ອອສເຕຣເລຍ ອອກ​ຄຳເຕືອນ ກ່ຽວກັບ ການໂຈມຕີ ທີ່ອາດ ເກີດຂຶ້ນ ຢູ່ອິນໂດເນເຊຍ

ຕຳຫຼວດອິນໂດເນເຊຍ ຕິດອາວຸດ ສອງຄົນ ຢືນຍາມ ຮ້ານ ກາເຟ Starbucks ບ່ອນທີ່ເກີດການໂຈມຕີ ເມື່ອວັນພະຫັດ ທີ 15 ມັງກອນ 2016 ໃນນະຄອນຫຼວງ Jakarta ປະເທດອິນໂດເນເຊຍ.

ອອສເຕຣເລຍ ໄດ້ອອກ​ຄຳເຕືອນ ກ່ຽວກັບການກໍ່ການຮ້າຍ ຢູ່
ປະເທດອິນໂດເນເຊຍ ໂດຍແຈ້ງໃຫ້ລະມັດລະວັງ ວ່າ ພວກກໍ່
ການຮ້າຍ ອາດວາງແຜນການໂຈມຕີ ຢູ່ໃນຂັ້ນສຸດ​ທ້າຍ​ແລ້ວ.

ກະຊວງການຕ່າງປະເທດ ຂອງອອສເຕຣເລຍ ໄດ້ເປີດເຜີຍຄຳ
ເຕືອນດັ່ງກ່າວ ໃນວັນພະຫັດມື້ນີ້ ​ໂດຍຮຽກຮ້ອງ​ໃຫ້ບັນດາຜູ້ທີ່
ເດີນທາງ ຈົ່ງ​ໃຊ້​ຄວາມລະມັດລະວັງ ໃນເວລາທີ່ໄປຢ້ຽມຢາມ
ປະເທດອິນ​ໂດ​ເນ​ເຊຍ ລວມທັງເກາະ Bali ຊຶ່ງ​ເປັນ​ບ່ອນ​ຕາກ
​ອາກາດ​ ທີ່​ໄດ້ນິຍົມຊົມຊອບຈາກພວກນັກທ່ອງທ່ຽວຕ່າງຊາດ.

ການເຕືອນຂອງອອສເຕຣເລຍ ​ໄດ້ມີ​ຂຶ້ນຫຼັງຈາກທີ່ໄດ້ມີ​ການ
​ອອກ​ຄຳ ເຕືອນທີ່ຄ້າຍຄືກັນນີ້ ໃນວັນອາທິດຜ່ານມາ ຕໍ່ນະຄອນຫຼວງ Kuala Lumpur
ຊຶ່ງເປັນເມືອງໃຫຍ່ທີ່ສຸດ ຂອງປະເທດມາເລເຊຍ.

ນະຄອນຫຼວງ Jakarta ຂອງອິນໂດເນເຊຍ ໄດ້ເປັນສະຖານທີ່ ເກີດເຫດການໂຈມຕີ ກໍ່
ການຮ້າຍ ຫຼາຍຄັ້ງຜ່ານມາ ຄັ້ງຫຼ້າສຸດເກີດຂຶ້ນເມື່ອວັນທີ 14 ມັງກອນ ​ເມື່ອການໂຈມຕີ
ດ້ວຍ ລະເບີດ ແລະ ອາວຸດປືນ ໄດ້ສັງຫານ 6 ຄົນ. ການໂຈມຕີດັ່ງກ່າວນີ້ ໄດ້ມີ​ການ​ອ້າງ ເອົາຄວາມຮັບຜິດຊອບ ໂດຍກຸ່ມຫົວຮຸນແຮງລັດອິສລາມ.