂອງແອເອເຊຍ 31 ທັນວາ 2014
ພວກເຈົ້າໜ້າທີ່ ສາມາດດຶງເອົາສີ່ສົບ ຂຶ້ນມາຈາກນຳ້ ບ່ອນທີ່ຂ້ອນຂ້າງຕື້ນ ໃນວັນພຸດມື້
ນີ້ິໂດຍເຮັດໃຫ້ຈຳນວນຊາກສົບ ທີ່ກູ້ຂຶ້ນມາໄດ້ທັງໝົດ ເພີ້ມຂຶ້ນເປັນເຈັດສົບແລ້ວ. ສົບຈຳ
ນວນນຶ່ງແມ່ນຍັງນຸ່ງເຄື່ອງເຕັມຮ່າງກາຍແລະອີກຈຳນວນນຶ່ງແມ່ນເກືອບເປືອຍໂຕ.
ເຈົ້າໜ້າທີ່ຕຳຫລວດ ທ່ານ Bambang Hermanu ກ່າວວ່າ ຊາກສົບຂອງຊາຍໜຸ່ມຜູ້ນຶ່ງ
ແລະຜູ້ຍິງຄົນນຶ່ງ ໄດ້ຖືກສົ່ງໄປເມືອງ Surabaya ຂອງອິນໂດເນເຊຍ ຊຶ່ງບ່ອນທີ່ເຮືອບິນ
ໄດ້ບິນຂຶ້ນນັ້ນ.
ຜູ້ໂດຍສານແລະພະນັກງານ 162 ຄົນ ຢູ່ເທິງເຮືອບິນ ບໍ່ປາກົດວ່າມີຜູ້ໃດລອດຊີວິດ
ມາໄດ້.
ຮ່ອງຮອຍອັນທຳອິດຂອງເຮືອບິນ ໄດ້ພົບເຫັນໃນວັນອັງຄານວານນີ້ ບໍ່ໄກປານ ໃດຈາກ
ບ່ອນທີ່ເຮືອບິນ Airbus A320 ໄດ້ຫາຍສາບສູນໄປ ໃນຂະນະເກີດພາຍຸ ລະຫວ່າງທີ່
ກຳລັງບິນຈາກເມືອງ Surabaya ຂອງອິນໂດເນເຊຍ ໄປຫາ ສິງກະໂປ.
ຮູບພາບຈາກເຄື່ອງໂຊນາ ແນະໃຫ້ເຫັນວ່າ ເປັນລຳໂຕຂອງເຮືອບິນນອນປີ້ນຢູ່ພື້ນທະເລ
ໃນບໍລິເວນທີ່ພວກເຈົ້າໜ້າທີ່ກ່າວວ່າ ມີຄວາມເລິກພຽງແຕ່ 30 ຫາ 50 ແມັດເທົ່ານັ້ນ.
ບັນດາເຈົ້າໜ້າທີ່ສອບສວນຫວັງວ່າ ຈະສາມາດລົງຄວາມເຫັນກ່ຽວກັບສາເຫດທີ່ພາໃຫ້
ເຮືອບິນຕົກ ເວລາໃດທີ່ພວກມະນຸດກົບ ພົບເຫັນ ແລະນຳເອົາເຄື່ອງ ບັນທຶກສຽງ ແລະ
ຂໍ້ມູນ ຢູ່ຫ້ອງຂັບຂອງນັກບິນ ຂຶ້ນມາໄດ້ແລ້ວ.
Your browser doesn’t support HTML5
ASIA MISSING PLANE VOSOT