ນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ໄດ້ປະກາດແຜນການ 1 ຕື້ 250 ລ້ານໂດລາ ເພື່ອຂຸດຄົ້ນບໍ່ແຮ່ ແລະປຸງແຕ່ງແຮ່ທາດທີ່ສຳຄັນໃນລະຫວ່າງການຢ້ຽມຢາມ ສະຫະລັດ ຢ່າງເປັນທາງການ. ລັດຖະບານອອສເຕຣເລຍ ຢາກດຶງດູດການລົງທຶນຈາກບັນດາບໍລິສັດຂອງ ສະຫະລັດ ແລະຫຼຸດຜ່ອນການເພິ່ງພາອາໄສຈີນ, ເຊິ່ງປະຈຸບັນກໍາລັງຄອບງໍາ ຂະແໜງແຮ່ທາດທີ່ສຳຄັນຕ່າງໆ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ທິບສຸດາ ມີລາຍລະອຽດ.
Your browser doesn’t support HTML5
ເຊີນຟັງລາຍງານກ່ຽວກັບ ແຜນການການຂຸດຄົ້ນບໍ່ແຮ່ ແລະ ແຮ່ຫາຍາກຂອງ ອອສເຕຣເລຍ
ລັດຖະບານແຄນເບີຣາກ່າວວ່າ ຖ້າບໍ່ມີການຂຸດຄົ້ນແຮ່ທາດທີ່ສຳຄັນຕື່ມອີກ, ອອສເຕຣເລຍ ຈະບໍ່ບັນລຸເປົ້າໝາຍຂອງຕົນໃນການປ່ອຍອາຍພິດເປັນສູນພາຍໃນປີ 2050.
ກອງທຶນຈໍານວນ 1 ຕື້ 250 ລ້ານໂດລາ ທີ່ໄດ້ປະກາດໃນນະຄອນຫຼວງວໍຊິງ ຕັນ ໂດຍນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ຈະຊ່ວຍສະໜອງເງິນກູ້ດອກເບ້ຍຕໍ່າໃຫ້ແກ່ບັນດາບໍລິສັດຂຸດຄົ້ນບໍ່ແຮ່ ແລະ ປຸງແຕ່ງ ໃນການຮ່ວມມືກັບບັນດານັກລົງທຶນສະຫະລັດ.
ແຮ່ທາດທີ່ສໍາຄັນລວມມີ ທາດລິທຽມ (lithium), ໂຄບອລທ໌ (cobalt), ແມນການີສ (manganese) ແລະແຮ່ທາດຫາຍາກອື່ນໆ. ແຮ່ທາດເຫຼົ່ານີ້ ຖືກນໍາໃຊ້ເຂົ້າໃນໂທລະສັບມືຖື, ຫມໍ້ໄຟ, ກັງຫັນລົມ, ແຜ່ນພະລັງງານແສງຕາເວັນ ແລະພາກສ່ວນສໍາລັບຍານພາຫະນະໄຟຟ້າ. ພວກເຂົາເຈົ້າຍັງເປັນທີ່ຕ້ອງການສໍາລັບເຕັກໂນໂລຊີປ້ອງກັນປະເທດອີກດ້ວຍ.
ອອສເຕຣເລຍ ມີແຮ່ທາດທີ່ສະຫງວນໄວ້ເປັນຈໍານວນຫຼວງຫຼາຍ. ແຄນເບີຣາ ແລະ ວໍຊິງຕັນ ຢາກທີ່ຈະຫຼຸດຜ່ອນການຄອບງໍາຂອງຕະຫຼາດຈີນລົງ, ເຊິ່ງ ເກືອບຜູກຂາດໃນຂະແຫນງການດັ່ງກ່າວ.
ເຈົ້າໜ້າທີ່ອອສເຕຣເລຍ ໄດ້ເນັ້ນຢໍ້າວ່າ “ການສະໜອງແຮ່ທາດສໍາຄັນທີ່ຍືນຍົງ ແລະເຊື່ອຖືໄດ້ ແມ່ນການສະໜັບສະໜູນທີ່ສໍາຄັນໃນຂະແໜງການຜະລິດຂອງອອສເຕຣເລຍ ແລະ ສະຫະລັດ.”
ການກ່າວຄຳປາໄສຈາກວໍຊິງຕັນ, ທ່ານນາງມາເດເລນ ຄິງ (Madeleine King), ລັດຖະມົນຕີກະຊວງຊັບພະຍາກອນຂອງອອສເຕຣເລຍ ກ່າວຕໍ່ສະຖານີໂທລະພາບ ABC ຂອງອອສເຕຣເລຍ ໃນວັນພະຫັດວານນີ້ວ່າ ການຫຼຸດຜ່ອນການເພິ່ງພາອາໄສ ຈີນ ແມ່ນສິ່ງສໍາຄັນ.
ທ່ານນາງກ່າວວ່າ:
“ຫຼາຍປະເທດໄດ້ຫັນຫາ ຈີນ ເພື່ອຄວາມສາມາດໃນການຂຸດຄົ້ນບໍ່ແຮ່ ແລະ ພວກເຂົາເຈົ້າໄດ້ລົງທຶນໃນສິ່ງດັ່ງກ່າວນັ້ນ, ພວກເຂົາເຈົ້າໄດ້ພັດທະນາສະຖານ ທີ່ຂອງຂັ້ນຕອນໃນການປຸງແຕ່ງຂອງພວກເຂົາເຈົ້າ ໃນຂະນະທີ່ສ່ວນອື່ນໆທັງ ໝົດຂອງໂລກບໍ່ໄດ້ເຮັດແນວນັ້ນ. ຂ້າພະເຈົ້າຄິດວ່າ ໂຣກລະບາດໃຫຍ່ໄດ້ສະ ແດງໃຫ້ພວກເຮົາເຫັນວ່າ ມັນມີຄວາມຫຼໍ່ແຫຼມໃນແຕ່ລະລະບົບເສດຖະກິດຂອງ ພວກເຮົາ ເມື່ອພວກເຮົາເພິ່ງພາຜະລິດຕະພັນໃດໆກໍ່ຕາມ, ຂ້າພະເຈົ້າອາດຈະ ເພີ້ມຂຶ້ນ ເມື່ອພວກເຮົາເພິ່ງພາຜູ້ສະຫນອງສິນຄ້າທີ່ສະເພາະເຈາະຈົງໃດນຶ່ງ. ແລະເຫັນໄດ້ຊັດວ່າ, ມັນມີຜົນຕໍ່ແຮ່ທາດທີ່ສໍາຄັນ.”
ແຜນການສະໜອງທຶນດັ່ງກ່າວ ໄດ້ຖືກປະກາດໃຫ້ຮູ້ກ່ອນກອງປະຊຸມຄັ້ງທຳອິດຂອງໜ່ວຍງານກ່ຽວກັບແຮ່ທາດທີ່ສໍາຄັນ ລະຫວ່າງ ອອສເຕຣເລຍ ແລະ ສະຫະລັດ, ເຊິ່ງເປັນສ່ວນໜຶ່ງຂອງການຢ້ຽມຢາມສະຫະລັດເປັນເວລາ 4 ມື້ຂອງ ທ່ານອາລບານີສ.
ທ່ານອາລບານີສ ຍັງໄດ້ສະແຫວງຫາການສະໜັບສະໜູນຈາກລັດຖະສະພາ ຕໍ່ຂໍ້ຕົກລົງສາມຝ່າຍ AUKUS ທີ່ປະກາດໃນເດືອນ ກັນຍາ ປີ 2021 ກັບ ສະຫະລັດ ແລະ ອັງກິດ ທີ່ຈະເຮັດໃຫ້ ອອສເຕຣເລຍ ສາມາດເຂົ້າເຖິງເຮືອ ດຳນ້ຳພະລັງງານນິວເຄລຍໄດ້ເປັນຄັ້ງທຳອິດ. ສະພາສູງສະຫະລັດ ຍັງບໍ່ທັນໄດ້ຜ່ານຮ່າງກົດໝາຍສະບັບໃດໆ ກ່ຽວກັບຄວາມຈຳເປັນເພື່ອຜັກດັນສົນທິສັນຍາທີ່ມີມູນຄ່າຫຼາຍຕື້ໂດລານັ້ນ ໄປໜ້າ.
ອອສເຕຣເລຍ ມີສາຍພົວພັນທາງປະຫວັດສາດອັນເລິກເຊິ່ງກັບ ສະຫະຣາຊະອານາຈັກອັງກິດ, ໃນຂະນະທີ່ ຈີນ ກໍເປັນຄູ່ຮ່ວມການຄ້າທີ່ໃຫຍ່ທີ່ສຸດຂອງຕົນ. ແຕ່ຄວາມສຳພັນຂອງ ອອສເຕຣເລຍ ກັບ ສະຫະລັດ, ລວມທັງຂໍ້ຕົກລົງທາງການທະຫານທີ່ໄດ້ລົງນາມໃນຕົ້ນຊຸມປີ 1950, ໄດ້ຊຸກຍູ້ຄວາມຮູ້ສຶກກ່ຽວກັບ ຄວາມໝັ້ນຄົງຂອງປະເທດ.