ລັດຖະມົນຕີກະຊວງການເງິນຂອງ ອອສເຕຣເລຍ ເດີນທາງໄປຢ້ຽມຢາມຈີນ ຄັ້ງສຳຄັນ

  • ຟີລ ເມີຣເຊີ

ໃນພາບຖ່າຍນີ້ ທີ່ໄດ້ເຜີຍແຜ່ໂດຍ ກະຊວງການເງິນ ສະແດງໃຫ້ເຫັນ, ລັດຖະມົນຕີກະຊວງການເງິນຂອງອອສເຕຣເລຍ ທ່ານຈິມ ຊາຣເມີສ໌ ໃນວັນທີ 27 ກັນຍາ 2024, ໄດ້ມ້ວນທ້າຍ ການຢ້ຽມຢາມປັກກິ່ງ ໄລຍະສອງວັນ, ອັນເປັນຄັ້ງທຳອິດທີ່ໄປຈີນ ຂອງລັດຖະມົນຕີກະຊວງການເງິນ ໃນຮອບເຈັດປີທີ່ຜ່ານມາ.

ລັດຖະມົນຕີກະຊວງການເງິນຂອງອອສເຕຣເລຍ ທ່ານຈິມ ຊາລເມີສ໌ ໄດ້ເດີນທາງໄປ ຈີນ ໃນ​ການ​ຢ້ຽມ​ຢາມທີ່ສຳຄັນເພື່ອ​ຮັດແໜ້ນການພົວພັນກັບຄູ່ຮ່ວມ​ມື​ດ້ານການຄ້າທີ່ໃຫຍ່ທີ່ສຸດຂອງປະເທດຕົນ. ການເດີນທາງຂອງທ່ານ ຊາລເມີສ໌ ໃນຄັ້ງນີ້ ແມ່ນເປັນສັນຍານຂອງການພົວພັນສອງຝ່າຍທີ່ດີຂຶ້ນຕື່ມ ຫຼັງຈາກທີ່ເກີດຄວາມບໍ່ໄວ້​ໃຈມາໄດ້ຫຼາຍປີ. ເຖິງຢ່າງໃດກໍຕາມ ຄວາມເຄັ່ງຕຶງ ດ້ານພູມສາດການເມືອງກໍຍັງຄົງມີຢູ່ຕໍ່ເນື່ອງ ລວມທັງຄວາມເຄັ່ງຕຶງໃນເຂດ ທະເລຈີນໃຕ້ນຳດ້ວຍ.

Your browser doesn’t support HTML5

ລັດຖະມົນຕີກະຊວງການເງິນຂອງອອສເຕຣເລຍ ເດີນທາງໄປຢ້ຽມຢາມຈີນ ຄັ້ງສຳຄັນ

ທ່ານຈິມ ຊາລເມີສ໌ ເປັນລັດຖະມົນຕີກະຊວງການເງິນຜູ້ທຳອິດ ທີ່ໄປຢ້ຽມຢາມ ປັກກິ່ງ ໃນຮອບເຈັດປີຜ່ານມາ. ການເດີນທາງໄປຈີນ ໄລຍະສອງວັນ ແນເປົ້າໃສ່ການປົວແປງຄວາມສຳພັນກັບຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງອອສເຕຣເລຍ, ທີ່ໄດ້ຮັບຄວາມເສຍຫາຍຍ້ອນຄວາມຂັດແຍ້ງ ດ້ານການຄ້າແລະພູມສາດການເມືອງ.

ໃນປັກກິ່ງ, ທ່ານຊາລເມີສ໌ ໄດ້ປຶກສາຫາລື ກ່ຽວ​ກັບ ການເສີມຂະຫຍາຍຄວາມ ສຳພັນດ້ານເສດຖະກິດຮ່ວມກັບຝ່າຍເຈົ້າພາບຊາວຈີນ.

ທ່ານລັດຖະມົນຕີກະຊວງການເງິນ ມີຄວາມຮູ້ສຶກດີໃຈໃນຄວາມຄາດຫວັງສຳ ລັບເສດຖະກິດຂອງຈີນ ເຖິງແມ່ນວ່າ ເສດຖະກິດນັ້ນ ໄດ້ຕົກຕ່ຳລົງໃນມໍ່ໆມານີ້ກໍຕາມ.

ທ່ານໄດ້ກ່າວຕໍ່ໂທ​ລະ​ພາບ ABC ຂອງອອສເຕຣເລຍ ໃນວັນຈັນມື້ນີ້ ວ່າ ແຄນເບີຣາ ແລະປັກກິ່ງ ສາມາດເຮັດໃນສິ່ງທີ່ເສີມຂະຫຍາຍການຄ້າຮ່ວມກັນ ໄດ້ຕື່ມອີກ.

ທ່ານຊາລເມີສ໌ ກ່າວວ່າ “ມັນ​ບໍ່​ສາ​ມາດມີຄວາມສຳຄັນກວ່າເວລານີ້ ສຳລັບ ພວກເຮົາ ທີ່ຈະເລີ້ມຕົ້ນຄືນໃໝ່ ການເຈລະຈາກ່ຽວກັບຍຸດທະສາດດ້ານ ເສດຖະກິດຂອງພວກເຮົາກັບຈີນ. ທາງການຂອງຈີນ ໄດ້ປະກາດຂັ້ນຕອນທີ່ ຂ້ອນຂ້າງສຳຄັນຫຼາຍຢ່າງ ໃນແງ່ຂອງການສະໜັບສະໜູນຄວາມເຕີບໂຕໃນ ເສດຖະກິດຂອງຈີນ.”

ເມື່ອອາທິດແລ້ວນີ້ ຈີນ ໄດ້ກ່າວວ່າ ຕົນໄດ້ດຳເນີນການທົດລອງຍິງລູກສອນໄຟ ຂ້າມທະວີບ ທີ່ບໍ່ຄ່ອຍເກີດ​ຂຶ້ນ ເຂົ້າໄປໃນນ່ານນ້ຳສາກົນ, ໂດຍກະຕຸ້ນໃຫ້ເກີດ ຄວາມບໍ່ພໍໃຈຈາກບັນດາປະເທດເພື່ອນບ້ານ.

ບັນດາເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ໃນປັກກິ່ງ ໄດ້ຢືນຢັດວ່າ ການທົດ ລອງຍິງນັ້ນ ປະ​ກອ​ບ​ມີຫົວອາວຸດລົບປອມ ອັນເປັນສ່ວນນຶ່ງຂອງ” ການຝຶກ ຊ້ອມປະຈຳປີ” ຕາມ “ປົກກະຕິ.”

ທ່ານຊາລເມີສ໌ ໄດ້ກ່າວໃນວັນສຸກຜ່ານມານີ້ ວ່າ ທ່ານໄດ້ສະ​ແດງຄວາມເປັນ ຫ່ວງກ່ຽວກັບການຍິງນັ້ນ ຕໍ່ບັນດາເຈົ້າໜ້າທີ່ຂອງລັດຖະບານຈີນ.

ເຈົ້າໜ້າທີ່ຝ່າຍຄ້ານທີ່ກວດກາລັດຖະມົນຕີການຕ່າງປະເທດຂອງອອສເຕຣເລຍ ທ່ານຊາຍມອນ ເບີມິງແຮມ ໄດ້ກ່າວຕໍ່ສື່ມວນຊົນທ້ອງຖິ່ນວ່າ ລັດຖະບານ ແຄນເບີຣາ ຕ້ອງສືບຕໍ່ຮຽກຮ້ອງໃຫ້ປັກກິ່ງ ສະແດງຄວາມອົດກັ້ນ.

ທ່ານເບີມິງແຮມ ກ່າວວ່າ “ຄວາມສຳຄັນສຳລັບເສດຖະກິດ ທີ່ກະຊວງການ ເງິນສາມາດນຳສົ່ງຂໍ້ຄວາມນີ້ ກ່ຽວກັບສະຖຽນລະພາບໃນພາກພື້ນແລະທົ່ວໂລກ ແລະບົດບາດທີ່ຈີນ ສາມາດມີໂດຍການຫລຸດຜ່ອນຄວາມເຄັ່ງຕຶງຢູ່ໃນພາກພື້ນ, ໂດຍບໍ່ດຳເນີນການດ້ວຍທ່າທີດ້ານການທະຫານແບບຮາວີເຊັ່ນນີ້ ຢູ່ໃນທະເລ ຈີນໃຕ້, ຕໍ່ປະເທດຟີລິບປິນ.”

ລັດຖະບານຝ່າຍກາງອຽງຊ້າຍຂອງອອສເຕຣເລຍ ໄດ້ເອົາເລື້ອງການຮັກສາ ສະຖຽນລະພາບດ້ານຄວາມສຳພັນກັບຈີນ ເປັນບູລິມະສິດ ນັບຕັ້ງແຕ່ຕົນໄດ້ເຂົ້າມາກຳອຳນາດໃນເດືອນພຶດສະພາປີ 2022.

ແຕ່ຕົນຕ້ອງສ້າງຄວາມສົມດຸນລະຫວ່າງ ຄວາມສຳພັນທາງດ້ານການຄ້າທີ່ ສຳຄັນກັບຈີນ ດ້ວຍການເຮັດໃຫ້ຄວາມສຳພັນດ້ານຄວາມໝັ້ນຄົງເຕີບໃຫຍ່່ຂຶ້ນພ້ອມກັບບັນດາພັນທະມິດດັ້ງເດີມຂອງຕົນ.

ລັດຖະບານແຄນເບີຣາ ກ່າວວ່າ ສົນທິສັນຍາ AUKUS ທີ່ສ້າງເຮືອດຳນ້ຳ ພະລັງນິວເຄລຍ ນັ້ນ ແມ່ນ “ໄປຕາມແຜນການ” ແລະຈະ “ຍືນຍົງເປັນເວລາ ຫຼາຍທົດສະວັດ” ຫຼັງຈາກກອງປະຊຸມລະດັບລັດຖະມົນຕີປ້ອງກັນປະເທດ ຂອງອອສເຕຣເລຍ, ອາເມຣິກາ ແລະອັງກິດ ໃນນະຄອນຫຼວງລອນດອນ ເມື່ອວັນພະຫັດ ອາທິດແລ້ວນີ້.

ຂໍ້ຕົກລົງສາມຝ່າຍປີ 2021 ດັ່ງກ່າວ ທີ່ບັນດານັກວິເຄາະຖືວ່າ ເປັນການຕອບ ໂຕ້ຕໍ່ການຮາວີທີ່ເພີ້ມຂຶ້ນນັບມື້ຂອງຈີນ ຢູ່ໃນຂົງເຂດອິນໂດ-ປາຊີຟິກ. ຂໍ້ຕົກລົງ ນີ້ ເປັນການມອບເທັກໂນໂລຈີ ແລະອຸປະກອນ ເພື່ອສ້າງ, ດຳເນີນງານ ແລະບູລະນະຮັກສາ ເຮືອດຳນ້ຳພະລັງນິວເຄລຍທັງຫຼາຍ ແກ່ອອສເຕຣເລຍ.

ປັກກິ່ງ ໄດ້ເນັ້ນຢ້ຳເຖິງສົນທິສັນຍາດ້ານຄວາມໝັ້ນຄົງນີ້ ເປັນບ່ອນທຳລາຍ ສັນຕິພາບ ແລະສະຖຽນລະພາບ.

Australian Treasurer Jim Chalmers has been in China on a landmark visit to stabilize his country’s relationship with its biggest trading partner.

The trip, the first by an Australian treasurer to Beijing in seven years, is a sign that bilateral ties are improving after years of mistrust.

But frictions persist, including tensions in the South China Sea.

Chalmers' two-day trip to China has been aimed at repairing ties with Australia's largest trading partner, damaged by disagreements over trade and geopolitics.

In Beijing, Chalmers has discussed boosting economic ties with his Chinese hosts.

The Australian treasurer has been upbeat about prospects for the Chinese economy, despite its recent slowdown.

He told the Australian Broadcasting Corp. Monday that Canberra and Beijing can do more to boost trade.

“There could not have been a more important time for us to restart our strategic economic dialogue with China," he said. "The Chinese authorities announced some quite substantial steps when it comes to supporting growth in the Chinese economy.”

Last week, China said it carried out a rare test launch of an intercontinental ballistic missile into international waters, prompting anger in neighboring countries.

Defense officials in Beijing insisted the test firing that involved a dummy warhead was a “routine” part of its “annual training.”

Chalmers said Friday that he had voiced his concerns about the launch to Chinese government officials.

Australia’s shadow foreign affairs minister Simon Birmingham told local media that the Canberra government must continue to urge Beijing to show restraint.

The message of regional and global stability, and the role China can play by not undertaking aggressive military postures in the South China Sea, is important for the economy, Birmingham said.

Australia's center-left government has made the stabilization of ties with China a priority since it came to power in May 2022.

But it must balance its key commercial relationship with China with growing security ties with its traditional allies.

The Canberra government says the AUKUS nuclear-powered submarine pact is “on track” and will “endure for decades” after a meeting of Australian, American and British defense ministers in London last Thursday.

The 2021 trilateral accord is considered by analysts to be a response to China’s growing assertiveness in the Indo-Pacific region. It will give Australia the technology and hardware to build, run and maintain nuclear-powered submarines.

Beijing has insisted the security pact undermines peace and stability.