ນັກຂຽນຊາວອອສເຕຣເລຍເຊື້ອສາຍຈີນ ທ່ານຢາງ ເຮັງຈຸນ ທີ່ຖືກຈັບ ແລະຖືກກ່າວຫາວ່າ ດໍາເນີນການສອດແນມ ເມື່ອ 5 ປີກ່ອນ, ໄດ້ຖືກຕັດສິນລໍຖ້າໂທດປະຫານຊີວິດ ໂດຍສານຂອງຈີນ.
ລັດຖະມົນຕີການຕ່າງປະເທດອອສເຕຣເລຍ ທ່ານນາງເພັນນີ ວອງ ກ່າວວ່າ ການຕັດສິນຂອງສານຈີນແມ່ນ "ເປັນທີ່ໜ້າກັງວົນໃຈ" ແລະ "ເປັນຕາຢ້ານ." ທ່ານນາງກ່າວວ່າ ທ່ານນາງໄດ້ຮຽກໂຕເອກອັກຄະລັດຖະທູດຈີນ ປະຈຳນະ ຄອນຫຼວງແຄນເບີຣາເຂົ້າພົບ ເພື່ອໃຫ້ຄຳອະທິບາຍ.
ແຟ້ມຮູບ-ຮູບທີ່ບໍ່ໄດ້ລະບຸວັນທີນີ້ ໄດ້ຮັບການເຜີຍແຜ່ໂດຍ Chongyi Feng ສະແດງໃຫ້ເຫັນ ທ່ານຢາງ ເຮັງຈຸນ ແລະ ພັນລະຍາຂອງທ່ານ ນາງຢວນ ຊຽວລຽງ (Yuan Xiaoliang). ອອສເຕຣເລຍກ່າວວ່າ ຕົນກັງວົນໃຈທີ່ລະງັບໂທດປະຫານຊີວິດຂອງຈີນ ຕໍ່ນັກຂຽນຂ່າວອອນລາຍ ແລະປະຊາທິປະໄຕ ທ່ານຢາງ ເຮັງຈຸນ.
ບັນດາເຈົ້າໜ້າທີ່ອອສເຕຣເລຍກ່າວວ່າ ການຕັດສິນໂທດປະຫານຊີວິດ ຕໍ່ນັກຂຽນ ແລະນັກເຄື່ອນໄຫວ, ອາດຈະຖືກຜ່ອນໂທດລົງມາເປັນຈຳຄຸກຕະຫຼອດຊີວິດ ຫຼັງຈາກໄດ້ຮັບໂທດສອງປີ ເນື່ອງຈາກມີການປະພຶດທີ່ດີ.
ທ່ານຢາງ, ຜູ້ທີ່ຂຽນຂ່າວທາງອອນລາຍກ່ຽວກັບກິດຈະການປະຊາທິປະໄຕແລະ ວຽກງານຂອງຈີນ, ໄດ້ປະຕິເສດສະເຫມີມາ ຕໍ່ຂໍ້ກ່າວຫາກ່ຽວກັບການຈາລະກໍາ, ການກ່າວຫາທີ່ສະເພາະເຈາະຈົງຕໍ່ທ່ານນັ້ນ ບໍ່ໄດ້ຖືກເປີດເຜີຍຕໍ່ສັງຄົມຮັບຮູ້.
ຊາວອອສເຕຣເລຍເຊື້ອສາຍຈີນຄົນນີ້ ປະຕິເສດວ່າ ບໍ່ໄດ້ເຮັດວຽກເປັນສາຍລັບຂອງອອສເຕຣເລຍ ຫຼື ສະຫະລັດ.