ອອສເຕຣເລຍສົ່ງທະຫານ ໄປຊ່ອຍລັດ Queensland

  • ໄພສານ ວໍຣະຈັກ

ເຮືອນຊານທີ່ໄດ້ຮັບຄວາມເສຍຫາຍຈາກລົມພາຍຸໄຊໂຄລນ Yasi ທີ່ພັດຖະຫຼົ່ມເມືອງ Tully ໃນພາກເໜືອ ອອສເຕຣເລຍ (3 ກຸມພາ 2011)

ໃນວັນສຸກມື້ນີ້ອອສເຕຣເລຍໄດ້ສົ່ງທະຫານ 4,000 ຄົນ
ໄປຊ່ອຍລັດ Queensland ໃນພາກຕາເວັນອອກສຽງ
ເໜືອຂອງປະເທດ ເພື່ອໃຫ້ຟື້ນໂຕຄືນຫຼັງຈາກລົມພາຍຸ
ໄຊໂຄລນຂະໜາດແຮງ ປະເພດ 5 ໄດ້ພັດຖະຫຼົ່ມເຂດ
ດັ່ງກ່າວ.

ເຈົ້າໜ້າທີ່ຂອງລັດ Queensland ກ່າວວ່າ ປະຊາຄົມໃນ
ເຂດແຄມຝັ່ງທະເລ ຂອງເມືອງ Cardwell Tully ແລະ
Mission Beach ໄດ້ຮັບຄວາມຜົນກະທົບໜັກທີ່ສຸດຈາກ
ລົມພາຍຸໄຊໂຄລນ Yasi ຊຶ່ງໄດ້ພັດຂຶ້ນບົກ ໃນຕອນເຊົ້າ
ຂອງວັນພະຫັດວານນີ້ ພ້ອມດ້ວຍລົມທີ່ມີຄວາມແຮງເຖິງ 300 ກິໂລແມັດຕໍ່ຊົ່ວໂມງ.

ໃນວັນສຸກມື້ນີ້ ເຈົ້າໜ້າທີ່ໄດ້ໃຫ້ການຢືນຢັນກ່ຽວກັບການ
ເສຍຊີວິດລາຍທຳອິດຈາກລົມພາຍຸດັ່ງກ່າວ ແລະເວົ້າວ່າ
ການຊອກຄົ້ນຫາຜູ້ທີ່ຫາຍສາບສູນ 2 ຄົນພວມດຳເນີນຢູ່ ໃນເວລານີ້.

ລົມພາຍຸໄຊໂຄນ Yasi ໄດ້ເຮັດໃຫ້ຫຼັງຄາເຮືອນແລະຕຶກອາຄານຫຼາຍຮ້ອຍຫຼັງເປີດຢູ່ໃນເຂດ ທີ່ໄດ້ຮັບຜົນກະທົບຮ້າຍແຮງສຸດແລະພ້ອມດຽວກັນກໍໄດ້ເຮັດໃຫ້ຕົ້ນໄມ້ ແລະເສົາໄຟຟ້າຫັກ
ຊຶ່ງພາໃຫ້ປະຊາຊົນເກືອບ 200,000 ຄົນບໍ່ມີໄຟຟ້າໃຊ້. ນອກນັ້ນແລ້ວລົມພາຍຸດັ່ງກ່າວຍັງ
ໄດ້ສ້າງຄວາມເສຍຫາຍຢ່າງໜັກຕໍ່ຕົ້ນອ້ອຍແລະຕົ້ນກ້ວຍ ຊຶ່ງເປັນຜົນລະປູກທີ່ສຳຄັນຂອງ
ລັດ Queensland ນຳດ້ວຍ.