ປະຊາຊົນ ອອສເຕຣເລຍ ຈະລົງຄະແນນສຽງເລືອກຕັ້ງໃນວັນທີ 21 ພຶດສະພານີ້

ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ສກັອດ ມໍຣິສສັນ ໃນກອງປະຊຸມຖະແຫຼງຂ່າວຢູ່ສະພາແຫ່ງຊາດໃນນະຄອນຫຼວງ ແຄນເບີຣາ, ອອສເຕຣເລຍ. 10 ເມສາ, 2022.

ເສດ​ຖະ​ກິດ, ຄວາມ​ປອດ​ໄພ​ແຫ່ງ​ຊາດ ແລະ ສະ​ພາບ​ອາ​ກາດ​ປ່ຽນ​ແປງ ແມ່ນ​ຄາດ​ວ່າ​ຈະ​ເປັນ​ບັນ​ຫາ​ທີ່​ສຳ​ຄັນ​ໃນ​ເວ​ລາ​ທີ່​ປະ​ຊາ​ຊົນອອ​ສ​ເຕ​ຣ​ເລຍ ລົງ​ຄະ​ແນນ​ສຽງ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ວັນ​ທີ 21 ພຶດ​ສະ​ພານີ້. ນາ​ຍົກ​ລັດ​ຖະ​ມົນ​ຕີ​ທ່ານ ສ​ກັອດ ມໍ​ຣິ​ສ​ສັນ ໄດ້​ປະ​ກາດ​ວັນ​ທີ​ເມື່ອ​ວັນ​ອາ​ທິດ​ວານນີ້ ຫຼັງ​ຈາກ​ການ​ຢ້ຽມ​ຢາມ​ຂ້າຫຼວງ​ໃຫຍ່​ຂອງອອ​ສ​ເຕ​ຣ​ເລຍ ໃນ​ນະ​ຄອນຫຼວງ​ ແຄນ​ເບີ​ຣາ. ນັກ​ຂ່າວ ​ວີ​ໂອ​ເອ ຟິ​ລ ເມີ​ເຊີ ມີ​ລາຍ​ງານ​ຈາກ​ນະ​ຄອນ ຊິດ​ນີ, ເຊິ່ງ ພຸ​ດ​ທະ​ສອນ ຈະ​ນຳ​ລາ​ຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

Your browser doesn’t support HTML5

ຟັງລາຍງານ ປະຊາຊົນ ອອສເຕຣເລຍ ຈະລົງຄະແນນສຽງເລືອກຕັ້ງໃນວັນທີ 21 ພຶດສະພານີ້

ບັນ​ດາ​ນັກ​ຊ່ຽວ​ຊານ​ເວົ້າ​ວ່າ ​ການ​ຮັບ​ມື​ກັບ​ໂຣກ​ລະ​ບາດ​ໂຄວິດ-19 ແລະ ໄພ​ພິ​ບັດ​ທຳ​ມະ​ຊາດ ​ເຊັ່ນ​ດຽວ​ກັນ ​ຄວາມ​ປອດ​ໄພ​ແຫ່ງ​ຊາດ, ສະ​ພາບ​ອາ​ກາດ​ປ່ຽນ​ແປງ ແລະ ປະ​ກັນ​ສຸ​ຂະ​ພາບ​ທັງ​ໝົດ​ຈະ​ຄອບ​ງຳ​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ຊາວອອ​ສ​ເຕ​ຣ​ເລຍ, ແຕ່​ເຂົາ​ເຈົ້າ​ເຊື່ອ​ວ່​າ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 21 ພຶດ​ສະ​ພານີ້​ຈະ​ຖືກ​ຕັດ​ສິນ​ໃນ​ທີ່​ສຸດ​ໂດຍ​ນຶ່ງ​ບັນ​ຫາ​ຄື ​ສຸ​ຂະ​ພາບ​ຂອງ​ເສດ​ຖະ​ກິດອອ​ສ​ເຕ​ຣ​ເລຍ.

ລັດ​ຖະ​ບານ​ປະ​ສົມ​ທີ່​ມີ​ແນວ​ທາງ​ກາງ​ອຽງ​ຂວາ​ ນຳ​ໜ້າ​ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ກັອດ ມໍ​ຣິ​ສ​ສັນ ແມ່ນ​ກຳ​ລັງ​ພະ​ຍາ​ຍາມ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ສະ​ໄໝ​ທີ​ສີ່, ໃນ​ຂະ​ນະ​ທີ່​ພັກ​ແຮງ​ງານ​ທີ່​ເປັນ​ຝ່າຍ​ຄ້ານ​ແມ່ນ​ຫວັງ​ທີ່​ຈະ​ຊະ​ນະ​ການ​ເລືອກ​ຕັ້ງ​ລັດ​ຖະ​ບານ​ກາງ​ເປັນ​ຄັ້ງ​ທຳ​ອິດ​ນັບ​ຕັ້ງ​ແຕ່​ປີ 2013.

ການ​ສຳຫຼວດ​ຄວາມ​ຄິດ​ເຫັນ​ໄດ້​ຊີ້​ໃຫ້​ເຫັນ​ວ່າ​ ທ່ານ ມໍ​ຣິ​ສ​ສັນ ຈະ​ຜ່າຍ​ແພ້.

ແນວ​ໃດ​ກໍ່​ຕາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີເຄີຍໄດ້ພິ​ສູດ​ໃຫ້​ເຫັນ​ວ່າ ​ການ​ທຳ​ນາຍ​ຕ່າງໆ​ແມ່ນ​ຜິດ ເວ​ລາ​ທີ່​ທ່ານ​ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​ທີ່​ເອີ້ນ​ວ່າ “​ມະ​ຫັດ​ສະ​ຈັນ” ໃນ​ປີ 2019.

ໂຄ​ສົກ​ການ​ໂຄ​ສະ​ນາ​ຫາ​ສຽງ​ ຂອງ​ລັດ​ຖະ​ບານ​ທ່ານ​ນາງ ແອນ ຣັ​ສ​ຕັນ, ຜູ້​ທີ່​ເປັນ​ລັດ​ຖະ​ມົນ​ຕີ​ການ​ບໍ​ລິ​ການ​ສັງ​ຄົມ​ນັ້ນ, ເຊື່ອ​ວ່າ​ໂອ​ກາດ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ຊະ​ນະ​ໃນ​ວັນ​ທີ 21 ພຶ​ດ​ສະ​ພາ​ແມ່ນ​ດີ.

ທ່ານ​ນາງ ຣັ​ສ​ຕັນ ກ່າວ​ວ່າ “ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເພັ່ງ​ເລັງ​ໃສ່ ​ຢ່າງ​ແນ່ນອນ ແລະ ສິ່ງ​ທີ່​ລັດ​ຖະ​ບານ​ໄດ້​ເພັ່ງ​ເລັງ​ໃສ່ ​ແມ່ນ​ການບອກ​ປະ​ຊາ​ຊົນອອ​ສ​ເຕ​ຣ​ເລຍ ກ່ຽວ​ກັບ ແຜນ​ການ​ຂອງ​ພວກ​ເຮົາ​ສຳ​ລັບ​ເສດ​ຖະ​ກິດ​ທີ່​ແຂງ​ແກ່ນ, ສຳ​ລັບ​ອະ​ນາ​ຄົດ​ທີ່​ແຂງ​ແກ່ນ ແລະ ຂ້າ​ພະ​ເຈົ້າ​ຄິດ​ວ່າ, ທ່ານ​ກໍ​ຮູ້​ເນາະ, ກ່ຽວ​ກັບ​ເກືອບ​ທຸກ​ມາດ​ຕະ​ການ​ຟື້ນ​ຟູ​ຂອງອອ​ສ​ເຕ​ຣ​ເລຍ​ ຈາກ​ໂຣກ​ລ​ະ​ບາດ​ແມ່ນ​ໄດ້​ເປັນ​ສິ່ງ​ນຳ​ໜ້າ​ໝູ່​ໃນ​ໂລກ. ແຕ່, ທ່ານ​ກໍ​ຮູ້​ເນາະ, ພວກ​ເຮົາ​ໄດ້​ເພັ່ງ​ເລັງ​ຢ່າງ​ແນ່ນອນ​ໃສ່​ການບອກ​ສາ​ທ​າ​ລະ​ນະ ອ​ອ​ສ​ເຕ​ຣ​ເລຍ ກ່ຽວ​ກັບ ແຜນ​ການ​ຂອງ​ພວກ​ເຮົາ ​ສຳ​ລັບ​ອະ​ນາ​ຄົດ, ຮັບ​ປະ​ກັນ​ວ່າ​ເຂົາ​ເຈົ້າ​ເຂົ້າ​ໃຈ​ວ່າ​ພວກ​ເຮົາ​ມີ​ປະ​ຫວັດ​ທີ່​ດີຫຼາຍ​ຢູ່​ທີ່ນີ້.”

ຜູ້​ນຳ​ພັກ​ກຳ​ມະ​ກອນ​ທີ່​ເປັນ​ຝ່າຍ​ຄ້ານ​ແມ່ນ​ທ່ານ ແອນ​ໂທ​ນີ ອາ​ລ​ບາ​ນີ​ສ໌, ຜູ້​ທີ່​ໄດ້​ແນະ​ນຳ​ຕົນ​ເອງ​ວ່າ​ເປັນທາງ​ເລືອກອື່ນ​ທີ່​ໝັ້ນ​ຄົງ ແລະ ຫົວ​ກ້າວ​ໜ້າ​ເບົາໆ​ຕໍ່​ພັນ​ທ​ະ​ມິດຫົວອະ​ນຸ​ລັກ​ນິ​ຍົມ ​ທີ່​ກຳ​ລັງ​ປົກ​ຄອງ​ປະ​ເທດ.

ທ່ານ​ໄດ້​ສັນ​ຍາ​ທີ່​ຈະ​ດຳ​ເນີນ​ການ​ຢ່າງ​ເດັດ​ດ່ຽວ​ເພື່ອຫຼຸດ​ຜ່ອນ​ສະ​ພາບ​ໂລກ​ຮ້ອນ.

ທ່ານ ອາ​ລບາ​ນີ​ສ໌ ກ່າວ​ວ່າ “ພວກ​ເຮົາ​ຈະ​ເອົາ​ຈິງ​ເອົາ​ຈັງ​ກັບ​ບັນ​ຫາ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ ແລະ ພິ​ຈາ​ລະ​ນາ​ມັນ​ວ່າ ​ເປັນ​ໂອ​ກາດ, ບໍ່​ແມ່ນ​ພຽງ​ສິ່ງ​ທ້າ​ທາຍ​ເທົ່າ​ນັ້ນ. ເຈົ້າ​ຈະ​ມີ​ພະ​ລັງ​ງານ​ທົດ​ແທນ 82 ເປີ​ເຊັນ​ພາຍ​ໃນ​ປີ 2030, ເຈົ້າ​ຈະ​ສ້າງວຽກ​ງານ​ໃໝ່ 604,000 ໜ້າ​ວຽກ ແລະ ເຈົ້າ​ຈະຫຼຸດ​ຜ່ອ​ນ​ລາ​ຄາ​ພະ​ລັງ​ງານ. ພວກ​ເຮົາ​ຈະ​ໃຊ້​ສິ່ງ​ນັ້ນ​ເພື່ອ​ສ້າງ​ອຸດ​ສາ​ຫະ​ກຳ​ໃໝ່, ເພື່ອ​ສ້າງວຽກ​ງານ​ໃນ​ການ​ຜະ​ລິດ, ໂດຍ​ສະ​ເພາະ.”

ຢ່າງ​ໜ້າ​ປະ​ທັບ​ໃຈ, ທ່ານ ສ​ກັອດ ມໍ​ຣິ​ສ​ສັນ ແມ່​ນ​ນາ​ຍົກລັດ​ຖະ​ມົນ​ຕີ ອອ​ສ​ເຕ​ຣ​ເລຍ ຄົນ​ທຳ​ອິດ​ທີ່​ໄດ້​ດຳ​ລົ​ງ​ຕຳ​ແໜ່ງ​ຄົບ​ສະ​ໄໝ​ນັບ​ຕັ້ງ​ແຕ່​ທ່ານ ຈອນ ຮາວ​ເຫວີດ ໃນ​ປີ 2007.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ກ່ອນ​ຈາກ​ທັງ​ສອງ​ພັກ​ການ​ເມືອງ​ໄດ້​ຕົກ​ເປັນ​ຜູ້​ເຄາະ​ຮ້າຍ​ຕໍ່​ການ​ກໍ່​ລັດ​ຖະ​ປະ​ຫານ​ຢູ່​ພາຍ​ໃນ​ພັກ.

ອ່ານລາຍງານນີ້ເປັນພາສາອັງກິດ