ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວໃນວັນຈັນວານນີ້ວ່າ “ມັນຍັງບໍ່ທັນມີຫຼັກຖານທີ່ຈະແຈ້ງ” ກ່ຽວກັບວ່າມືປືນທີ່ຍິງສັງຫານໝູ່ທີ່ຮ້າຍແຮງສຸດ ໃນປະຫວັດ ສາດ ຂອງປະເທດ ຢູ່ສະຖານທີ່ບັນເທີງ ຂອງພວກກະເທີຍ ໃນເມືອງ Orlando ລັດ Florida ໄດ້ຮັບຄຳສັ່ງໂດຍກົງຈາກກຸ່ມກໍ່ການຮ້າຍໃນຕ່າງປະເທດ.
ທ່ານໂອບາມາ ໄດ້ກ່າວກັບພວກນັກຂ່າວທີ່ທຳນຽບຂາວວ່າ “ເບິ່ງຄືວ່າມືປືນ ແມ່ນໄດ້ອ່ານ ຂໍ້ມູນທີ່ພິມເຜີຍແຜ່ໂດຍກຸ່ມຫົວຮຸນແຮງຈັດ ທາງອິນເຕີແນັຕ.”
ເຊີນຊົມ: ທັດສະນະຄະຕິກ່ຽວກັບການໂຈມຕີທີ່ Orlando
Your browser doesn’t support HTML5
ທ່ານໄດ້ກ່າວວ່າ ທ້າວ Omar Saddiqui Mateen ຊາວອາເມຣິກັນທີ່ນັບຖືສາສະໜາອິສລາມ ໄວ 29 ປີ ທີ່ມີພໍ່ແມ່ນເປັນຊາວອັຟການິສຖານນັ້ນ ຊຶ່ງນີ້ແມ່ນເປັນໃນອັນທີ່ເອີ້ນວ່າ “ພວກຫົວຮຸນແຮງຈັດແບບທີ່ກໍ່ຮ່າງສ້າງຕົວຂຶ້ນພາຍໃນປະເທດ ທີ່ພວກເຮົາເຄີຍເປັນຫ່ວງເປັນໃຍກ່ຽວກັບເລື້ອງນີ້ມາໄດ້ດົນນານແລ້ວ,” ແຕ່ທ່ານໂອບາມາໄດ້ກ່າວວ່າ “ມັນໄດ້ສະແດງໃຫ້ເຫັນວ່າ ໃນວິນາທີສຸດທ້າຍ ລາວໄດ້ປະກາດຄວາມຈົງຮັກພັກດີ” ຕໍ່ກຸ່ມລັດອິສລາມ ໃນການໂທລະສັບໄປຫາໜ່ວຍຮັບມືກັບເຫດການສຸກເສີນເມືອງ Orlando.
ທ່ານໂອບາມາ ໄດ້ກ່າວວ່າ ເຈົ້າໜ້າທີ່ຮັກສາກົດໝາຍ “ຍັງຢູ່ໃນຂັ້ນເລີ້ມຕົ້ນ” ກ່ຽວກັບການສືບສວນສອບສວນ ແລະມັນຍັງມີ “ຫຼາຍສິ່ງຫຼາຍຢ່າງທີ່ພວກເຮົາຈະໄດ້ຮຽນຮູ້ຕື່ມອີກ.”
ພວກທີ່ເຫັນເຫດການກ່ຽວກັບການຍິງກັນ ທີ່ສະຖານບັນເທີງ
Your browser doesn’t support HTML5
ທຳນຽບຂາວ ໄດ້ກ່າວວ່າ ປະທານາທິບໍດີ ຈະເດີນທາງໄປຍັງເມືອງ Orlando ໃນວັນພະ ຫັດຈະມານີ້ “ເພື່ອສະແດງອອກຊຶ່ງຄວາມເສົ້າສະຫລົດໃຈຕໍ່ບັນດາຄອບຄົວພວກເຄາະຮ້າຍ ແລະເພື່ອສະແດງຄວາມເປັນນ້ຳນຶ່ງໃຈດຽວກັນ ກັບປະຊາຄົມ ໃນຂະນະທີ່ພວກເຂົາເຈົ້າຍັງຈະສືບຕໍ່ຮຳບາດແຜໃນການດຳລົງຊີວິດຕໍ່ໄປຂ້າງໜ້ານັ້ນ.”
ທ່ານ James Corney ຫົວໜ້າອົງການສັນຕິບານກາງ ຫຼື FBI ຂອງສະຫະລັດ ໄດ້ກ່າວວ່າ “ພວກເຮົາກຳລັງກວດກາເບິ່ງປະຫວັດຂອງມືສັງຫານ” ຊຶ່ງຮວມທັງການນຳໃຊ້ອິນເຕີແນັຕນຳ.
ບັນດາຜູ້ອຸດໜຸນໃນສະຖານທີ່ບັນເທີງ Pulse Night Club ໄດ້ອ້າງວ່າ ເຫັນທ້າວ Mateen ດື່ມໃນບາຫຼາຍໆຄັ້ງ ກ່ອນທີ່ລາວຈະທຳການຍິງ. ພວກທີ່ເຫັນເຫດການໄດ້ລາຍງານວ່າ ພວກເຂົາເຈົ້າໄດ້ເຫັນລາວໂອ້ລົມກັບກະເທີຍທາງອິນເຕີແນັຕ ໂດຍໃຊ້ app ທີ່ເອີ້ນວ່າ “Jack'd.”
ກະລຸນາອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ກຸ່ມກະເທີຍ ເດີນຮ້ອງເພງເປັນໝູ່ ໃນການໄວ້ອາໄລ ທີ່ທຳນຽບຂາວ
Your browser doesn’t support HTML5