ນັກການເມືອງ ອອສເຕຣເລຍ ປະນາມ ບໍລິສັດ ຂຸດບໍ່ແຮ່ ຈີນ (ວີດີໂອ)

ທ່ານ Clive Palmer ສະມາຊິກຜູ້ແທນສະພາ ແລະມະຫາເສດຖີ ຊຖດບໍ່ແຮ່ ທີ່ເມືອງ Brisbane ປະເທດ Australia.

ລັດຖະບານອອສ​ເຕຣ​ເລຍ ​ໄດ້​ວາງ​ໂຕ​ຮ່າງ​ອອກ​ຈາກສະມາຊິກ
​ສະພາ​ຜູ້ນຶ່ງ ​ທີ່​ໄດ້​ກ່າວປະນາມ​ ຕໍ່ອັນ​ທີ່​ທ່ານ​ຮ້ອງ​ວ່າ ລູກເຄິ່ງ
ນອກກົດໝາຍ ​ຄອ​ມມິ​ວນິສຈີນ ທີ່​ພະຍາຍາມ​ເຂົ້າຄວບ​ຄຸມ​ເອົາ
​ປະ​ເທດ​ຂອງ​ທ່ານນັ້ນ.

ຄວາມເຫັນດັ່ງກ່າວ ແມ່ນໄດ້​ເວົ້າ​ອອກ​ມາ​ຈາກນັກ​ການ​ເມືອງມະ
ຫາ​ເສດຖີ ທີ່​ກ້າ​ເວົ້າ​ກ້າ​ວ່າ ​ແລະນັກທຸລະກິດ ທີ່ລ້ຳລວຍ ດ້ານ​ບໍ່
ແຮ່ທ່ານ Clive Palmer ​ທີ່ ​ບໍລິ​ສັດ​ຂຸດບໍ່ແຮ່ຂອງທ່ານພວມພົວ
ພັນໂຕ້​ຖຽງ​ທາງດ້ານ​ກົດໝາຍ​ກັບບໍລິສັດລັດວິສາຫະກິດ CITIC
Pacific Mining ຢູ່ນັ້ນ. ບໍລິສັດທັງສອງພວມຂຸດ​ຄົ້ນ​ເອົາ​ແຮ່​ທາດ
​ເຫຼັກກ້າຢູ່ທີ່ອອສ​ເຕຣເລຍ ​ແຕ່​ໄດ້​ມີ​ການ​ປະ​ທະ​ກັນ​ກ່ຽວ​ກັບການ
ຈ່າຍ ສຳປະທານ ​ແລະ​ການ​ປະຕິບັດ​ງານ​ຕ່າງໆ.

ບໍລິສັດ CITIC ​ໄດ້​ກ່າວ​ຫາ ທ່ານ Palmer ວ່າ ລັກລອບ​ເອົາ​ເງິນ 11 ລ້ານ​ໂດ​ລາ ​ເພື່ອ
​ໃຊ້​ຈ່າຍ​ໃນການໂຄສະນາ​ເລືອກ​ຕັ້ງ​ຂອງ​ທ່ານ. ທ່ານ Plamer ​ໄດ້​ປະຕິ​ເສດ​ຕໍ່ການ​ກ່າວ
​ຫານີ້. ຢູ່​ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ ທີ່​ອອກ​ອາກາດ​ສົດ ​ຜ່ານ​ໂທລະພາບອອສ​ເຕຣ
​ເລຍ​ໃນ​ຕອນ​ແລງ​ວັນ​ຈັນ​ວານ​ນີ້ ທ່ານ Palmer ອາຍຸ 60 ປີ ກ່າວ​ວ່າ ທ່ານ​ໄດ້​ຍືນຟ້ອງ
​ຄືນ ເອົາ​ເງິນ 465 ລ້ານ​ໂດ​ລາ ທີ່​ທ່ານ​ກ່າວ​ວ່າ ປັກ​ກິ່ງຕິດໜີ້ບໍລິສັດຂອງທ່ານນັ້ນ.

ລັດຖະມົນຕີ ຕ່າງປະ​ເທດ ອອສ​ເຕຣ​ຍ​ເລຍ ທ່ານນາງ Julie ຮ້ອງຄຳ​ເວົ້າ​ຂອງ ທ່ານ
Palmer ວ່າ​ ເປັນ​ການ​ດ່າ​ປະຈານ ທີ່​ບໍ່​ມີ​ຄວາມ​ຈໍາ​ເປັນ ​ແລະ​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້ ໂດຍ
ກ່າວ​ວ່າ ບໍ່​ໄດ້​ສະທ້ອນ​ຕໍ່​ແນວ​ຄິດຂອງລັດຖ​ະບານ​ອອສ​ເຕຣ​ເລຍ ຫລືປະຊາ​ຊົນ​ອອສ​
ເຕຣ​ເລຍ ແຕ່ຢ່າງໃດເລີຍ.

Your browser doesn’t support HTML5

AUSTRALIA CHINA SOTVO