ອອສເຕຣຍເລຍ ທີ່ມີຄວາມເປັນຫ່ວງກ່ຽວຕາໜ່າງການຄ້າທີ່ກວ້າງໃຫຍ່ຂອງຕົນຢູ່ໃນ
ຂົງເຂດ ພວມຮ່ວມມືກັບຍີ່ປຸ່ນ ອິນເດຍ ແລະສະຫະລັດ ໃນການປະເຊີນໜ້າກັບການຂະຫຍາຍຕົວຂອງຈີນ ໃນການຂັດແຍ້ງທາງທະເລທີ່ໃຫຍ່ທີ່ສຸດ ຢູ່ໃນເຂດເອເຊຍ.
ກຳປັ່ນລົບອອສເຕຣຍຫົກລຳ ກຳລັງມຸ່ງໜ້າໄປສູ່ທະເລຈີນໃຕ້ໃນອາທິດນີ້ ໂດຍທີ່ບໍ່ໄດ້
ໃຫ້ຊາບເຖິງຈຸດໝາຍປາຍທາງເພື່ອເຂົ້າຮ່ວມການຊ້ອມລົບທາງທະຫານ. ສື່ມວນຊົນ
ຂອງອອສເຕຣຍເລຍໄດ້ຮ້ອງການປະຕິບັດງານປະເທດຂອງເຂົາເຈົ້າໃນຄັ້ງນີ້ວ່າ ໃຫຍ່
ສຸດໃນຮອບ 30 ປີ.
ບັນດາກຳປັ່ນລົບຈີນ ຢູ່ເຂດທະເລຈີນໃຕ້ ບ່ອນທີ່ມີການໂຕ້ແຍ້ງກັນ.
ທ່ານ Jeffrey Wilson ນັກຄົ້ນຄວ້າ ຢູ່ສູນກາງຄົ້ນຄວ້າເອເຊຍ ທີ່ມະຫາວິ ທະຍາໄລ Murdoch ໃນເມືອງ Perth ກ່າວວ່າ “ແນ່ນອນ ມີທັດສະນະຄວາມເຫັນຢູ່ໃນບາງພາກ
ສ່ວນຂອງອອສເຕຣຍເລຍວ່າ ນຶ່ງໃນການປະກອບສ່ວນຂອງອອສເຕຣເລຍ ທາງດ້ານ
ການທູດ ແລະກິດຈະການສາກົນ ໃນເອເຊຍກໍແມ່ນ ໃນນາມຜູ້ມີບົດບາດທາງດ້ານຄວາມໝັ້ນຄົງ. ພວກເຮົາມີກຳລັງປ້ອງກັນໂຕນ້ອຍໆ ແຕ່ວ່າມີເທັກນິກສູງ ມີສະມັດຖະພາບສູງ.”
ເຂດທີ່ມີການອ້າງເອົາກຳມະສິດ ຢູ່ທະເລຈີນໃຕ້ .
ພວກນັກວິເຄາະກ່າວວ່າ ບັນດາຜູ້ນຳອອສເຕຣເລຍ ຕ້ອງການໃຫ້ຜູ້ມີສິດປ່ອນບັດຂອງ
ພວກເຂົາເຈົ້າ ແລະປະເທດເພື່ອນບ້ານຂອງອອສເຕຣເລຍ ມອງເຫັນ ວ່າ Canberra
ເປັນຜູ້ປົກປ້ອງລະບຽບກົດໝາຍຢູ່ທະເລຈີນໃຕ້ຢ່າງສະໝໍ່າສະ ເໝີໃນບົດບາດຂອງຕົນ
ນັບແຕ່ສົງຄາມເຢັນສິ້ນສຸດລົງ.
ອະດີດ ລັດຖະມົນຕີ ການຄ້າຈີນ ທ່ານ Gao Hucheng ຢູ່ໃນພິທີລົງນາມ ການຄ້າເສຣີ (FTA) ລະຫວ່າງອອສເຕຣເລຍ ແລະຈີນ ທີ່ນະຄອນ Canberra ວັນທີ 17 ມິຖຸນາ 2015.
ກະຊວງປ້ອງກັນປະເທດອອສເຕຣເລຍກ່າວວ່າ ພາຍໃນປີ 2021 ຕົນຈະເພີ້ມງົບປະ
ມານດ້ານປ້ອງກັນປະເທດຂຶ້ນເປັນ 2 ເປີເຊັນ ຂອງຍອດຜະລິດຕະພັນ ຮວມພາຍໃນ
ຊຶ່ງເປັນນຶ່ງຂອງເສດຖະກິດ ທີ່ມີການເຕີບໂຕໄວທີ່ສຸດໃນເອເຊຍປາຊິຟິກ. ງົບປະມານ
ສຳລັບປີ 2017 ຫາ 2018 ແມ່ນ 27.4 ຕື້ໂດລາ.