ເຮືອບິນ ແລະກໍາປັ່ນສອດແນມຂອງກອງທັບອອສເຕຣເລຍຈໍານວນນຶ່ງ ໄດ້ຖືກສົ່ງໄປຍັງເຂດນ່ານນໍ້າ ທາງພາກເໜືອຂອງປະເທດ ເພື່ອເພີ້ມຄວາມພະ ຍາຍາມໃນການປ້ອງກັນຊາຍແດນ. ການດໍາເນີນງານດັ່ງກ່າວ ມີຂຶ້ນທ່າມກາງການເຕືອນ ຈາກພັກຝ່າຍຄ້ານຫົວອະນຸລັກນິຍົມວ່າ ການປ່ຽນນະໂຍບາຍວີຊາຂອງລັດຖະບານ ສໍາລັບຜູ້ອົບພະຍົບ ໃນອາທິດນີ້ ອາດຈະເຮັດໃຫ້ມີການເລີ້ມ ລັກລອບຂົນຄົນເຂົ້າເມືອງຄືນອີກ. ຟີລ ເມີເຊີ ມີລາຍງານກ່ຽວກັບເລື້ອງນີ້ ຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ຈະນຳເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ນັບແຕ່ປີ 2013 ເປັນຕົ້ນມາ, ກອງທັບເຮືອອອສເຕຣເລຍ ໄດ້ລາກເຮືອຜູ້ອົບພະຍົບຫຼືປ່ຽນທິດທາງເຮືອຂອງພວກເຂົາເຈົ້າທີ່ພະຍາຍາມແລ່ນເຂົ້າມາໃນເຂດ ນ່ານນໍ້າຂອງອອສເຕຣເລຍພາຍໃຕ້ການປະຕິບັດງານປ້ອງກັນອະທິປະໄຕເຂດຊາຍແດນຂອງລັດຖະບານ.
ຄວາມພະຍາຍາມຂອງອົງປະກອບທາງທະຫານຮ້ອງວ່າ ການປະຕິບັດງານຂັ້ນເດັດຂາດ.
ການເພີ້ມການປະຕິບັດໜ້າທີ່ຂອງກໍາປັ່ນລາດຕະເວນ ແລະເຮືອບິນສອດແນມ ມີຂຶ້ນໃນລະຫວ່າງທີ່ລັດຖະບານເປັນກາງອຽງຊ້າຍ ໄດ້ອອກວີຊາຊົ່ວຄາວໃຫ້ອົບພະຍົບປະມານ 19,000 ຄົນສາມາດອາໄສຢູ່ຖາວອນໄດ້ພາຍໃຕ້ກົດໝາຍໃໝ່.ເພື່ອໃຫ້ມີຄຸນວຸດທິພຽງພໍ, ຜູ້ອົບພະຍົບ ຈະຕ້ອງເດີນທາງໄປຮອດອອສເຕຣເລຍ ໃນມື້ກ່ອນເລີ້ມຕົ້ນ ການປະຕິບັດງານປ້ອງກັນອະທິປະໄຕເຂດຊາຍແດນ.
ຫົວໜ້າກະຊວງປ້ອງກັນປະເທດໄດ້ໃຫ້ການຢືນຢັນວ່າ ກອງທັບກໍາລັງສະເໜີໃນສິ່ງທີ່ຮ້ອງວ່າ “ການສະໜັບສະໜຸນເພີ້ມຂຶ້ນ” ໃນຄວາມພະຍາຍາມ ສໍາລັບການຂັດຂວາງເຮືອຕ່າງໆ ທີ່ຈະແລ່ນເຂົ້າມາໃນນ່ານນໍ້າຂອງດິນແດນທາງພາກເໜືອປະເທດອອສເຕຣເລຍ.
ສະມາຊິກສະພາຝ່າຍຄ້ານກ່າວວ່າ ການປ່ຽນນະໂຍບາຍວີຊາໃໝ່ ຍິ່ງຈະເປັນການຊຸກຍູ້ໃຫ້ຜູ້ລີ້ໄພ ພະຍາຍາມເຂົ້າມາອອສເຕຣເລຍໂດຍທາງທະເລ ແລະຍິ່ງຈະ “ເພີ້ມໂອກາດເຮັດໃຫ້ມີພວກລັກລອບຂົນຄົນເຂົ້າເມືຶອງຫຼາຍຂຶ້ນ.”
ສະມາຊິກສະພາຫົວອະນຸລັກນິຍົມ ທ່ານເດວິດ ແວນ ໄດ້ຖາມເຈົ້າໜ້າທີ່ລະດັບສູງຂອງກອງທັບເຮືອ ກ່ຽວກັບການປະຕິບັດງານໃໝ່ຂອງກອງທັບເຮືອລາດຊະອານາຈັກອອສເຕຣເລຍ ຫຼື RAN ຢູ່ໃນການສອບສວນຂອງລັດຖະສະພາ ໃນນະຄອນຫຼວງແຄນເບີຣາ ເມື່ອວັນພຸດທີ່ຜ່ານມາ.
ທ່ານເດວິດ ແວນ ກ່າວວ່າ:
“RAN ໄດ້ອອກຄໍາສັ່ງເຖິງແຫຼ່ງຊັບພະຍາກອນໂດຍກົງ ຈາກການດໍາເນີນງານຢູ່ໃນພູມິພາກ ເພື່ອສະໜອງການປະຕິບັດງານທີ່ເດັດຂາດ ລຸນຫຼັງທີ່ລັດຖະບານໄດ້ມີການປ່ຽນແປງກ່ຽວກັບວີຊາແລ້ວບໍ?”
ໃນການຕອບຄໍາຖາມຂ້າງເທິງນັ້ນ, ພົນເຮືອໂທ ເດວິດ ຈອນສັນ ກ່າວວ່າ ກອງກໍາລັງປ້ອງກັນປະເທດຂອງອອສເຕຣເລຍ ຫຼື ADF ກໍາລັງຈັດສົ່ງແຫຼ່ງຊັບພະຍາກອນເພີ້ມເຕີມ, ເຊິ່ງ ທ່ານເດວິດ ຈອນສັນ ກ່າວວ່າ:
“ໂດຍລວມແລ້ວ, ກອງກໍາລັງປ້ອງກັນປະເທດ, ແລະສະມາຊິກສະພາສູງ ກໍາລັງເພີ້ມໃນສິ່ງທີ່ຈໍາເປັນ ເພື່ອສະໜັບສະໜຸນຕໍ່ການປະຕິບັດງານປ້ອງກັນອະທິ ປະໄຕເຂດຊາຍແດນ. ນັ້ນມີຢູ່ສໍາລັບລັດຖະບານ ເພື່ອຈ້າງພະນັກງານ ADF ໃນທິດທາງຂອງພວກເຂົາເຈົ້າ ແລະໃນປັດຈຸບັນນີ້ ພວກເຮົາກໍກໍາລັງສະໜອງການສະໜັບສະໜຸນເພີ້ມຂຶ້ນຢູ່.”
ການປະຕິບັດງານກ່ຽວກັບປົກປ້ອງອະທິປະໄຕເຂດຊາຍແດນ ໄຕ້ຖືກຕ້ອງຕິໂດຍກຸ່ມສົ່ງເສີມສິດທິມະນຸດ. ແຕ່ໃນວີດີໂອອັນໃໝ່ ທີ່ໄດ້ນຳອອກເຜີຍແຜ່ໃນ ສື່ສັງຄົມອອນລາຍນັ້ນ ພົນເຮືອຕີ ຈັສຕິນ ຈອນ ກ່າວວ່າ ມາດຕະການປ້ອງກັນຊາຍແດນທີ່ເຂັ້ມງວດ ຈະຍັງຄົງດໍາເນີນຕໍ່ໄປ, ເຊິ່ງທ່ານໄດ້ກ່າວວ່າ:
“ແມ່ນໃຜກໍຕາມທີ່ພະຍາຍາມເຂົ້າມາປະເທດອອສເຕຣເລຍໂດຍທາງເຮືອ ແບບບໍ່ຖືກກົດໝາຍ ຈະຕ້ອງກັບຄືນໄປປະເທດ ທີ່ພວກເຂົາເຈົ້າເດີນທາງອອກມາ, ກັບຄືນໄປປະເທດບ້ານເກີດຂອງພວກເຂົາເຈົ້າ ຫຼື ຖືກໂອນໄປໃນດິນແດນທີ່ເປັນປະເທດດໍາເນີນການ. ຖ້າເຈົ້າພະຍາຍາມເດີນທາງເຂົ້າມາທາງທະເລແບບບໍ່ຖືກກົດໝາຍ ເຈົ້າຈະບໍ່ໄດ້ຕັ້ງຖິ່ນຖານຢູ່ໃນອອສເຕຣເລຍ. ໂອກາດຂອງຄວາມສໍາເລັດພວກເຈົ້າ ຈະເຫຼືອພຽງສູນເທົ່ານັ້ນ.”
ລັດຖະມົນຕີເພື່ອການພັດທະນາລະຫວ່າງປະເທດ ແລະຂົງເຂດປາຊີຟິກ ທ່ານແພັດ ຄອນຣອຍ ບອກກັບສະຖານີໂທລະພາບຂອງອອສເຕຣເລຍ ໃນວັນພະ ຫັດວານນີ້ວ່າ ລັດຖະບານ ຈະຍັງຄົງປິດຮັບເຮືອຂອງຜູ້ອົບພະຍົບຕໍ່ໄປ, ເຊິ່ງ ທ່ານແພັດ ຄອນຣອຍ ກ່າວວ່າ:
“ນະໂຍບາຍຂອງພວກເຮົາ ຍັງຄົງຄືກັນ ກັບນະໂຍບາຍຂອງລັດຖະບານຊຸດກ່ອນ ເມື່ອມັນມີການດໍາເນີນງານກ່ຽວກັບຈຸດນີ້. ເຮືອທຸກໆລໍາຈະຕ້ອງໄດ້ຕ່າວຄືນໄປ ຫຼື ກັບຄືນໄປ. ມັນບໍ່ມີໂອກາດສໍາລັບໃຜກໍຕາມທີ່ກໍາລັງເດີນທາງມາປະເທດນີ້, ທີ່ຈະໄດ້ຕັ້ງຖິ່ນຖານໃໝ່ຢູ່ໃນປະເທດນີ້ ຖ້າພວກເຂົາເຈົ້າບໍ່ມີວີຊາທີ່ຖືກຕ້ອງຕາມກົດໝາຍ ໃນເວລາເດີນທາງເຂົ້າປະເທດແຫ່ງນີ້.”
ອອສເຕຣເລຍ ໄດ້ຈ່າຍເງິນໃຫ້ແກ່ສອງປະເທດ ໃນຂົງເຂດມະຫາສະໝຸດປາຊີຟິກ ເພື່ອກັກໂຕຜູ້ຂໍລີ້ໄພ ແລະບັນດາຜູ້ອົບພະຍົບ ທີ່ພະຍາຍາມເຂົ້າມາປະ ເທດອອສເຕຣເລຍໂດຍທາງເຮືອ.
ຂໍ້ຕົກລົງກັບປະເທດປາປົວນິວກີເນຍ ສິ້ນສຸດລົງໃນປີ 2021, ແຕ່ຜູ້ອົບພະຍົບທັງໝົດ 60 ຄົນ ຍັງຄົງຖືກໂຕ ຢູ່ເທິງເກາະນ້ອຍໆຂອງປະເທດ ນາອູຣູ ຢູ່.