ກົດໝາຍໃໝ່ທີ່ຖືກອອກແບບມາເພື່ອຫຼີກລ້ຽງບໍ່ໃຫ້ເກີດການທຳລາຍສະຖານທີ່ບູຮານຂອງຊົນເຜົ່າພື້ນເມືອງຊ້ຳແລ້ວຊໍ້າອີກ ໂດຍບໍລິສັດ ຣີໂອ ທິນໂທ (Rio Tinto) ຍັກໃຫຍ່ດ້ານຊັບພະຍາກອນ ໄດ້ຖືກຍົກເລີກໂດຍລັດຖະບານຂອງລັດອອສເຕຣເລຍຕາເວັນຕົກ. ຟີລ ເມີຣ໌ເຊີ (Phil Mercer) ມີລາຍງານເລື້ອງນີ້ ຈາກນະຄອນ ຊິດນີ, ເຊິ່ງອາດນະສັກ ຈະນຳເອົາລາຍລະ ອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຮັບຟັງ ກ່ຽວກັບອອສເຕຣເລຍ ຍົກເລີກກົດໝາຍມໍລະດົກຂອງຄົນລູ້ນທຳອິດ ຫຼື First Nations ທີ່ມີຂໍ້ຂັດແຍ່ງກັນ
ສິລະປະ, ປະເພນີ ແລະ ເລື່ອງລາວຫຼາຍພັນປີໄດ້ສູນຫາຍໄປ ເມື່ອຖ້ຳຫີນ ພື້ນເມືອງຂອງຊົນເຜົ່າພື້ນເມືອງຖືກທຳລາຍໃນເດືອນພຶດສະພາ 2020 ເຊິ່ງ ເປັນສ່ວນໜຶ່ງຂອງໂຄງການແຮ່ເຫຼັກໃນເຂດ ພີລບາຣາ (Pilbara) ຂອງລັດ ອອສເຕຣເລຍຕາເວັນຕົກ.
ຈູແຄນ ກອຣຈ໌ (Juukan Gorge) ແມ່ນນຶ່ງໃນບັນດາສະຖານທີ່ບູຮານຄະດີ ຂອງຄົນລຸ້ນທຳອິດຫຼື First Nations ທີ່ສຳຄັນທີ່ສຸດຂອງອອສເຕຣເລຍ.
ຜູ້ນໍາຊົນເຜົ່າພື້ນເມືອງກ່າວວ່າພວກເຂົາໂສກເສົ້າເສຍໃຈຕໍ່ການສູນເສຍທີ່ຫນ້າ ເສົ້າສະຫຼົດໃຈ, ແລະການຢຽວຢາຈະເປັນໄປຢ່າງ "ຊ້າ ແລະເຈັບປວດ".
ບໍລິສັດຍັກໃຫຍ່ດ້ານຊັບພະຍາກອນ ຣີໂອ ທິນໂທ (Rio Tinto) ໄດ້ຮັບການ ອະນຸມັດຈາກລັດຖະບານໃຫ້ລະເບີດສະຖານທີ່ດັ່ງກ່າວ, ແຕ່ເຈົ້າຫນ້າທີ່ຂອງ ບໍລິສັດຍອມຮັບວ່າມັນເປັນ "ຄວາມຜິດພາດຢ່າງແທ້ຈິງ."
ກົດໝາຍມໍລະດົກຂອງລັດອອສເຕຣເລຍຕາເວັນຕົກ ໄດ້ຖືກປ່ຽນແປງ. ກົດໝາຍວ່າດ້ວຍມໍລະດົກທາງວັດທະນະທຳຂອງຊາວອະບໍຣິຈິນ ມີຜົນບັງຄັບໃຊ້ເມື່ອ 5 ອາທິດທີ່ຜ່ານມາ ແຕ່ປະຈຸບັນນີ້ໄດ້ຖືກຍົກເລີກໂດຍລັດຖະບານຂອງລັດແລ້ວ.
ເຈົ້າໜ້າທີ່ໄດ້ຍອມຮັບວ່າກົດໝາຍດັ່ງກ່າວມີຄວາມສັບສົນແລະແບ່ງແຍກ. ຊາວກະສິກອນໄດ້ປະນາມມາດຕະການທີ່ກຳນົດໃຫ້ເຈົ້າຂອງທີ່ດິນທີ່ຕ້ອງການ ພັດທະນາຊັບສິນຂອງພວກເຂົາ ຕ້ອງຈັດລະບຽບ ແລະຈ່າຍເງິນຄ່າສໍາຫຼວດ ເພື່ອຮັບປະກັນວ່າມໍລະດົກຂອງຊາວອະບໍຣິຈິນ ຈະບໍ່ໄດ້ຮັບຄວາມເສຍຫາຍ.
ນາຍົກລັດຖະມົນຕີລັດອອສເຕຣເລຍຕາເວັນຕົກ ທ່ານ ໂຣເຈີຣ໌ ຄຸກ (Roger Cook) ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້ວ່າ ກົດໝາຍສະບັບໃໝ່ມີຂໍ້ບົກພ່ອງ, ທ່ານໄດ້ກ່າວວ່າ:
"ໂສກນາດຕະກຳຢູ່ທີ ຈູຈູແຄນ ກອຣຈ໌ (Juukan Gorge) ແມ່ນຄວາມອັບ ອາຍໄປທົ່ວໂລກສໍາລັບອອສເຕຣເລຍ. ຕ້ອງໄດ້ດຳເນີນການບາງສິ່ງບາງຢ່າງ. ບໍ່ມີໃຜສາມາດໂຕ້ຖຽງກັບເລື່ອງນັ້ນ, ແຕ່ການຕອບສະໜອງທາງດ້ານກົດໝາຍ ຂອງພວກເຮົານັ້ນຜິດພາດ. ເວົ້າງ່າຍໆກໍ່ຄື, ກົດຫມາຍໄດ້ໄປໄກເກີນໄປ, ມີເຂັ້ມງວດເກີນໄປ, ຊັບຊ້ອນເກີນໄປ ແລະກຳນົດພາລະທີ່ບໍ່ຈໍາເປັນໃຫ້ແກ່ເຈົ້າ ຂອງຊັບສິນໃນລັດອອສເຕຣເລຍຕາເວັນຕົກທຸກໆວັນ.”
ເຈົ້າຂອງເຂດ ຈູແຄນ ກອຣຈ໌ (Juukan Gorge) ເຊິ່ງເປັນຊົນເຜົ່າພື້ນເມືອງ ກ່າວວ່າພວກເຂົາຮູ້ສຶກຖືກທໍລະຍົດໂດຍການຍົກເລີກກົດຫມາຍ, ແລະພວກເຂົາ ສູນເສຍຄວາມເຊື່ອໝັ້ນໃນຄວາມສາມາດຂອງລັດຖະບານໃນການປົກປ້ອງສະ ຖານທີ່ທີ່ສໍາຄັນທາງດ້ານວັດທະນະທໍາ.
ກົດໝາຍມໍລະດົກທີ່ມີມາແຕ່ຕົ້ນຊຸມປີ 1970 ໄດ້ຮັບການຟື້ນຟູຄືນໃໝ່ໃນພາກຕາເວັນຕົກຂອງອອສເຕຣເລຍ ໂດຍມີການດັດແກ້ບາງສ່ວນ, ເຊິ່ງລັດຖະບານເຊື່ອວ່າຈະປ້ອງກັນໄພພິບັດອື່ນທີ່ຄ້າຍຄືກັບກໍລະນີ ຈູແຄນ ກອຣຈ໌ (Juukan Gorge). ກຸ່ມຊາວອະບໍຣິຈິນ ຈະໄດ້ຮັບອະນຸຍາດໃຫ້ຍື່ນອຸທອນຕໍ່ການອະນຸມັດ ການພັດທະນາໃດກໍ່ຕາມ ທີ່ເຂົາເຈົ້າເຊື່ອວ່າເປັນອັນຕະລາຍຕໍ່ສະຖານທີ່ສັກສິດ.
ການຕັ້ງຖິ່ນຖານຂອງຊາວພື້ນເມືອງຂອງອອສເຕຣເລຍ ມີມາປະມານ 65,000 ປີ. ປະຫວັດສາດອັນຍາວນານນີ້ ໄດ້ຖືກບັນທຶກໄວ້ໃນເພງບູຮານ, ນິທານ, ການເຕັ້ນລຳ ແລະສິລະປະ.
ຊົນຊາດທຳອິດຖືວ່າແຜ່ນດິນນີ້ເປັນຕົ້ນກຳເນີດຂອງການສ້າງສັນ, ເຊິ່ງເຊື່ອມໂຍງຊາວອອສເຕຣເລຍດັ້ງເດີມ (ຊາວອະບໍຣິຈິນ) ກັບອາດີດ, ປະຈຸບັນ ແລະອະນາຄົດ.