ນາຍົກລັດຖະມົນຕີອອສເຕຣເລຍທ່ານ Kevin Rudd ຮຽກໃຫ້ມີ
ການເລືອກຕັ້ງໃນວັນທີ 7 ກັນຍາຈະມານີ້. ລັດຖະບານຂອງທ່ານ
Rudd ປະເຊີນກັບການແຂ່ງຂັນຢ່າງດຸເດືອດ ຈາກຜູ້ນຳຂອງພັກ
ຝ່າຍຄ້ານນິຍົມແນວທາງເດີມທ່ານ Tony Abbot. ມີທ່າທາງວ່າ ການໂຄສະນາຫາສຽງຈະຄອບງຳໄປດ້ວຍຄວາມວິຕົກກັງວົນກ່ຽວ
ກັບເລື່ອງເສດຖະກິດ ພວກຊອກສະແຫວງຫາບ່ອນລີ້ໄພ ແລະ
ການປ່ຽນແປງ ຂອງດິນຟ້າອາກາດ. Phil Mercer ມີລາຍງານ
ຈາກນະຄອນຊິດນີ ດັ່ງໄພສານ ຈະນຳເອົາລາຍລະອຽດ ມາສະ
ເໜີທ່ານ ໃນອັນດັບຕໍ່ໄປ.
ນັບເປັນເວລາ 6 ອາທິດມາແລ້ວຕັ້ງແຕ່ທ່ານ Kevin Rudd ໄດ້ໂຄ່ນລົ້ມນາຍົກລັດຖະມົນ
ຕີແມ່ຍິງຄົນທຳອິດ ຂອງອອສເຕຣເລຍ ທ່ານນາງ Julia Gillard ໃນການເຮັດລັດຖະປະ ຫານພາຍໃນພັກແຮງງານ ທີ່ນະຄອນຫຼວງແຄນເບີຣາ. ນັບຕັ້ງແຕ່ນັ້ນມາ ການສະໜັບສະ ໜຸນຕໍ່ພັກແຮງງານ ຊຶ່ງເປັນພັກລັດຖະບານກໍຖີສູງຂຶ້ນ ພາໃຫ້ທ່ານ Rudd ຮຽກໃຫ້ມີການ ເລືອກຕັ້ງໃນຕົ້ນເດືອນກັນຍາຈະມານີ້.
ເປັນທີ່ຄາດກັນວ່າ ຈະມີການໂຄສະນາຫາສຽງໂຈມຕີກັນເປັນເວລາສອງສາມອາທິດ. ໃນ ຂະນະທີ່ຄວາມເປັນຫ່ວງກ່ຽວກັບເລື່ອງຄົນເຂົ້າເມືອງແລະສະພາບແວດລ້ອມຈະເປັນບັນ ຫາທີ່ສຳຄັນ ແຕ່ການເລືອກຕັ້ງໃນຄັ້ງນີ້ ມີທ່າທາງວ່າຈະຄອບງຳໂດຍເລື່ອງວຽກເຮັດງານ ທຳແລະຄ່າຄອງຊີບ.
ນາຍົກລັດຖະມົນຕີ Rudd ເວົ້າວ່າ ທ່ານແມ່ນບຸກຄົນ ທີ່ຈະຊ່ອຍໃຫ້ອອສເຕເລຍປັບໂຕ ເຂົ້າກັບການສິ້ນສຸດລົງໃນການຈະເລີນເຕີບໂຕຢ່າງວ່ອງໄວໃນດ້ານບໍ່ແຮ່ ທີ່ໄດ້ຮັບແຮງ ຂັບດັນຍ້ອນຄວາມຕ້ອງການຂອງຈີນ.
ທ່ານ Rudd ເວົ້າວ່າ “ການເລືອກຕັ້ງໃນເທື່ອນີ້ ຈະແມ່ນກ່ຽວກັບວ່າຜູ້ໃດຈະເປັນ ຄົນທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກປະຊາຊົນວ່າ ຈະເປັນຜູ້ນຳພາເສດຖະ ກິດໄດ້ດີທີ່ສຸດ ຜ່ານຜ່າຄວາມຍຸ່ງຍາກທາງເສດຖະກິດໃໝ່ທີ່ຂວາງໜ້າຢູ່ນັ້ນໄດ້ ຢ່າງສໍາເລັດຜົນ. ບັນຫາທ້າທາຍໃໝ່ເຫຼົ່ານີ້ໄດ້ເກີດຂຶ້ນຍ້ອນການສິ້ນສຸດລົງໃນ ຄວາມຕ້ອງການຊັບພະຍາກອນ ເປັນຈຳນວນຫຼວງຫລາຍ ຈາກຈີນ ບັນຫາທ້າ ທາຍໃໝ່ເຫລົ່ານີ້ ຊຶ່ງຍັງຈະຕ້ອງໄດ້ຮັບການແກ້ໄຂ. ການຈະເລີນເຕີບໂຕຢ່າງ ວ່ອງໄວ ແນ່ນອນໄດ້ເປັນແຮງຂັບດັນສ່ວນໃຫຍ່ໃຫ້ປະເທດຊາດຮັ່ງມີ ແຕ່ການ ຈະເລີນເຕີບໂຕທີ່ວ່ານີ້ໄດ້ໝົດລົງແລ້ວ.”
ພັກແຮງງານ ຈະທຳການຕໍ່ສູ້ ເພື່ອກຳອຳນາດຕໍ່ໄປ ຫຼັງຈາກ 6 ປີແຫ່ງຄວາມສັບສົນວຸ້ນ ວາຍທີ່ຄອບງຳໂດຍການຕໍ່ສູ້ຂອງພວກຜູ້ນຳພາແລະການອະພິປາຍກ່ຽວກັບວ່າ ຈະຮັບ ມືແບບໃດຕໍ່ບັນຫາທີ່ຫຼໍ່ແຫລມຕ່າງໆ ເຊັ່ນພວກຊອກຫາບ່ອນລີ້ໄພ ການປ່ຽນແປງຂອງ ດິນຟ້າອາກາດ ແລະວິກິດການດ້ານການເງິນຂອງໂລກ.
ເພື່ອຮຽກຮ້ອງເອົາຄວາມສົນໃຈ ຂອງບັນດາຜູ້ມີສິດປ່ອນບັດ ທີ່ມີຄວາມກັງວົນກ່ຽວກັບ
ເລື່ອງຄົນເຂົ້າເມືອງນັ້ນ ລັດຖະບານອອສເຕຣເລຍ ເວົ້າວ່າ ພວກທີ່ຊອກສະແຫວງຫາ ບ່ອນລີ້ໄພທັງໝົດທີ່ເດີນທາງໄປເຖິງໂດຍທາງເຮືອນັ້ນບໍ່ມີໂອກາດທີ່ຈະໄດ້ຕັ້ງຖິ່ນຖານ ຢູ່ອອສເຕຣເລຍເລີຍແຕ່ຈະຖືກສົ່ງໄປຍັງປາປົວນິວກີເນຍຊຶ່ງເປັນເພື່ອນບ້ານເພື່ອແລ່ນ ເອກກະສານຕ່າງໆທີ່ນັ້ນ. ພັກຝ່າຍຄ້ານນິຍົມແນວທາງເດີມເວົ້າວ່າ ຕົນຈະສັ່ງໃຫ້ກອງ ທັບສະກັດກັ້ນການຫລັ່ງໄຫລໄປຍັງອອສເຕຣເລຍ ແບບບໍ່ຢຸດຢັ້ງ ຂອງພວກອົບພະຍົບ
ທາງເຮືອ.
ນອກນັ້ນແລ້ວ ທ່ານ Tony Abbot ຜູ້ນຳພັກຝ່າຍຄ້ານ ຍັງກ່າວວ່າ ທ່ານຈະຍົກເລີກໃນ ທັນທີການເກັບພາສີທີ່ບໍ່ໄດ້ຮັບຄວາມນິຍົມຕໍ່ບັນດາບໍລິສັດທີ່ສ້າງຄວາມເປື້ອນເປິະໃຫຍ່ ທີ່ສຸດຂອງປະເທດ ຊຶ່ງມີການຖິ້ມໂທດໃສ່ວ່າ ເຮັດໃຫ້ຄ່າໄຟຟ້າພາຍໃນປະເທດແພງຂຶ້ນ ນັ້ນ.
ທ່ານ Abbot ເວົ້າວ່າ “ມື້ນີ້ ຂ້າພະເຈົ້າໄດ້ຂຽນຈົດໝາຍ ໄປຫາຫົວໜ້າຫ້ອງການ ຂອງສຳນັກງານນາຍົກລັດຖະມົນຕີເພື່ອແຈ້ງໃຫ້ຊາບວ່າ ການກະທຳສິ່ງທຳອິດ ຂອງລັດຖະບານປະສົມ ທີ່ຈະເຂົ້າກຳອຳນາດ ຖ້າພວກເຮົາຫາກຊະນະການ
ເລືອກຕັ້ງກໍຈະແມ່ນກະກຽມຮ່າງກົດໝາຍເພື່ອຍົກເລີກການເກັບພາສີຄາບອນ ແລະນີ້ຈະແມ່ນທຸລະກິດອັນທຳອິດ ທີ່ສະພາແຫ່ງຊາດຊຸດໃໝ່ຈະພິຈາລະນາ ມັນຈະເປັນຮ່າງກົດໝາຍສະບັບທຳອິດ ທີ່ຈະໄດ້ຮັບການພິຈາລະນາ ໂດຍສະ ພາຊຸດໃໝ່ ຖ້າຫາກວ່າມີການປ່ຽນແປງລັດຖະບານເກີດຂຶ້ນ.”
ການຢັ່ງຫາງສຽງເມື່ອໄວໆມານີ້ສະແດງໃຫ້ເຫັນວ່າ ການເລືອກຕັ້ງໃນຄັ້ງນີ້ມີທ່າທາງວ່າ ຈະມີຄະແນນສຽງໃກ້ຄຽງກັນ ທັງໆທີ່ພວກນັກຊ່ຽວຊານຈຳນວນນຶ່ງ ຮວມທັງທ່ານ An-
thony Green ຈາກບໍລິສັດອອກອາກາດ ຂອງອອສເຕຣເລຍຄາດວ່າ ພັກນິຍົມແນວ ທາງເດີມຈະໄດ້ຮັບໄຊຊະນະ ເວລາຜູ້ມີສິດປ່ອນບັດພາກັນໄປໃຊ້ສິດໃຊ້ສຽງໃນວັນທີ 7 ກັນຍາຈະມາເຖິງນີ້.
ທ່ານ Green ເວົ້າວ່າ “ຂ້າພະເຈົ້າຄິດວ່າ ພັກແຮງງານຈະເປັນຜູ້ເສຍປຽບ ພວກ ເຂົາເຈົ້າເປັນຜູ້ບໍລິຫານປະເທດຢູ່ພວກເຂົາເຈົ້າໄດ້ປະສົບກັບບັນຫາເປັນເວລາ ສອງສາມປີ. ພວກຝ່າຍຄ້ານມີຈຸດເດັ່ນຈຳນວນນຶ່ງທີ່ຈະໃຊ້ໂຈມຕີພວກເຂົາເຈົ້າ ໃນໄລຍະສອງສາມປີຜ່ານມານີ້ ແລະເມື່ອເວົ້າເຖິງ ການຢັ່ງຫາງສຽງແລ້ວ ພັກ ແຮງງານແມ່ນຢູ່ທາງຫຼັງ.”
ການໄປປ່ອນບັດຢູ່ອອສເຕຣເລຍແມ່ນເປັນການບັງຄັບ. ເຈົ້າໜ້າທີ່ກະວ່າ ມີປະມານເຄິ່ງ ລ້ານຄົນ ຂອງຊາວອອສເຕຣເລຍ ທີ່ມີອາຍຸລະຫວ່າງ 18 ຫາ 24 ປີ ຫາຍໄປຈາກລາຍຊື່ ປ່ອນບັດ ໂດຍແນະໃຫ້ເຫັນວ່າ ມີການບໍ່ໃຫ້ຄວາມສົນໃຈຢ່າງແຜ່ ກວ້າງໃນໝູ່ພວກຊາວ ໜຸ່ມກ່ຽວກັບການອະພິປາຍທາງດ້ານການເມືອງໃນປັດຈຸບັນນີ້.

Your browser doesn’t support HTML5
ຟັງລາຍງານ ການເລືອກຕັ້ງ ໃນ ອອສເຕຣເລຍ