ກອງທັບຂອງ ອອສເຕຣເລຍ ຈະຊ່ວຍຝຶກຊ້ອມໃຫ້ແກ່ກອງກໍາລັງຂອງ ຢູເຄຣນ

ແຟ້ມ-ພາກຕາເວັນອອກສຽງເໜືອຂອງປະເທດອອສເຕຣເລຍ, ວັນທີ 13 ກໍລະກົດ 2017. ໃນອາທິດນີ້, ອອສເຕຣເລຍກ່າວວ່າ ພວກເຂົາເຈົ້າຈະສົ່ງກອງກໍາລັງທາງທະຫານໄປອັງກິດ ເພື່ອດໍາເນີນການຝຶກແອບໃຫ້ແກ່ກອງກໍາລັງຂອງ ຢູເຄຣນ.

ອອສເຕຣເລຍກ່າວວ່າ ພວກເຂົາເຈົ້າຈະສົ່ງກອງກໍາລັງໄປປະເທດ ອັງກິດ ເພື່ອທໍາການຝຶກແອບໃຫ້ກອງກໍາລັງປະເທດຢູເຄຣນ. ຟີລ ເມີເຊີ ມີລາຍງານກ່ຽວກັບເລື້ອງນີ້ຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຮັບຟັງລາຍງານກ່ຽວກັບ ຄວາມຕັ້ງໃຈໃນການຊ່ວຍເຫຼືອ ຢູເຄຣນ ຂອງ ອອສເຕຣເລຍ

ອອສເຕຣເລຍ ໄດ້ໃຫ້ຄໍາ​ສັນ​ຍາ​ທີ່ຈະສະໜັບສະໜຸນ ຢູເຄຣນ ເປັນເວລາຍາວນານ ໃນການຕໍ່ສູ້ເພື່ອຕ້ານການຮຸກຮານຈາກ ຣັດເຊຍ ຂອງພວກເຂົາເຈົ້າ.

ເຈົ້າ​ໜ້າ​ທີ່ກຸ່ມ​ນຶ່ງທີ່​ມີຫຼາຍ​ເຖິງ 70 ຄົນຈາກກອງກໍາລັງຄວາມໝັ້ນຄົງຂອງ ອອສເຕຣເລຍ ຈະເຂົ້າຮ່ວມການຝຶກຊ້ອມຫຼາຍ​ປະ​ເທດ​ທີ່ ນໍາໂດຍປະເທດ ອັງກິດ, ເຊິ່ງຮູ້ໃນອີກຊື່ນຶ່ງຄື ປະຕິບັດການ INTEFLEX ໃນອີກສອງເດືອນ ຂ້າງໜ້ານີ້, ແຕ່ພວກເຂົາເຈົ້າຈະບໍ່ດໍາເນີນງານຢູ່ໃນປະເທດ ຢູເຄຣນ.

ອອສເຕຣເລຍ ຍັງຈະສົ່ງລົດຫຸ້ມເກາະ Bushmaster ອີກ 30 ຄັນໄປໃຫ້ ແກ່ກອງກໍາລັງທາງທະຫານຂອງ ຢູເຄຣນ ອີກດ້ວຍ. ພວກມັນມີພື້ນ​ຮູບໂຕ V ທີ່​ເປັນ​ເທັກ​ໂນ​ໂລ​ຈີ​ໃໝ່ ເຊິ່ງອອກແບບມາເພື່ອກະຈາຍຜົນ​ກະ​ທົບຂອງການລະເບີດໃຫ້​ມີ​ປະ​ສິດ​ທິ​ພາບກວ່າ​ພື້ນ​ລົດ​ແບນ​ທົ່ວ​ໄປ.

ອອສເຕຣເລຍ ຍັງໄດ້ສົ່ງລູກສອນໄຟ ແລະການຊ່ວຍເຫຼືອທາງດ້ານມະນຸດສະ ທໍາອີກຈໍານວນນຶ່ງໄປໃຫ້ແກ່ ຢູເຄຣນ.

ລັດຖະມົນຕີຄວາມໝັ້ນຄົງຂອງປະເທດອອສເຕຣເລຍ ທ່ານ ຣີຊາດ ມາຣສ໌ (Richard Marles), ບອກກັບໂທະ​ລ​ພາບ ABC ຂອງປະເທດອອສເຕຣເລຍ ໃນວັນພະຫັດວານນີ້ວ່າ ລັດຖະບານແຄນເບີຣາ ມີຄວາມມຸ່ງໝັ້ນທີ່ຈະໃຫ້ການ ຊ່ວຍເຫຼືອກ່ຽວກັບສົງຄາມຂອງ ຢູເຄຣນ, ເຊິ່ງທ່ານໄດ້ກ່າວວ່າ:
“ພວກເຮົາມີຄວາມຮູ້ສຶກຢ່າງໜັກແໜ້ນວ່າ ຢູເຄຣນ ຈໍາເປັນຕ້ອງໄດ້ຮັບການສະ ໜັບສະໜູນໃນໄລຍະຍາວໃນເວ​ລານີ້, ຖ້າພວກເຮົາຢາກໃຫ້ ຢູເຄຣນ ​ຢູ່ໃນສະ ຖານະພາບທີ່ພວກເຂົາເຈົ້າສາມາດແກ້ໄຂຄວາມຂັດແຍ້ງດັ່ງກ່າວນີ້ດ້ວຍຕົວ​ຂອງພວກເຂົາເຈົ້າເອງ, ດັ່ງນັ້ນການ​ຊ່ວຍ​ເຫຼືອ​ຊຸດນີ້ແມ່ນ​ໄດ້​ເພັ່ງ​ເລັງ​ໃສ່ ທັງສອງດ້ານ ເພື່ອໃຫ້ໝັ້ນໃຈວ່າພວກເຮົາໄດ້ຊ່ວຍເຫຼືອໃນໂຄງການລິ​ເລີ່ມ​ທີ່​ນຳ​ພາ​ໂດຍ ສະຫະຣາຊະອານາຈັກອັງກິດ ໃນດ້ານການຝຶກຊ້ອມ, ແລະພ້ອມກັນນັ້ນ ກໍຍັງເປັນການຂະຫຍາຍຈຳ​ນວນ​ຂອງລົດ Bushmasters ທີ່ພວກເຮົາຈະຈັດມອບໃຫ້ແກ່ ຢູເຄຣນ.”

ລັດຖະມົົນຕີການຕ່າງປະເທດຂອງ ຢູເຄຣນ ທ່ານດີມີໂຕຣ ກູເລບາ ໄດ້ກ່າວຂອບໃຈຕໍ່ລັດຖະບານອອສເຕຣເລຍ ຜ່ານທາງສື່ສັງຄົມ ກ່ຽວກັບຄວາມຊ່ວຍເຫຼືອໃຫ້ແກ່ພວກເຂົາເຈົ້າ.

ໂດຍທ່ານໄດ້ຂຽນ​ຂໍ້ຄວາມໃນ​ທວິດ​ເຕີວ່າ “ພວກເຮົາຈະຈົດຈໍາການສະໜັບສະ ໜູນຂອງອອສເຕຣເລຍໄວ້ຕະຫຼອດໄປ.”

ໃນຕົ້ນອາທິດນີ້, ໜ່ວຍງານດ້ານງົບປະມານຂອງລັດຖະບານກາງອອສເຕຣເລຍ ໄດ້​ສັນ​ຍາທີ່ຈະມອບການຊ່ວຍເຫຼືອໃຫ້ແກ່ ຢູເຄຣນ ຫຼາຍກວ່າ 129 ລ້ານໂດລາ.

ອອສເຕຣເລຍ ໄດ້ກໍານົດມາດຕະການລົງໂທດຕໍ່ນັກການເມືອງຊາວ ຣັດເຊຍ ຫຼາຍຮ້ອຍຄົນ, ລວມທັງປະ ທານາທິບໍດີ ວະລາດີເມຍ ປູຕິນ, ພວກຜູ້ບັນຊາການທະຫານ ແລະພວກນັກທຸລະກິດທັງຫຼາຍ.

ນັບແຕ່ເດືອນກຸມພາເປັນຕົ້ນມາ, ປະເທດອອສເຕຣເລຍ ໄດ້ອອກວີຊາໃຫ້ແກ່ ຜູ້ອົບພະຍົບຊາວ ຢູເຄຣນ ເກືອບ 9,000 ຄົນ.

ອອສເຕຣເລຍ ເປັນປະເທດທີ່ສະໜັບສະໜູນກ່ຽວກັບຕໍ່​ສູ້​ໃນສົງຄາມຂອງ ກີຢິບ ທີ່ບໍ່ຂຶ້ນກັບອົງການ NATO ທີ່ໃຫຍ່ທີ່ສຸດ.

ອ່ານບົດລາຍງານນີ້ເປັນພາສາອັງກິດ