ທາງການອອສເຕຣເລຍ ແລະສະຫະລັດອາເມຣິກາ ໃຫ້ການສະໜັບສະໜຸນໃນການສ້າງຕັ້ງສະພາຂອງ ປະຊາຊົນ ເພື່ອການອະນຸລັກສິ່ງແວດລ້ອມ ແລະນໍາໃຊ້ຊັບພະຍາກອນທຳມະຊາດໃນເຂດລຸ່ມແມ່ນໍ້າຂອງ ຮ່ວມກັນຢ່າງຍືນຍົງ. ຊົງລິດໂພນເງິນ ມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.
Your browser doesn’t support HTML5
ທ່ານ ເດວິດ ບຣາວນ໌ (David Brown) ເລຂານຸການເອກປະຈຳສະຖານທູດອອສເຕຣເລຍ ທີ່ບາງກອກ ໃຫ້ການຢືນຢັນວ່າ ທາງການອອສເຕຣເລຍ ແລະສະຫະລັດອາເມຣິກາ ໄດ້ເຫັນດີຮ່ວມກັນ ທີ່ຈະໃຫ້ການຊ່ວຍເຫຼືອເພື່ອການອະນຸລັກສິ່ງແວດລ້ອມທຳມະຊາດໃນເຂດລຸ່ມແມ່ນໍ້າຂອງຫຼາຍຂຶ້ນ ເພາະເຫັນວ່າການພັດທະນາໂຄງການຕ່າງໆໃນໄລຍະຜ່ານມານັ້ນ ໄດ້ສົ່ງຜົນກະທົບຢ່າງໜັກ ຕໍ່ສະພາບແວດລ້ອມທຳມະຊາດໃນລຸ່ມແມ່ນໍ້າຂອງໂດຍສະເພາະກໍແມ່ນການກໍ່ສ້າງເຂື່ອນໄຟຟ້າໃນແລວແມ່ນໍ້າຂອງທັງໃນເຂດປະເທດຈີນ ແລະ ລາວ ທີ່ສົ່ງຜົນກະທົບຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດຕອນຫລາງຢ່າງກວ້າງຂວາງອີກດ້ວຍ ດັ່ງນັ້ນລັດຖະບານອອສເຕຣເລຍ ແລະສະຫະລັດຈຶ່ງເຫັນດີທີ່ຈະຮ່ວມກັນໃຫ້ການສະໜັບສະໜູນ ທາງດ້ານ ເງິນທຶນໃນມູນຄ່າ 500 ລ້ານໂດລາອອສເຕຣເລຍ ໃນປີ 2021 ດັ່ງທີ່ທ່ານ David Brown ໃຫ້ການຢືນຢັນວ່າ:
“ເປົ້າໝາຍຫລັກຂອງໂຄງການນີ້ ຄື ສະໜັບສະໜຸນຄວາມໂປ່ງໃສ ແລະຄວາມຍັ້ງຍືນໃນຄວາມໝັ້ນຄົງທາງ ອາຫານ, ທາງພະລັງງານ ແລະທາງນໍ້າອີກດ້ວຍ ແລະນາຍົກອອສເຕຣເລຍ ປະກາດໂຄງການຄວາມຮ່ວມມື ໃໝ່ສໍາລັບພູມີພາກນີ້ ທີ່ມີມູນຄ່າຫລາຍກວ່າ 500 ລ້ານໂດລາ ອອສເຕຣເລຍທີ່ຈະຊ່ວຍປະຊາຊົນ ໃນພູມີພາກນີ້.”
ທາງດ້ານທ່ານ ໄມເກິລ ຮີທ໌ (Michael Heath), ເອກອັກຄະລັດຖະທູດທີ່ປຶກສາປະຈຳສະຖານທູດ ສະຫະລັດ ອາເມຣິກາ ທີ່ ບາງກອງ ປະເທດໄທ ຢືນຢັນວ່າ ລັດຖະບານສະຫະລັດ ໄດ້ເພີ່ມການຊ່ວຍເຫຼືອໃນການອະນຸລັກສິ່ງແວດ ລ້ອມທຳມະຊາດໃຫ້ແກ່ບ 4 ປະເທດສະມາຊິກຂອງຄະນະກຳມາທິການແມ່ນໍ້າຂອງ (MRC) ຄິດເປັນມູນຄ່າລວມ 150 ລ້ານໂດລາ ໃນປີ 2021 ສຳລັບນຳໃຊ້ໃນການພັດທະນາຂໍ້ມູນດ້ານຊັບພະຍາກອນນໍ້າຮ່ວມກັນຊຶ່ງລວມເຖິງການພັດທະນາທາງເສດຖະກິດ-ສັງຄົມ, ຄວາມປອດໄພ, ການບໍລິ ຫານງານໃນພາກລັດ, ສາທາລະນະສຸກ ແລະ ການອະນຸລັກສິ່ງແວດລ້ອມທຳມະຊາດໃນເຂດລຸ່ມແມ່ນໍ້າຂອງ ໂດຍສະເພາະແມ່ນການວັດແທກລະດັບນໍ້າຢູ່ໃນເຂື່ອນໄຟຟ້າ 11 ໂຄງການທີ່ຢູ່ເທິງແນວແມ່ນໍ້າຂອງໃນເຂດປະເທດຈີນນັ້ນ ຖືເປັນພາກ ສ່ວນທີ່ສໍາຄັນ ທີ່ຈະຕ້ອງມີການລາຍ ໃຫ້ບັນດາປະເທດໃນລຸ່ມແມ່ນໍ້າຂອງໄດ້ຮັບຮູ້ຕະຫລອດເວລາ.
ທາງດ້ານທ່ານນິວັດ ຮ້ອຍແກ້ວ ແກນນຳເຄືອຂ່າຍປະຊາຊົນໄທ ເພື່ອການອະນຸລັກສິ່ງແວດລ້ອມ ທຳມະຊາດໃນລຸ່ມແມ່ນ້ຳຂອງບອກວ່າ ການຮ່ວມມືໃນເຂດລຸ່ມແມ່ນໍ້າຂອງໄລຍະຜ່ານມາ ເປັນການຕົກລົງລະຫວ່າງລັດ ຖະບານທີ່ບໍ່ໄດ້ໃຫ້ຄວາມສໍາຄັນກັບສຽງຮຽກຮ້ອງຂອງປະຊາຊົນທີ່ຖືກກະທົບຈາກໂຄງການພັດທະນາ ຕ່າງໆ ທີ່ພາກລັດຖະບານໄດ້ຕັດສິນໃຈຮ່ວມກັບ ເພາະສະນັ້ນການສ້າງຕັ້ງສະພາຂອງປະຊາຊົນໃນເຂດ ລຸ່ມແມ່ນໍ້າຂອງຈຶ່ງເປັນແນວທາງທີ່ຖືກຕ້ອງທີ່ສຸດໃນການອະນຸລັກສິ່ງແວດລ້ອມ ແລະນໍາໃຊ້ຊັບພະຍາກອນ ທໍາມະຊາດໃນເຂດລຸ່ມແມ່ນໍ້າຂອງຢ່າງຍືນຍົງ ດັ່ງທີ່ທ່ານນິວັດໃຫ້ການຢືນຢັນວ່າ:
“ສຽງທີ່ປະຊາຊົນສົ່ງສຽງອອກໄປໃນເລື້ອງບັນຫາຕ່າງໆ ໃນແມ່ນໍ້າຂອງທີ່ເກີດຂຶ້ນ ແລະສິ່ງທີ່ຈະຕ້ອງ ແກ້ໄຂມັນໄມ້ໄດ້ຮັບການຕອບສະໜອງ ເພາະທີ່ຜ່ານມາມັນເປັນອົງກອນທີ່ຈັດຕັ້ງຜ່ານລັດຖະບານທັງນັ້ນ ເພາະສະນັ້ນ ການຂັບເຄື່ອນກໍຕອບສະໜອງຕໍ່ທຶນ ຕໍ່ລັດຕະຫລອດເວລາ ເພາະສະນັ້ນມັນເຖິງເວລາແລ້ວ ທີ່ຈະຕ້ອງມີອົງກອນນຶ່ງ ຊຶ່ງມັນເປັນພື້ນຖານຂອງຄົນໃນເຂດລຸ່ມນໍ້າຂອງ ຕ້ອງເກີດຂຶ້ນ ນັ້ນກໍຄືສະພາປະຊາຊົນ ໃນເຂດລຸ່ມແມ່ນໍ້າຂອງ.”
ສ່ວນ ທ່ານທົດສະພົນ ວົງວານ ຜູ້ຊ່ວຍເລຂາທິການສຳນັກງານຊັບພະຍາກອນນໍ້າ ແຫ່ງຊາດ
ໄທໄດ້ຢືນຢັນວ່າ ລັດຖະບານຈີນໄດ້ຕົກລົງກັບຄະນະກຳມາທິການແມ່ນໍ້າຂອງ
(MRC) ກ່ຽວກັບການລາຍງານໃຫ້ຂໍ້ມູນປະລິມານນໍ້າ ແລະລະດັບນໍ້າໃນແມ່ນໍ້າຂອງ
ຕອນເທິງຢູ່ໃນເຂດແຂວຢູນານຂອງຈີນນັ້ນ ໂດຍຈະເລີ້ມການ ລາຍງານດັ່ງກ່າວ ນັບ
ແຕ່ເດືອນມັງກອນ 2021 ເປັນຕົ້ນໄປ ຊຶ່ງຈະເປັນການລາຍງານຂໍ້ມູນເປັນປະຈຳ ໃນ
ຕອນເວລາ 8 ໂມງເຊົ້າຂອງທຸກວັນ ໂດຍສະເພາະແມ່ນການລາຍງານຂໍ້ມູນລະດັບນໍ້າ ໃນເຂື່ອນຊຽງ ຮຸ່ງທີ່ເປັນ 1 ໃນ 11 ເຂື່ອນໄຟຟ້າ ທີ່ກໍ່ສ້າງເທິງແລວແມ່ນໍ້າຂອງໃນຈີນ
ແລະ ເປັນເຂື່ອນທີ່ປ່ອຍນໍ້າ ລົງມາໃນເຂດຕອນຫລ່າງນັ້ນ ຈຶ່ງຖືເປັນຂໍ້ມູນທີ່ສຳຄັນຢ່າງ
ຍິ່ງສຳລັບປະເທດທີ່ຢູ່ເຂດຕອນຫລ່າງຂອງແມ່ນໍ້າຂອງ ທີ່ຈະນໍາໃຊ້ ເພື່ອຕຽມພ້ອມ ໃນການປ້ອງກັນຜົນກະທົບ ຕ່າງໆ ໄດ້ຢ່າງເທົ່າທັນກັບສະຖານະການ.
ການຕົກລົງກັນດັ່ງກ່າວນີ້ຍັງຖືເກັນຜົນທີ່ເນື່ອງມາຈາກກອງປະຊຸມລັດຖະມົນຕີການຕ່າງປະເທດໃນເຂດ ລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ທີ່ລັດຖະບານລາວເປັນເຈົ້າພາບຈັດຂຶ້ນເມື່ອເດືອນກຸມພາ 2020 ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ກໍຄືລັດຖະມົນຕີການຕ່າງປະເທດຂອງຈີນ, ມຽນມາ, ກໍາປູເຈຍ, ລາວ, ໄທ ແລະຫວຽດນາມ.