ອອສເຕຣເລຍ ໃຫ້ຄວາມສໍາຄັນ ໃນການເປັນຢູ່ທີ່ດີທາງດ້ານຈິດໃຈ ແລະຮ່າງກາຍ ຂອງຊາວອົບພະຍົບ ອັຟການິສຖານ

ໃນຮູບພາບນີ້ ຜູ້ຍົກຍ້າຍຖິ່ນຖານຊາວອັຟການິສຖານໄດ້ຮັບດໍາເນີນການ ຫລັງຈາກໄປເຖິງຖານທັບຫລັກ ຂອງອອສເຕຣເລຍ ໃນພາກຕາເວັນອອກກາງ ໂດຍກອງກໍາລັງປ້ອງກັນຄວາມໝັ້ນຄົງຂອງອອສເຕຣເລຍ, ວັນທີ 18 ສິງຫາ, ປີ 2021. ຕາມການກ່າວ ຂອງກະຊວງປ້ອງກັນປະເທດ ອອສເຕຣເລຍ.

ທີ່ປຶກສາທີ່ຫາກໍ່ແຕ່ງຕັ້ງຂອງອອສເຕຣເລຍສໍາລັບຜູ້ອົບພະຍົບຊາວອັຟການິສຖານ ທີ່ຫລົບໜີຈາກກຸ່ມຕາລິບານ ກ່າວວ່າ ການອົບພະຍົບອອກຈາກປະເທດ ໄດ້ກໍ່ໃຫ້ເກີດຄວາມທ້າທາຍ ໃນການຕັ້ງຖິ່ນຖານທີ່ບໍ່ເຄີຍເກີດຂຶ້ນມາກ່ອນສໍາລັບຜູ້ຄົນທີ່ເຮັດວຽກນໍາຊາວອົບພະຍົບ. ຟິວ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງລາຍງານ ອອສເຕຣເລຍໃຫ້ຄວາມສໍາຄັນໃນການເປັນຢູ່ທີ່ດີທາງດ້ານຈິດໃຈ ແລະຮ່າງກາຍຂອງຊາວອົບພະຍົບອັຟການິສຖານ

ອອສເຕຣເລຍກ່າວວ່າ ຈະໃຫ້ສະຖານທີ່ຫລົບໄພແກ່ປະຊາຊົນ 3,000 ຄົນທີ່ຫລົບໜີອອກຈາກອັຟການິສຖານພາຍໃນເດືອນມິຖຸນາປີ 2022. ຄະນະກໍາມະການທີ່ປຶກສາຊຸດໃໝ່ ເຊິ່ງປະກອບດ້ວຍບັນດາຜູ້ນໍາຊຸມຊົນຊາວອອສເຕຣເລຍ ເຊື້ອສາຍອັຟການິສຖານ, ພ້ອມດ້ວຍຜູ້ຊ່ຽວຊານດ້ານຜູ້ລີ້ໄພ ແລະການຕັ້ງຖິ່ນຖານ ຈະໄດ້ຊ່ວຍເຫລືອພວກເຂົາເຈົ້າ ໃນການສ້າງຕັ້ງຊີວິດໃໝ່.

ທ່ານອາເລັກສ໌ ຮອກກີ (Alex Hawke) ລັດຖະມົນຕີຮັບຜິດຊອບດ້ານຄົນເຂົ້າເມືອງຂອງອອສເຕຣເລຍ ກ່າວໃນຖະແຫລງການເມື່ອວັນຈັນແລ້ວນີ້ວ່າ ສິ່ງສໍາຄັນອັນດັບທໍາອິດຄືການຄຸ້ມຄອງ “ສະພາບຈິດໃຈ ແລະຮ່າງກາຍຂອງຜູ້ອົບພະ ຍົບ” ຜູ້ເຊິ່ງ “ຕ້ອງທົນກັບປະສົບການທີ່ທໍລະມານ ແລະບອບຊໍ້າທາງດ້ານຈິດ ໃຈ.” ຫລາຍໆຄົນຕ້ອງມີຄວາມທຸກໃຈທີ່ໄດ້ປະຖິ້ມບັນດາຍາດພີ່ນ້ອງໃນອັຟການິສຖານໄວ້ຂ້າງຫລັງ.

ຄະນະທີ່ປຶກສາເລື້ອງການຕັ້ງຖິ່ນຖານໃໝ່ຂອງຊາວອັຟການິສຖານຢູ່ໃນອອສເຕຣເລຍຈະຕິດຕໍ່ປະສານງານກັບລັດຖະບານ ແລະຈະດໍາເນີນງານເປັນເວລາຢ່າງໜ້ອຍນຶ່ງປີ.

ປະທານຮ່ວມຂອງໂຄງການດັ່ງກ່າວ ທ່ານປາຣິສ ອະຣິສໂຕເຕິລ (Paris Aristotle) ກ່າວວ່າ “ບາດແຜທີ່ຫລົງເຫລືອຢູ່” ຂອງຜູ້ທີ່ຫລົບໜີຈາກການເຂົ້າຄວບຄຸມປະເທດອັຟການິສຖານຂອງກຸ່ມຕາລິບານ ຈະ “ຢູ່ໃນລະດັບສູງສຸດ” ຂອງພວກຊາວອົບພະຍົບທີ່ອອສເຕຣເລຍເຄີຍຮັບເຂົ້າມາກ່ອນນັ້ນ. ເຊິ່ງທ່ານ ອະຣິສໂຕເຕິລກ່າວວ່າ:

“ພວກເຮົາບໍເຄີຍໄດ້ຕັ້ງຖິ່ນຖານໃໝ່ ໃຫ້ບັນດາກຸ່ມຕ່າງໆ ຈາກວິກິດການ ໃນລະຫວ່າງຊ່ວງການລະບາດໃຫຍ່ ຂອງພະຍາດໂຄວິດ-19 ມາກ່ອນ. ອິກປະ ການນຶ່ງສໍາລັບປະຊາຊົນຢູ່ໃນພາກສ່ວນນີ້ ແມ່ນພວກເຂົາຈະຕ້ອງຖືກກັກໂຕ 14 ມື້ ໃນເມື່ອເວລາທີ່ມາເຖິງ. ນັ້ນມັນອາດຈະບໍ່ຄຸ້ນເຄີຍສໍາລັບພວກເຂົາເຈົ້າບົນສະພາບທີ່ຕ້ອງຫລົບໜີ ໃນສະຖານນະການທີ່ອັນຕະລາຍ ແລະສັບສົນວຸ້ນ ວາຍດັ່ງກ່າວ.”

ທັງປະເທດການາດາ ແລະສະຫະຣາດຊະອານາຈັກອັງກິດ ກ່າວວ່າ ພວກເຂົາ ເຈົ້າຈະອະນຸຍາດໃຫ້ຊາວອັຟການິສຖານ 20,000 ຄົນຕັ້ງຖິ່ນຖານໃໝ່ຢູ່ທີ່ນັ້ນ. ອອສເຕຣເລຍ ຈະໃຫ້ວີຊາສຳລັບການຫຼົບລີ້ທີ່ປອດໄພຕາມການຮ້ອງຂໍ 3,000 ຄົນ, ແລະສະຖານທີ່ຕ່າງໆຈະມາຈາກໂຄຕາທີ່ມີຢູ່ຂອງວີຊາມະນຸດສະທໍາ, ແລະຈະບໍ່ມີການເພີ້ມຈໍານວນໂດຍລວມ. ຢ່າງໃດກໍ່ຕາມ, ນາຍົກລັດຖະມົນຕີ ສະກັອທ ມໍຣິສັນ ຈະມີການດໍາເນີນການອື່ນໆຕາມມາອີກ. ໂດຍທ່ານ ມໍຣິສັນ ກ່າວວ່າ:

“ພວກເຮົາຈະປະຕິບັດ, ພວກເຮົາຄິດວ່າຢ່າງໜ້ອຍ 3,000 ໃນປີນີ້. ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງຍິ່ງວ່າ ມັນຈະຂຶ້ນຢູ່ກັບໂຕພວກເຮົາເອງ, ພວກເຈົ້າຮູ້ ມັນເປັນວຽກທີ່ພວກເຮົາປະຕິບັດງານຢູ່ແລ້ວ. ຄວາມທ້າທາຍອັນແທ້ຈິງນັ້ນແມ່ນ ຜູ້ຄົນເຂົາອອກມາຈາກອັຟການິສຖານແນວໃດ.”

ກອງທັບອອສເຕຣເລຍໄດ້ຊ່ວຍຊີວິດຜູ້ຄົນຫລາຍກວ່າ 4,000 ຄົນອອກຈາກສະໜາມບິນກາບູລ ນັບຕັ້ງແຕ່ທີ່ເລີ້ມພາລະກິດໃນການຍົກຍ້າຍຜູ້ຄົນອອກມາທີ່ນໍາ ໂດຍສະຫະລັດ, ເຊິ່ງຂະນະນີ້ ແມ່ນໄດ້ສິ້ນສຸດລົງແລ້ວ.

ໃນລະຫວ່າງປີ 2019 ຫາປີ 2020, ອອສເຕຣເລຍໄດ້ໃຫ້ຖານະອົບພະຍົບແກ່ຜູ້ຄົນເກືອບ 15,000 ຄົນ. ເຊິ່ງສ່ວນໃຫຍ່ແມ່ນມາຈາກອີຣັກ, ສາທາລະນະລັດປະຊາທິປະໄຕຄອງໂກ ແລະມຽນມາ.

ອ່ານຂ່າວນີ້ເປັນພາສາອັງກິດ