ອອສເຕຣເລຍ ​ຈະເພີ້ມ 'ຄວາມພ້ອມ' ທາງທະຫານ ເນື່ອງຈາກຄວາມເຄັ່ງຕຶງ ຢູ່ໃນບໍ​ລິ​ເວນຊ່ອງແຄບໄຕ້ຫວັນ ທີ່ຮຸນແຮງຂຶ້ນ

ແຟ້ມຮູບ-ເຮືອບິນ Poseidon P-8A ແຫ່ງກອງທັບອາກາດອອສເຕຣເລຍ ປະຕິບັດການບິນຕໍ່າ ຢູ່ເໜືອກໍາປັ່ນ HMAS Hobart ຂອງອອສເຕຣເລຍ ໃນລະຫວ່າງ ຊ່ວງໄລຍະການອອກໃບຮັບຮອງ ຂອງກອງທັບເຮືອ, ເມື່ອວັນທີ 24 ກຸມພາ 2022.

ອອສເຕຣເລຍ ກ່າວວ່າ ກອງກໍາລັງ​ປ້ອງ​ກັນ​ປະ​ເທດຂອງຕົນຕ້ອງມີ “​ຄວາມ​ພ້ອມທີ່ສຸດ ເທົ່າທີ່ເປັນໄດ້” ເນື່ອງຈາກຈີນ ເພີ້ມການ​ຊ້ອມ​ລົບທາງທະ ຫານຂອງພວກເຂົາຢູ່ໃກ້ບໍລິເວນເກາະໄຕ້ຫວັນ. ລັດຖະມົນຕີກະຊວງປ້ອງກັນປະເທດອອສເຕຣເລຍ ທ່ານຣີຊາດ ມາເລ (Richard Marles) ກ່າວໃນວັນອັງຄານວານນີ້ວ່າ ການເຕົ້າ​ໂຮມກໍາລັງຂອງປັກກິ່ງໄດ້ສ້າງຄວາມເປັນ​ຫ່ວງກັງ ວົນ “ຢ່າງໃຫຍ່ຫຼວງ” ແລະໄດ້​ພາ​ໃຫ້​ມີ​ການ​ປັບປ່ຽນຍຸດທະສາດຢູ່ໃນພູມິພາກ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງທິບສຸດາ ມີລາຍລະອຽດມາສະ ເໜີທ່ານໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຮັບຟັງລາຍງານກ່ຽວກັບ ການພະຍາຍາມເພີ້ມ 'ຄວາມສາມາດ' ທາງທະຫານຂອງລັດຖະບານປັກກິ່ງ

ອອສເຕຣເລຍ ຮຽກຮ້ອງໃຫ້ມີຄວາມສະຫງົບ ແລະກັບຄືນສູ່ “ພາວະປົກກະຕິ” ຢູ່ໃນຊ່ອງແຄບເກາະໄຕ້ຫວັນ.

ຄວາມເຄັ່ງຕຶງ ໄດ້ເພີ້ມທະວີຂຶ້ນ ນັບຕັ້ງແຕ່ປະທານສະພາຕໍ່າ ຂອງສະຫະລັດ ທ່ານນາງແນນຊີ ເພໂລຊີ ເດີນທາງໄປຢ້ຽມຢາມ ເກາະໄຕ້ຫວັນ ໃນອາທິດທີ່ຜ່ານມາ, ເຊິ່ງເກາະດັ່ງກ່າວ ຈີນໄດ້ອ້າງວ່າ ເປັນສ່ວນນຶ່ງຂອງດິນແດນຕົນ.

ເພື່ອ​ເປັນການຕອບໂຕ້, ປັກກິ່ງໄດ້ເລີ້ມການຊ້ອມ​ລົບທາງທະຫານຢູ່ໃນບໍລິເວນຊ່ອງແຄບໄຕ້ຫວັນ ໂດຍການຈັດສົ່ງເຮືອບິນຂັບໄລ່ ແລະກໍາປັ່ນລົບ ພ້ອມດ້ວຍການຍິງລູກສອນໄຟຂີປະນາວຸດອີກຈໍານວນນຶ່ງ.

ຮັກ​ສາການນາຍົກລັດຖະມົນຕີ ພ້ອມທັງເປັນລັດຖະມົນຕີກະຊວງປ້ອງກັນປະ ເທດຂອງອອສເຕຣເລຍ ທ່ານຣີຊາດ ມາເລ ກ່າວໃນວັນອັງຄານວານນີ້ວ່າ ການເຄື່ອນໄຫວຕ່າງໆ ຂອງກອງກໍາລັງທະຫານຈີນ ໄດ້​ສ້າງຄວາມກັງວົນທີ່ “ສໍາຄັນ”.

ໃນທ້າຍອາທິດແລ້ວນີ້, ອອສເຕຣເລຍ ໄດ້ຮ່ວມກັບສະຫະລັດ ແລະຍີ່ປຸ່ນປະ​ນາມ​ການ​ເພີ້ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງ​ດັ່ງ​ກ່າວ. ແຕ່ລັດຖະບານປັກກິ່ງຢືນຢັດວ່າ ພວກເຂົາເປັນ “ຜູ້ເຄາະຮ້າຍ” ຈາກການຖືກຂົ່ມເຫັງທາງດ້ານການທູດ.

ໃນອາທິດທີ່ຜ່ານມາ, ອອສເຕຣເລຍ ໄດ້ປະກາດກ່ຽວກັບ​ການ​ທົບ​ທວນທາງດ້ານຄວາມສາມາດ ຂອງກອງ​ທັບຕົນ ໃນທົດສະວັດຕໍ່ໄປ.

ທ່ານ ມາເລ ກ່າວກັບອົງ​ການກະຈາຍສຽງຂອງອອສເຕຣເລຍວ່າ ການສະແດງ​ຄວາມ​ໝັ້ນ​ໃຈ​ເພີ້ມ​ຂຶ້ນ ຂອງລັດຖະບານປັກກິ່ງ ໄດ້ກາຍມາເປັນບັນ​ຫາທ້າທາຍທາງດ້ານຄວາມໝັ້ນຄົງ ແລະການເມືອງຂະ​ໜາດໃຫຍ່ສຳ​ລັບລັດຖະບານແຄນເບີຣາ ແລະບັນດາປະເທດພັນທະມິດຂອງພວກເຂົາເຈົ້າ.

ດັ່ງທີ່ທ່ານຣີຊາດ ມາ​ເລ ກ່າວວ່າ:

“ມັນເປັນປັດ​ໄຈອັນສໍາຄັນທີ່ສຸດອັນດຽວ ທີ່ກໍານົດຍຸດທະສາດທາງດ້ານສະພາບແວດລ້ອມຢູ່ໃນພູມິພາກດັ່ງກ່າວຂອງພວກເຮົາ, ໂດຍແທ້ຈິງແລ້ວກໍຄືໂລກຂອງພວກເຮົາ. ມັນເປັນປັດໄຈທີ່ແນ່ນອນອັນສໍາຄັນ ໃນການກໍານົດສະຖານະທາງຍຸດທະສາດຂອງອອສເຕຣເລຍ, ແລະດ້ວຍເຫດນັ້ນພວກເຮົາຈໍາເປັນທີ່ຈະຕ້ອງ ເຮັດໃຫ້ໝັ້ນໃຈວ່າ ພວກເຮົາໄດ້ສ້າງກຳ​ລັງ​ປ້ອງ​ກັນ​ປະ​ເທດທີ່ມີຄວາມສາມາດ​ຫຼາຍ​ທີ່ສຸດເທົ່າ​ທີ່​ເປັນ​ໄປ​ໄດ້​ ທີ່​ມີ​ຄວາມ​ພ້ອມ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້ ​ເພື່ອ​ຈະ​ປົກ​ປ້ອງໃຫ້ປະເທດອອສເຕຣເລຍມີຄວາມປອດໄພ.”

ອອສເຕຣເລຍຍຶດ​ໝັ້ນ​ໃນນະໂຍບາຍຈີນດຽວທີ່ບໍ່ສະໜັບສະໜຸນໃຫ້ໄຕ້ຫວັນເປັນເອກະລາດ. ບັນດາເຈົ້າໜ້າທີ່ກ່າວວ່າ ລັດຖະບານແຄນເບີຣາ ບໍ່ສະໜັບສະໜຸນ “ການປະຕິບັດງານຕ່າງໆ ​ແຕ່​ພຽງຝ່າຍດຽວຢູ່ໃນຊ່ອງແຄບໄຕ້ຫວັນ, ເຊິ່ງອາດຈະ​ເປັນການປ່ຽນແປງ​ຕໍ່ສະຖານະພາບໃນ​ປັດ​ຈຸ​ບັນ​ນີ້.”

ຄວາມເຄັ່ງຕຶງກ່ຽວກັບ ໄຕ້ຫວັນ ໄດ້ເຮັດໃຫ້ມີຂໍ້ພິພາດແລະຄວາມບໍ່ພໍໃຈຕ່າງໆ ອັນໄດ້ເຮັດໃຫ້ຄວາມສໍາພັນກັບຄູ່ການຄ້າລາຍໃຫຍ່ທີ່ສຸດຂອງອອສເຕຣເລຍ ມີຄວາມບໍ່ພໍໃຈ.

ມີການກ່າວຫາວ່າ ຈີນແຊກແຊງພາລະກິດຕ່າງໆຂອງອອສເຕຣເລຍ, ຄວາມ ກັງວົນກ່ຽວກັບປະຊາທິປະໄຕຢູ່ໃນຮົງກົງ, ແລະຄວາມມັກໃຫຍ່ໄຝ່ສູງຂອງປັກກິ່ງຢູ່ໃນຂົງເຂດທະເລຈີນໃຕ້ ແລະມະຫາສະໝຸດປາຊີຟິກ. ທັງສອງຝ່າຍຍັງໄດ້ໂຕ້ແຍ້ງກັນ ກ່ຽວກັບການຮຽກຮ້ອງຂອງແຄນເບີຣາ ສໍາລັບການກວດຫາຈຸດເລີ້ມຕົ້ນການລະບາດຂອງພະຍາດໂຄວິດ-19, ເຊິ່ງມີການກວດພົບຄັ້ງທໍາອິດຢູ່ໃນປະເທດ ຈີນ.

ນັກວິເຄາະກ່າວວ່າ ຈີນ ມີຄວາມພະຍາຍາມທີ່ຈະລົງໂທດລັດຖະບານແຄນເບີ ຣາ ດ້ວຍຂໍ້ຈໍາກັດຕ່າງໆຫຼາຍດ້ານ ກ່ຽວກັບສິນຄ້າທາງດ້ານອຸປະໂພກ ແລະບໍລິໂພກຂອງອອສເຕຣເລຍ.

ລັດຖະບານປັກກິ່ງໄດ້ກ່າວຫາອອສເຕຣເລຍວ່າ ເປັນໂຣກປະສາດ “ທີ່ຕໍ່ຕ້ານ ຈີນ.”

ລັດຖະບານພັກແຮງງານທີ່ໄດ້ຮັບການເລືອກຕັ້ງໃນນະຄອນຫຼວງແຄນເບີຣາເມື່ອບໍ່ດົນມານີ້ກ່າວວ່າ ມັນເປັນພາລະກິດຂອງພວກເຂົາເຈົ້າທີ່ຈະຟື້ນຟູຄວາມສໍາພັນທີ່ແຕກຫັກດັ່ງກ່າວມານັ້ນ ກັບ ຈີນ, ແຕ່ບັນດາຜູ້ຊ່ຽວຊານກ່າວວ່າ ຄວາມເຄັ່ງຕຶງຕ່າງໆກ່ຽວກັບໄຕ້ຫວັນ ໄດ້ສະແດງໃຫ້ເຫັນວ່າ ມັນຈະເປັນການດໍາເນີນງານທີ່ລະອຽດອ່ອນ.

Australia says its defense force must be “as potent as possible” as China intensifies its military drills near Taiwan. Speaking on Tuesday, Australian Defense Minister Richard Marles said Beijing’s military buildup was of “enormous” concern and has shaped the strategic circumstances of the region. From Sydney, Phil Mercer reports.

Australia is calling for calm and a return to “normality” around the Taiwan Strait.

Tensions have escalated since U.S. House Speaker Nancy Pelosi’s visit last week to Taiwan, an island China claims as its own.

In response, Beijing has launched drills in the Taiwan Strait, deploying jets and warships, and firing several ballistic missiles.

Australia’s acting prime minister, Richard Marles, who is also the defense minister, said Tuesday that China’s military activities were of “significant” concern.

At the weekend, Australia joined the United States and Japan to condemn the escalation in tensions. But Beijing insisted it was the “victim” of diplomatic bullying.

Last week, Australia announced a review of its military capabilities for the next decade.

Marles told the Australian Broadcasting Corp. that China’s growing assertiveness has become an immense security and political challenge for the Canberra government and its allies.

“It is the single biggest fact(or) which shapes the strategic environment of our region, arguably the world. It is certainly one of the key fact(ors) in shaping Australia’s strategic circumstances and it is why we need to make sure that we are building a defense force which is as capable as possible, which is as potent as possible so that we can keep Australians safe.”

Australia has a One China policy that does not support Taiwanese independence. Officials have said that Canberra does not back “any unilateral action on either side of the Taiwan Strait, which would change the status quo.”

Tensions over Taiwan join a long list of disputes and grievances that have unsettled Australia’s relationship with its biggest trading partner.

There have been allegations of Chinese interference in Australian affairs, concerns about democracy in Hong Kong, and Beijing’s ambitions in the South China Sea and the Pacific. The two sides also have clashed over Canberra’s call for an inquiry into the origins of COVID-19, which was first detected in China.

Analysts have said China has sought to punish Canberra with a range of restrictions on Australian commodities.

Beijing has accused Australia of “anti-China” hysteria.

The recently elected Labor government in Canberra has said it was on a mission to repair its fractured ties with China, but experts have said that tensions over Taiwan have shown it will be a delicate process.