ສະ​ພາບ​ອາ​ກາດ​ ປ່ຽນ​ແປງ ແມ່ນ​ໄພ​ຂົ່ມ​ຂູ່ ຕໍ່​ສິດ​ທິ​ມະ​ນຸດ ທົ່ວ​ໂລກ

ຫົວ​ໜ້າ​ອົງ​ການ​ສິດ​ທິ​ມະ​ນຸດ ສະ​ຫະ​ປະ​ຊາ​ຊາດ ທ່ານ ມິ​ແຊ​ລ ບາ​ເຊີ​ເລ ເຂົ້າ​ຮ່ວມກອງ​ປະ​ຊຸມຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃນ​ນະ​ຄອນ ເຈ​ນີ​ວາ. 9 ກັນ​ຍາ, 2019.

ຫົວ​ໜ້າ​ສິດ​ທິ​ມະ​ນຸດຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ ມິ​ແຊ​ລ ບາ​ເຊີ​ເລ ໄດ້​
ອອກຄຳເຕືອນທີ່ຮຸນແຮງວ່າ ສະພາບອາກາດປ່ຽນແປງ ໄດ້ກໍ່ໃຫ້ເກີດໄພຂົ່ມຂູ່ ຕໍ່ສິດທິ
ມະນຸດທົ່ວໂລກຢ່າງວ່ອງໄວ ໃນຂະນະທີ່ແຫຼ່ງຊັບພະຍາກອນທີ່ກຳລັງຫຼຸດໜ້ອຍລົງ
ຍ້ອນໂລກຮ້ອນ ໄດ້ນຳໄປສູ່ຄວາມອຶດຫິວ, ການຍົກຍ້າຍຖິ່ນຖານ ແລະ ຄວາມຂັດແຍ້ງ
ຍິ່ງຂຶ້ນ. ລີຊາ ສໄລນ໌ ມີລາຍງານສຳລັບວີໂອເອຈາກນະຄອນ ເຈນີວາ ບ່ອນທີ່ທ່ານນາງ
ບາເຊີເລ ໄດ້ກ່າວຄຳປາໄສໃນພິທີເປີດກອງປະຊຸມ ສະໄໝທີ 42 ຂອງສະພາຄວາມ
ໝັ້ນຄົງອົງການສະຫະປະຊາຊາດ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີ
ທ່ານໃນອັນດັບຕໍ່ໄປ.

Your browser doesn’t support HTML5

ຟັງ​ລາຍ​ງານ ສະ​ພາບ​ອາ​ກາດ​ ປ່ຽນ​ແປງ ແມ່ນ​ໄພ​ຂົ່ມ​ຂູ່ ຕໍ່​ສິດ​ທິ​ມະ​ນຸດ ທົ່ວ​ໂລກ


​ກ່ອນ​ຄຳ​ປາ​ໄສເປີດກອງ​ປະ​ຊຸມ​ ຂອງ​ຂ້າຫຼວງ​ໃຫຍ່, ທູດ​ພິ​ເສດ ສະ​ຫະ​ປະ​ຊາ​ຊາດ​ປະ
ຈຳປະເທດ ບາຮາມາສ ໄດ້ເຕືອນວ່າຂະໜາດຂອງໄພພິບັດຄັ້ງປະຫວັດສາດຄືພາຍຸ
ເຮີຣິເຄນ ໂດຣຽນ ແມ່ນໄດ້ກາຍມາເປັນບັນທັດຖານໃໝ່ແລ້ວ. ໃນການເຫັນພ້ອມກັບ
ການປະເມີນຜົນນີ້, ທ່ານນາງ ມິແຊລ ບາເຊີເລ ກ່າວວ່າ ສະພາບອາກາດປ່ຽນແປງ
ແມ່ນຄວາມຈິງ ທີ່ສົ່ງຜົນກະທົບຕໍ່ທຸກພາກພື້ນຂອງໂລກ.

ທ່ານ​ນາງກ່າວ​ວ່າ ພາ​ວະ​ສຸກ​ເສີນ​ດ້ານ​ສະ​ພາບ​ອາ​ກາດ​ແມ່ນ​ກຳ​ລັງ​ເປັນ​ສິ່ງ​ຜັກ​ດັນ​ໃຫ້​
ເກີດຄວາມອຶດຫິວທົ່ວໂລກເພີ່ມຂຶ້ນຢ່າງວ່ອງໄວ. ດ້ວຍການອ້າງເຖິງອົງການອະນາ
ໄມໂລກ, ທ່ານນາງໄດ້ກ່າວວ່າ ສະພາບອາກາດປ່ຽນແປງແມ່ນຄາດວ່າ ຈະເຮັດໃຫ້ມີ
ຜູ້ເສຍຊີວິດ ປະມານ 250,000 ຄົນ ໃນທຸກໆປີ ລະຫວ່າງປີ 2030 ຫາ 2050 ຈາກ
ການຂາດສານອາຫານ, ໄຂ້ມາເລເຣຍ ແລະ ການເຈັບປ່ວຍອື່ນໆ.

ທ່ານ​ນາງ ບາ​ເຊີ​ເລ ໄດ້​ກ່າວ​ວ່າ “ໂລກ​ແມ່ນບໍ່​ເຄີຍ​ເຫັນ​ໄພ​ຂົ່ມ​ຂູ່​ ຕໍ່​ສິດ​ທິ​ມະ​ນຸດ​ໃນ​ຂົງ
ເຂດນີ້. ນີ້ບໍ່ແມ່ນສະຖານະການທີ່ປະເທດໃດໆ, ສະຖາບັນໃດໆ ຫຼື ເຈົ້າໜ້າທີ່ລັດຖະ
ບານຄົນໃດທີ່ສາມາດຫຼີກລ່ຽງມັນໄດ້. ເສດຖະກິດຂອງທຸກປະເທດ, ສະຖາບັນ, ການ
ເມືອງ, ສັງຄົມ ແລະ ອົງປະກອບຂອງທຸກໆລັດ, ແລະ ສິດທິຂອງພວກເຈົ້າທຸກຄົນ ແລະ
ລຸ້ນຄົນໃນອະນາຄົດ ຈະໄດ້ຮັບຜົນກະທົບ.”

ທ່ານ​ນາງ ບາ​ເຊີ​ເລ ໄດ້​ເຕືອນ​ກ່ຽວ​ກັບ ຄວາມ​ຂັດ​ແຍ້ງ​ທີ່​ເພີ່ມ​ຂຶ້ນ​ຍ້ອນ​ສະ​ພາບ​ອາ​ກາດ
ປ່ຽນແປງ, ໂດຍກ່າວເນັ້ນວ່າ 40 ເປີເຊັນ ຂອງສົງຄາມກາງເມືອງໃນຫຼາຍກວ່າ 6 ທົດ
ສະວັດທີ່ຜ່ານມາແມ່ນໄດ້ເຊື່ອມໂຍງກັບການຊຸດໂຊມລົງຂອງສິ່ງແວດລ້ອມ. ທ່ານນາງ
ໄດ້ສະແດງຄວາມເປັນຫ່ວງໂດຍສະເພາະ ກ່ຽວກັບ ປະເທດຕ່າງໆຢູ່ໃນພາກພື້ນ ຊາ
ແຮລ, ເຊິ່ງແມ່ນນຶ່ງໃນບັນດາປະເທດໃນພາກພື້ນທີ່ມີຄວາມສ່ຽງຕໍ່ສະພາບອາກາດ
ປ່ຽນແປງຫຼາຍທີ່ສຸດ.

ທ່ານ​ນາງ ບາ​ເຊີ​ເລ ໄດ້​ກ່າວ​ວ່າ “ການຫຼຸດ​ລົງ​ຂອງ​ທີ່​ດິນ​ທີ່ປູກ​ຝັງໃນ​ທົ່ວ​ພາກ​ພື້ນ ຊາ​
ແຮລ ແມ່ນກຳລັງເຮັດໃຫ້ການແຂ່ງຂັນສຳລັບແຫຼ່ງຊັບພະຍາກອນທີ່ຂາດແຄນໄປຮຸນ
ແຮງຂຶ້ນ, ຈົນນຳໄປສູ່ການປະທະກັນເປັນປະຈຳ ລະຫວ່າງ ຄົນລ້ຽງສັດ ແລະ ຊາວກະ
ສິກອນ ເຊິ່ງ, ຜົນທີ່ອອກມາ, ຈະເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງຊົນເຜົ່າໜັກໜ່ວງຂຶ້ນ.
ການພັດທະນາທີ່ຊ້າ ແລະ ຄວາມທຸກຍາກທີ່ເພີ່ມຂຶ້ນ ແມ່ນກຳລັງເຮັດໃຫ້ຊາວໜຸ່ມມີ
ຄວາມສ່ຽງຕໍ່ການຖືກເອົາລັດເອົາປຽບໂດຍພວກຫົວຮຸນແຮງ ແລະ ກຸ່ມກໍ່ການຮ້າຍ
ຕ່າງໆ, ເຊິ່ງຈະກະຕຸ້ນໃຫ້ເກີດຄວາມຮຸນແຮງ.”

ທ່ານ​ນາງ ບາ​ເຊີ​ເລ ໄດ້​ນຳ​ສະ​ເໜີ​ທັດ​ສະ​ນະ​ຄະ​ຕິ​ທີ່​ທົ່ວ​ໄປ​ທີ່​ເປັນ​ແງ່​ລົບ ກ່ຽວ​ກັບ ສະ​
ຖານະພາບໃນປັດຈຸບັນຂອງສິດທິມະນຸດໃນທົ່ວໂລກ. ທ່ານນາງໄດ້ກ່າວເນັ້ນເຖິງເສ
ລີພາບຂັ້ນພື້ນຖານ ແລະ ການປົກປ້ອງຂອງຜູ້ທີ່ອ່ອນແອທີ່ສຸດ ແລະ ມີຄວາມສ່ຽງທີ່
ສຸດ ແມ່ນກຳລັງຊຸດໂຊມລົງໃນທຸກພາກພື້ນ. ທ່ານນາງເວົ້າວ່າ ແມ່ນກະທັ້ງປະເທດທີ່
ມີປະຊາທິໄປໄຕທີ່ສຸດເຊັ່ນ ສະຫະລັດ ກໍຍັງໜີບໍ່ພົ້ນຈາກເລື່ອງນີ້.

ຫົວ​ໜ້າ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ ເພິ່ນມີ​ຄວາມ​ເປັນ​ຫ່ວງ​ຢ່າງຍິ່ງ​
ທີ່ວ່າ ສະຫະລັດ, ປະເທດທີ່ຖືກສ້າງຂຶ້ນຈາກຜູ້ຍົກຍ້າຍຖິ່ນຖານທີ່ຖືກຕ້ອນຮັບເອົານັ້ນ,
ແມ່ນກຳລັງປະຕິບັດນະໂຍບາຍຕ່າງໆທີ່ຈະຫຼຸດການປົກປ້ອງສຳລັບຄອບຄົວຜູ້ຍົກ
ຍ້າຍຖິ່ນຖານລົງຢ່າງຫຼວງຫຼາຍ. ທ່ານນາງໄດ້ສະແດງຄວາມເປັນຫ່ວງພິເສດ ກ່ຽວກັບ
ການຍົກເລີກນະໂຍບາຍຢ່າງເປັນທາງການຂອງ ວໍຊິງຕັນ ກ່ຽວກັບ ການແບ່ງແຍກ
ເດັກນ້ອຍຍົກຍ້າຍຖິ່ນຖານອອກຈາກພໍ່ແມ່ຂອງເຂົາເຈົ້າ, ເຊິ່ງທ່ານນາງກ່າວວ່າຍັງດຳ
ເນີນໄປຢູ່.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ