ທາງການລາວ ຈະເພີ້ມມາດຕະການເຂັ້ມງວດ ໃນການຄວບຄຸມລາຄາ ສິນຄ້າອຸປະໂພກບໍລິໂພກ ໃຫ້ໄດ້ໃນການປະຕິບັດຕົວຈິງ

​ເຈົ້າ​ໜ້າ​ທີ່​ລາວ​ລົງ​ກວດ​ກາ​ລາ​ຄາ​ສິນ​ຄ້າ​ຢູ່​ໃນ​ຕະ​ຫລາດ

ທາງການລາວ ຈະເພີ້ມມາດຕະການເຂັ້ມງວດ ໃນການຄວບຄຸມລາຄາສິນຄ້າອຸປະໂພກບໍລິໂພກ ໃຫ້ໄດ້ໃນການປະຕິບັດຕົວຈິງ ໃນຂະນະທີ່ຍັງຕ້ອງນຳເຂົ້າສິນຄ້າຈາກຕ່າງປະເທດ ແລະອັດຕາເງິນເຟີ້ສູງຂຶ້ນກວ່າ 23 ເປີເຊັນ ຊົງລິດ ໂພນເງິນ ມີລາຍງານ ຈາກບາງກອກ.

Your browser doesn’t support HTML5

ເຊີນຟັງລາຍງານ ທາງການລາວ ຈະເພີ້ມມາດຕະການເຂັ້ມງວດ ໃນການຄວບຄຸມລາຄາສິນຄ້າອຸປະໂພກບໍລິໂພກ ໃຫ້ໄດ້ໃນການປະຕິບັດຕົວຈິງ

ທ່ານນາງຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ ຖະແຫລງຢືນຢັນວ່າ ການກວດກາ ແລະຄວບຄຸມບໍ່ໃຫ້ເກີດການສວຍໂອກາດປັບລາຄາສິນຄ້າຂຶ້ນຕາມລຳພັງໃຈ ຂອງບັນດາຜູ້ປະກອບກິດຈະການການຄ້າ ໃນປັດຈຸ ບັນ ໄດ້ເນັ້ນໜັກໃນ 8 ດ້ານ ກໍຄືອຸດສາຫະກຳ-ຫັດຖະກຳ ກະສິກຳປ່າໄມ້ ສາທາ ລະນະສຸກ ເທັກໂນໂລຈີ ການສື່ສານ ໂທລະຄົມມະນາຄົມ ຄົມມະນາຄົມ-ຂົນສົ່ງ ພະລັງງານ ແລະບໍ່ແຮ່ ການສຶກສາ ແລະທ່ອງທ່ຽວ ໂດຍແນໃສ່ການຈັດຕັ້ງປະຕິ ບັດໃຫ້ໄດ້ຢ່າງແທ້ຈິງ ທັງສິນຄ້າທີ່ຜະລິດໃນລາວ ແລະສິນຄ້າທີ່ນຳເຂົ້າຈາກຕ່າງ ປະເທດ ໂດຍສະເພາະແມ່ນນ້ຳມັນ ແລະສິນຄ້າອຸປໂພກ-ບໍລິໂພກ ທີ່ຈໍາເປັນໃນຊີວິດປະຈຳວັນນັ້ນ ກໍຄືສິນຄ້າໃນບັນຊີຄວບຄຸມຢູ່ແລ້ວ ດັ່ງທີ່ ທ່ານນາງຈັນສຸກ ໄດ້ຢືນຢັນວ່າ:

“ການນຳໃຊ້ມາດຕະການຄຸ້ມຄອງລາຄາ ໂດຍກຳນົດໂຄງປະກອບລາຄາຂາຍຍົກ-ຂາຍຍ່ອຍ ລາຍການສິນຄ້າທີ່ນອນຢູ່ໃນບັນຊີຄວບຄຸມລາຄານັ້ນ ຊຶ່ງຜ່ານມາ ກະ ຊວງອຸດສາຫະກຳ ແລະການຄ້າ ກໍແມ່ນໄດ້ມີການກຳນົດສິນຄ້າປະເພດນ້ຳມັນເຊື້ອໄຟ ອາຍແກັສ ຊຶ່ງພະແນກອຸດສາຫະກຳ-ການຄ້າແຂວງນະຄອນຫຼວງ ແມ່ນໄດ້ກຳນົດໂຄງປະກອບລາຄາສິນຄ້າປະເພດເຂົ້າກິນ ໝູ ປານິນ ໃນນີ້ ກໍຈະໄດ້ສືບຕໍ່ກຳນົດໂຄງປະກອບລາຄາໄຂ່ໄກ່ ແລະສິນຄ້າອື່ນທີ່ເຫັນວ່າ ມີຜົນກະທົບຕໍ່ການດຳລົງຊີວິດຂອງພໍ່ແມ່-ປະຊາຊົນ.”

ທັງນີ້ ສິນຄ້າອຸປະໂພກ-ບໍລິໂພກ ທີ່ມີການປັບລາຄາສູງຂຶ້ນຢ່າງຕໍ່ເນື່ອງ ໂດຍທີ່ພາກສ່ວນຮັບຜິດຊອບບໍ່ສາມາດຄວບຄຸມລາຄາໄດ້ເລີຍ ໃນການປະຕິບັດຕົວຈິງເພາະວ່າ ເປັນສິນຄ້າທີ່ນຳເຂົ້າຈາກຕ່າງປະເທດ ສ່ວນສິນຄ້າທີ່ຜະລິດໃນລາວ ກໍມີຕົ້ນທຶນສູງ ເພາະການນຳເຂົ້າປັດໄຈການຜະລິດທີ່ສຳຄັນຈາກຕ່າງປະເທດ ເຊັ່ນກັນ ກໍຄືນ້ຳມັນເຊື້ອໄຟ ແລະອຸປະກອນທີ່ນຳໃຊ້ ໃນການຜະລິດສິນຄ້າຕ່າງໆນັ້ນ ໂດຍການນຳເຂົ້າສິນຄ້າດັ່ງກ່າວກໍຍັງເຮັດໃຫ້ອັດຕາເງິນເຟີ້ໄດ້ເພີ້ມຂຶ້ນຈາກ 12.8 ເປີເຊັນ ເປັນ 23.6 ເປີເຊັນ ໃນເດືອນພຶດສະພາ ແລະມິຖຸນາ 2022 ທີ່ຜ່ານມາ ສ່ວນນາຍົກລັດຖະມົນຕີລາວ ກໍໄດ້ມີຄຳສັ່ງເລກທີ 15 ເພື່ອຫລຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຈາກການສວຍໂອກາດປັບຂຶ້ນລາຄາສິນຄ້າດ້ວຍການແຕ່ຕັ້ງໜ່ວຍສະເພາະກິດ ເພື່ອກວດກາລາຄາສິນຄ້າ ແລະມີອຳນາດລົງໂທດພໍ່ຄ້າທີ່ສວຍໂອກາດດັ່ງກ່າວດ້ວຍ.

ເຈົ້າໜ້າທີ່ທາງການລາວ ກໍາລັງກວດສອບລາຄາສິນຄ້າຢູ່ທີ່ຕະຫຼາດແຫ່ງນຶ່ງ.

ກ່ອນໜ້ານີ້ ລັດຖະບານລາວ ໄດ້ກຳນົດລາຄາຈຳໜ່າຍສິນຄ້າອຸປະໂພກ-ບໍລິໂພກທີ່ຈຳເປັນໄວ້ຫຼາຍລາຍການ ເຊັ່ນ ເຂົ້າໜຽວຊັ້ນ 1 ແລະຊັ້ນ 2 ກຳນົດລາຄາຈຳໜ່າຍໄວ້ ທີ່ລະດັບ 9,000 ກີບ ແລະ 8,000 ກີບຕໍ່ກິໂລກຣາມ ຊີ້ນງົວ-ຄວາຍປະເພດ 1 ແລະ 2 ລາຄາ 70,000 ກີບ ແລະ 65,000 ກີບຕໍ່ກິໂລກຣາມ ຊີ້ນໝູປະເພດ 1 ແລະ 2 ລາຄາ 40,000 ກີບ ແລະ 35,000 ກີບຕໍ່ກິໂລກຣາມ ໄຂ່ໄກ່ເບີ 1 ແລະ ເບີ 2 ລາຄາ ແຕະລະ 35,000 ກີບ ແລະ 30,000 ກີບ ສ່ວນໄຂ່ໄກ່ເບີ 3-4-5 ແຕະລະບໍ່ເກີນ 28,000 ກີບ ຊີ້ນໄກ່ພັນ-ໄກ່ລາດ ລາຄາ 25,000 ກີບ ແລະ 50,000 ກີບຕໍ່ກິໂລກຣາມ ປານິນ-ປາດຸກ 25,000 ກີບຕໍ່ກິໂລກຣາມ ໝີ່ໄວໄວ-ໝີ່ຍຳຍຳ 45,000 ກີບຕໍ່ແກັດ ເປັນຕົ້ນ ແຕ່ວ່າ ລາຄາຂາຍຈິງນັ້ນ ສູງກວ່າລາຄາທີ່ກຳນົດເກີນ 35 ເປີເຊັນຂຶ້ນໄປ ໂດຍສະເພາະແມ່ນສິນຄ້າທີ່ລາວ ນຳເຂົ້າຈາກຕ່າງປະເທດນັ້ນ.

ໂດຍມີສາເຫດສຳຄັນມາຈາກລາຄານ້ຳມັນແລະສິນຄ້າທີ່ປັບຕົວສູງຂຶ້ນໃນທົ່ວໂລກ ໃນຂະນະທີ່ລາວ ກໍຍັງມີບັນຫາຂາດດຸນການຊຳລະເງິນຕາຕ່າງປະເທດຢ່າງຕໍ່ເນື່ອງ ກໍຄືເງິນຕາຕ່າງປະເທດໄດ້ໂອນເຂົ້າມາລາວ ພຽງ 30 ເປີເຊັນ ຂອງມູນຄ່າການສົ່ງອອກທັງໝົດນັ້ນ ກໍປາກົດວ່າ ໄດ້ມີການໂອນເງິນຕາຕ່າງປະເທດຈາກລາວ ໄປຕ່າງປະເທດເກີນ 98 ເປີເຊັນຂອງມູນຄ່າການນຳເຂົ້າທັງໝົດ ອັນໄດ້ເຮັດໃຫ້ເງິນກີບອ່ອນຄ່າລົງຢ່າງຮຸນແຮງ ຊຶ່ງເມື່ອສົມທົບດ້ວຍການບໍ່ປະຕິບັດຕາມກົດລະບຽບດ້ານການເງິນຂອງບັນດາຮ້ານແລກປ່ຽນເງິນດ້ວຍແລ້ວ ກໍຍິ່ງເຮັດໃຫ້ເກີດຊ່ອງຫວ່າງຫຼາຍຂຶ້ນ ລະຫວ່າງອັດຕາແລກປ່ຽນໃນທະນາຄານກັບໃນຕະຫຼາດ ແລະເປັນສາເຫດທີ່ເຮັດໃຫ້ດັດຊະນີລາຄາການຊົມໃຊ້ ປັບຕົວສູງຂຶ້ນເຖິງ 144.5 ເປີເຊັນ ໃນເດືອນມິຖຸນາທີ່ຜ່ານມາ.

ທັງນີ້ ການກວດກາໃນ 6 ເດືອນຕົ້ນປີ 2022 ພົບວ່າ ມີຮ້ານແລກປ່ຽນລະເມີດລະບຽບການ 137 ລາຍໃນນີ້ 101 ລາຍຖືກຖອນໃບອະນຸຍາດກັບ 36 ລາຍ ຖືກປັບໃໝ ແລະຍັງສືບຕໍ່ກວດກາ 410 ລາຍ ແຕ່ການດຳເນີນມາດຕະການດັ່ງກ່າວ ໄດ້ມີຂຶ້ນໃນຂະນະທີ່ລາວ ກຳລັງປະເຊີນກັບບັນຫາຂາດດຸນບັບຊີການຊຳລະເງິນຕາສູງກວ່າ 10 ເປີເຊັນ ຂອງຍອດຜະລິດຕະພັນລວມ (GDP) ອັນເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວ ລົດລົງຢ່າງຕໍ່ເນື່ອງ ແລະຕ້ອງກູ້ຢືມເງິນຈາກຕ່າງປະເທດເພື່ອນຳມາໃຊ້ດຸ່ນດ່ຽງລາຍຈ່າຍທີ່ສູງກວາລາຍຮັບ ແລະເຮັດໃຫ້ໜີ້ຕ່າງປະເທດຂອງລັດຖະບານລາວ ເພີ້ມຂຶ້ນຈາກ 70 ເປີເຊັນຂອງ GDP ໃນປີ 2021 ເປັນສູງກວ່າ 75 ເປີເຊັນ ຂອງ GDP ໃນປີ 2022 ກໍຄືການມີໜີ້ຕ່າງປະເທດຫຼາຍກວ່າ 15,500 ລ້ານໂດລາ ນັ້ນເອງ.