ລັດຖະມົນຕີກະຊວງພາຍໃນອອສເຕຣຍ ທ່ານນາງ Johanna
Mikl-Leitner ກ່າວວ່າ ອອສເຕຣຍຈະສ້າງຮົ້ວເລາະຕາມຊາຍ
ແດນກັບ ສະໂລເວເນຍ ເພື່ອເຮັດໃຫ້ກະແສຟອງການຫລັ່ງ
ໄຫລເຂົ້າປະເທດຂອງອົບພະຍົບ ຊັກຊ້າລົງ.
ທ່ານນາງ Mikl-Leiner ໄດ້ປະກາດໃນວັນພຸດມື້ນີ້ ໂດຍກ່າວ
ວ່າ ຮົ້ວນີ້ມີຈຸດ ປະສົງເພື່ອຊ່ອຍຄ້ຳປະກັນ ໃນການຄວບຄຸມ
ໃຫ້ເປັນລະບຽບໃນການເຂົ້າປະ ເທດອອສເຕຣຍ ບໍ່ແມ່ນການ
ກີດກັ້ນຊາວອົບພະຍົບທັງໝົດແຕ່ຢ່າງໃດ.
ໃນການກ່າວຕໍ່ບັນດານັກຂ່າວຢູ່ທີ່ຊາຍແດນ ທ່ານນາງ Mikl-
Leiner ໄດ້ໃຊ້ຄຳເວົ້າວ່າ “ການກີດກັ້ນທາງດ້ານເທັກນິກ” ເພື່ອອະທິບາຍເຖິງແຜນການ
ກໍ່ ສ້າງ. ທ່ານນາງບໍ່ໄດ້ກ່າວເຖິງກຳນົດເວລາ ຫລືງົບປະມານຂອງແຜນການນີ້.
ຕຳຫລວດລັດຖະບານກາງ ເຢຍຣະມັນ ຢືນແນະນຳພວກອົບພະຍົບ ທີ່ຂ້າມຊາຍແດນ ລະຫວ່າງອອສເຕຣຍ ແລະເຢຍລຣະມັນ.
ໃນວັນອັງຄານວານນີ້ ປະທານຄະນະກຳມາທິການຢູໂຣບ ທ່ານ Jean- Claude
Juncker ໄດ້ຕິຕຽນບັນດາປະເທດສະມາຊິກ ທີ່ບໍ່ປະຕິບັດຢ່າງ ຣີບດ່ວນ ໃນການໃຫ້
ທຶນສະໜັບສະໜູນ ແລະບັນດາຜູ້ຊ່ຽວຊານໃນການຊ່ວຍຄຸ້ມຄອງ ວິກິດການອົບພະຍົບ
ຢູໂຣບ ທີ່ຮ້າຍແຮງສຸດ ນັບແຕ່ສົງຄາມໂລກຄັ້ງທີສອງເປັນຕົ້ນມາ.
ທ່ານ Juncker ກ່າວວ່າ “ບັນດາປະເທດສະມາຊິກ ໄດ້ພາກັນເຄື່ອນໄຫວຊ້າໆ ໃນເວລາ
ທີ່ເຫັນວ່າຄວນຮີບຮ້ອນ.”
ທ່ານ ໄດ້ເນັ້ນໜັກເຖິງຄວາມຕ້ອງການເງິນທືນເພີ້ມຂື້ນ ແລະບັນດາຜູ້ຊ່ຽວຊານ ຢູ່ໃນລາຍ
ງານຕໍ່ສະພາຢູໂຣບ ທີ່ນະຄອນ Strasbourg.
ອົງການຂ້າຫລວງໃຫຍ່ດ້ານອົບພະຍົບ ສະຫະປະຊາຊາດ ລາຍງານວ່າ ຫລາຍກວ່່າ
700,000 ຄົນ ໄດ້ໄປເຖິງຢູໂຣບໃນປີນີ້ ເພື່ອຫລົບໜີຈາກສົງຄາມ ແລະ ຄວາມທຸກຈົນ
ໃນຕາເວັນອອກກາງ ອາຟຣິກາ ແລະເອເຊຍ.
Your browser doesn’t support HTML5
Europe Migrants Germany