ນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ໄດ້ສິ້ນສຸດການຢາມຢາມຫວຽດນາມ, ໃນລະຫວ່າງນັ້ນ ທ່ານໄດ້ເຊັນລົງນາມຂໍ້ຕົກລົງຫຼາຍລ້ານໂດລາ ເພື່ອຊ່ວຍໃຫ້ລະບົບເສດຖະກິດຂອງຫວຽດນາມຫຼຸດຜ່ອນຈາກການປ່ອຍອາຍພິດຄາບອນ. ຄວາມເຄັ່ງຕຶງກັບ ຈີນ ກໍແມ່ນເຫດຜົນ ຂອງການຢ້ຽມຢາມໃນຄັ້ງນີ້ເຊັ່ນກັນ. ຟີລ ເມີເຊີ ມີລາຍງານ, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານກ່ຽວກັບ ຄວາມພະຍາຍາມສ້າງສາຍສໍາພັນໃກ້ຊິດກັບຫວຽດນາມ ຂອງອອສເຕຣເລຍ
ນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ກ່າວວ່າ ທ່ານຕ້ອງການໃຫ້ຫວຽດນາມ ມາເປັນພັນທະມິດ “ລະດັບສູງ” ຂອງປະເທດທ່ານ ໃນຂະນະທີ່ລັດຖະບານແຄນເບີຣາ ພະຍາຍາມຊອກຫາທາງ ເພື່ອສ້າງຄວາມແຕກຕ່າງ ຈາກການເພິ່ງພາອາໄສຈີນ, ເຊິ່ງເປັນຄູ່ການຄ້າທີ່ໃຫຍ່ທີ່ສຸດ ຂອງພວກເຂົາເຈົ້າ.
ອອສເຕຣເລຍ ແລະຫວຽດນາມ ໄດ້ມີການເຊັນລົງນາມຫຼາຍຢ່າງ ໃນລະຫວ່າງການຢ້ຽມຢາມປະເທດ ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ເປັນເວລາສອງມື້ຂອງທ່ານອາລບານີສ, ພ້ອມທັງເງິນຈໍານວນ 69.3 ລ້ານໂດລາ ເພື່ອຊ່ວຍເຈົ້າໜ້າທີ່ລັດຖະບານຮາໂນ່ຍ ຫຼຸດຜ່ອນບັນຫາການປ່ອຍອາຍພິດຄາບອນໃນລະບົບເສດຖະກິດຂອງຫວຽດນາມລົງ. ນອກຈາກນີ້ ຍັງມີການຕົກລົງກັນທີ່ຈະແບ່ງປັນຂໍ້ມູນການສືບລັບ ກ່ຽວກັບການຟອກເງິນແລະຈັດໃຫ້ມີການປະຊຸມຢ່າງເປັນປົກ ກະຕິລະຫວ່າງລັດຖະມົນຕີການຄ້າ ຂອງທັງສອງປະເທດ.
ນອກນັ້ນ ຍັງມີການສະເຫຼີມສະຫຼອງ ກ່ຽວກັບການເປີດ ສອງເສັ້ນທາງໃໝ່ ທາງອາກາດ ເຊື່ອມຕໍ່ນະຄອນແມລເບິລ ແລະບຣິສເບນ ຂອງອອສເຕຣເລຍ ກັບນະຄອນຫຼວງຮາໂນ່ຍ ແລະໂຮ່ຈິມິນ ຕາມລຳດັບ.
ພວກນັກວິເຄາະກ່າວວ່າ ຫວຽດນາມກໍມີຄວາມເປັນຫ່ວງແບບດຽວກັນກັບອອສເຕຣເລຍ ກ່ຽວກັບການເຄື່ອນໄຫວຂອງຈີນ ເພື່ອຫາທາງເຂົ້າຄວບຄຸມຢູ່ໃນທະເລຈີນໃຕ້. ໜ່ວຍຍາມຝັ່ງຂອງຫວຽດນາມໄດ້ປະເຊີນໜ້າກັບກຳປັ່ນຂອງຈີນຢູ່ໃນເຂດນ່ານນ້ຳ ທີ່ຕ່າງກໍອ້າງເອົາກຳມະສິດຂອງປະເທດທັງສອງ.
ໃນລະຫວ່າງການກ່າວຄຳປາໄສ ຢູ່ຫວຽດນາມ ໃນວັນອາທິດແລ້ວນີ້, ນາຍົກ ລັດຖະມົນຕີອາລບານີສກ່າວວ່າ ທ່ານມີຄວາມກະຕືລືລົ້ນທີ່ຈະສ້າງສາຍສໍາພັນ ທີ່ໃກ້ຊິດແບບທະວີພາຄີ, ເຊິ່ງທ່ານໄດ້ກ່າວວ່າ:
“ພວກເຮົາຕ່າງກໍມີຜົນປະໂຫຍດຮ່ວມກັນ ຢູ່ໃນພູມິພາກ ທີ່ມີສະຖຽນລະພາບ, ນັ້ນແມ່ນຄວາມຈະເລີນຮຸ່ງເຮືອງ ແລະນັ້ນແມ່ນຄວາມສາມາດໃນການປັບໂຕ, ພ້ອມກັນນັ້ນ ພວກເຮົາກໍມີຄວາມຍິນດີທີ່ຈະເຮັດວຽກຮ່ວມກັບຫວຽດນາມ, ແລະພວກເຮົາກໍມີຄວາມໝາຍໝັ້ນຮ່ວມກັນ ເພື່ອຮັກສາລະບຽບການ ແລະຫຼັກການຂອງໂລກ, ທີ່ສາມາດຮັບປະກັນສະຖຽນລະພັບຢູ່ໃນພູມິພາກນີ້ຕໍ່ໄປ.”
ທ່ານອາລບານີສ ກ່າວກ່ອນມານເຈລະຈາຫາລືກັນວ່າ ທ່ານຈະຍົກບັນຫາທາງດ້ານສິດທິມະນຸດຂຶ້ນມາໂອ້ລົມກັບເຈົ້າພາບຫວຽດນາມ, ລວມທັງກໍລະນີຂອງ ທ່ານຈາວ ວັນ ຄໍາ (Chao Van Kham) ຄົນສັນຊາດອອສເຕຣເລຍ ອາຍຸ 73 ປີ, ເຊິ່ງຖືກຈໍາຄຸກຢູ່ໃນຫວຽດນາມເນື່ອງຈາກເປັນສະມາຊິກຂອງກຸ່ມຕໍ່ຕ້ານລັດຖະບານ ທີ່ຮຽກຮ້ອງໃຫ້ມີປະຊາທິປະໄຕ.
ການຄ້າສອງທາງ ຂອງອອສເຕຣເລຍກັບຫວຽດນາມ ໃນປີ 2021 ມີມູນຄ່າສູງເຖິງ 11.8 ຕື້ໂດລາ, ອີງຕາມຂໍ້ມູນຂອງລັດຖະບານ.
ຮາໂນ່ຍ ແລະແຄນເບີຣາ ຕ້ອງການເປັນພາຄີຍຸດທະສາດແບບກວມລວມພາຍໃນທ້າຍປີນີ້.