ອົງການທີ່ກຳລັງສືບສວນ ການຍິງແມ່ຍິງຊາວອອສເຕຣເລຍຄົນນຶ່ງ ເສຍຊີວິດ ໂດຍ
ຕຳຫຼວດ ໃນນະຄອນ Minneapolis ລັດ Minnesota ກ່າວວ່າ ນຶ່ງໃນ ເຈົ້າໜ້າທີ່
ຕຳຫຼວດ ຈຳນວນ 2 ຄົນ ໄດ້ຕື່ນຕົກໃຈ ດ້ວຍສຽງທີ່ດັງແຮງ ບໍ່ດົນກ່ອນທີ່ຄູ່ຮ່ວມງານ
ຂອງລາວ ໄດ້ຍິງປືນສັງຫານ ແມ່ຍິງຄົນນັ້ນ.
ນາງ Justine Damond ເປັນຄູສອນການນັ່ງສະມາທິ ແລະຈະເປັນເຈົ້າສາວ ເຂົ້າ
ພິທີແຕ່ງງານ ໃນໄວໆນີ້ ໄດ້ຖືກຂ້າຕາຍ ເມື່ອຕອນເດິກວັນເສົາຜ່ານມານີ້ ຢູ່ໃນຮ່ອມ
ທາງຫລັງບ້ານຂອງນາງ ຫຼັງຈາກທີ່ນາງໄດ້ໂທໄປຫາ ພວກເຈົ້າໜ້າທີ່ສຸກເສີນ ເພື່ອ
ລາຍງານ ການລວນລາມທາງເພດ ທີ່ອາດຈະເກີດຂຶ້ນ.
ໃນການສຳພາດ ໃນວັນອັງຄານວານນີ້ ກັບຫ້ອງການຈັບກຸມອາຊະຍາກອນຂອງ
ລັດ Minnesota ຫຼື BCA, ຜູ້ທີ່ຂັບລົດ ແມ່ນເຈົ້າໜ້າທີ່ຕຳຫຼວດ Matthew Harrity
ໄດ້ກ່າວວ່າ ນາງ Damond ໄດ້ຍ່າງເຂົ້າມາຫາລົດ ໃນເບື້ອງຂອງທ່ານ Harrity ຫຼັງ
ຈາກ ໃນທັນທີທັນໃດ ທີ່ໄດ້ຕື່ນຕົກໃຈດ້ວຍສຽງດັງ. ຄູ່ຮ່ວມງານຂອງລາວ ເຈົ້າໜ້າທີ່
ຕຳຫຼວດ Mohamed Noor ໄດ້ຍິງໃສ່ຜແມ່ຍິງຄົນນັ້ນ ທີ່ບໍ່ມີອາວຸດ ຈາກເບື້ອງບ່ອນ
ນັ່ງດ້ານໜ້າ.
ພາບນີ້ ຖ່າຍເມື່ອເດືອນພຶດສະພາ 2016 ສະໜອງໂດຍທາງການ ນະຄອນ Minneapolis, ຂອງເຈົ້າໜ້າທີ່ຕຳຫຼວດ Mohamed Noor ຢູ່ທີ່ງານລ້ຽງຕ້ອນຮັບ ການມາເຮັດວຽກ ຢູ່ກົມຕຳຫຼວດ ນະຄອນ Minneapolis ໂດຍປະຊາຄົມ ນະຄອນ Minneapolis.
ຫ້ອງການ BCA ກ່າວວ່າ ທ່ານ Harrity ໄດ້ບອກພວກເຂົາເຈົ້າວ່າ ລາວແລະ ທ່ານ
Noor ໄດ້ໃຫ້ການປະຖົມພະຍາບານ ຈົນກວ່າ ພະນັກງານແພດສຸກເສີນ ໄດ້ໄປຮອດ.
ແມ່ຍິງ ຊຶ່ງເປັນຄົນມາຈາກນະຄອນ Sydney ໄວ 40 ປີ ຄົນນີ້ໄດ້ຖືກປະກາດວ່າ
ເສຍຊີວິດ ຢູ່ທີ່ຈຸດເກີດເຫດ.
ທ່ານ Noor ໄດ້ປະຕິເສດ ຕໍ່ການຂໍສຳພາດໂດຍ ຫ້ອງ BCA. ລາວ ແລະ ທ່ານ
Harrity ຕ່າງກໍໄດ້ຖືກສັ່ງໃຫ້ພັກການ ໂດຍທີ່ຍັງໄດ້ຮັບເງິນເດືອນຢູ່.
ບັນດາເຈົ້າໜ້າທີ່ ກ່າວວ່າ ກ້ອງຕິດໂຕ ຂອງພວກເຈົ້າໜ້າທີ່ຕຳຫຼວດ ບໍ່ໄດ້ຖືກເບີດ
ໃນອັນທີ່ປາກົດວ່າ ເປັນການລະເມີດຕໍ່ກົດລະບຽບຂອງກົມຕຳຫຼວດ ໃນນະຄອນ
Minneapolis. ເຫດການດັ່ງກ່າວ ກໍບໍ່ໄດ້ຖືກບັນທຶກພາບ ໂດຍກ້ອງທີ່ຕິດຕັ້ງຢູ່
ດ້ານໜ້າແຜງຄວບຄຸມຂອງລົດ ເຊັ່ນກັນ.
Your browser doesn’t support HTML5
US Australia Police Shooting