ລັດຖະບານ ທີ່ເປັນກາງອ່ຽງຊ້າຍ ຂອງອອສເຕຣເລຍ ປະກາດກົດໝາຍໃໝ່ ເພື່ອຫຼຸດຜ່ອນການປ່ອຍອາຍພິດ

  • ຟີລ ເມີຣເຊີ

ແຟ້ມພາບ-ອາຍຄັວນ ທີ່ປິວອອກຈາກໂຮງພະລັງງານ Liddell ໃກ້ກັບ Muswellbrook, ປະມານ170 ກິໂລແມັດ ໄປທາງທິດເໜືອ ຂອງນະຄອນຊິດນີ, ວັນທີ 2 ພະຈິກ 2011.

ລັດຖະບານເປັນກາງອ່ຽງຊ້າຍຂອງອອສເຕຣເລຍ, ໃນວັນຈັນວານນີ້ ໄດ້ຮັບການສະໜັບສະໜຸນຈາກລັດຖະສະພາ ທີ່​ມີຄວາມຈໍາເປັນໃນ​ຈັດ​ຕັ້ງ​ປະ​ຕິ​ບັດ ນະໂຍບາຍທີ່ສໍາຄັນເພື່ອ​ຮັບ​ມື​ກັບການປ່ຽນແປງຂອງສະພາບອາກາດ. ຮ່າງກົດໝາຍວ່າດ້ວຍການຫຼຸດການປ່ອຍອາຍພິດ ແມ່ນປັດ​ໄຈຫຼັກສໍາລັບຄໍາໝັ້ນສັນຍາຂອງພັກແຮງງານ ເພື່ອຈໍາກັດຂອບເຂດຂອງການປ່ອຍອາຍພິດຄາບອນລົງໃຫ້ໄດ້ 43 ເປີເຊັນ ພາຍໃນປີ 2030 ແລະມີການຄາດການວ່າ ຈະ​ເລີ້ມມີຜົນບັງ ຄັບໃຊ້ ພາຍໃນວັນທີ 1 ກໍລະກົດ ທີ່ຈະມາເຖິງນີ້. ຟີລ ເມີເຊີ ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຮັບຟັງລາຍງານກ່ຽວກັບ ການປະຕິຮູບຮ່າງກົດໝາຍໃໝ່ ຂອງລັດຖະບານເປັນກາງອ່ຽງຊ້າຍ ເພື່ອຫຼຸດຜ່ອນການປ່ອຍອາຍພິດ

ນາຍົກລັດຖະມົນຕີຂອງອອສເຕຣເລຍ ທ່ານແອນໂທນີ ອາລບານີສ ປະກາດ ກົດໝາຍສະບັບໃໝ່ ກ່ຽວກັບການປ່ຽນແປງທາງສະພາບອາກາດ ໂດຍລັດຖະບານຂອງທ່ານ.

ພວກເຂົາເຈົ້າ ຈະດໍາເນີນການປະຕິຮູບໃນສິ່ງທີ່ຮ້ອງວ່າ ກົນໄກສໍາລັບການປ້ອງກັນ, ໂດຍກົດເກນດັ່ງກ່າວນີ້ ແມ່ນມີມາຕັ້ງແຕ່ປີ 2016, ເຊິ່ງເປັນຄວາມພະຍາຍາມໃນການຈໍາກັດການປ່ອຍອາຍພິດ ຈາກບັນດາຜູ້ສ້າງມົນລະພິດທີ່ໃຫຍ່ທີ່ສຸດຂອງປະເທດອອສເຕຣເລຍ, ເຊິ່ງລວມມີຫຼາຍກວ່າ 200 ຂະແໜງການ ທີ່ລວມມີໂຮງກັ່ນນໍ້າມັນ, ອາຍແກສ ແລະບໍລິສັດການຜະລິດຕ່າງໆ.

ການປະຕິຮູບດັ່ງກ່າວຂອງລັດຖະບານ ຈະເຮັດໃຫ້ການດໍາເນີນງານ ກ່ຽວກັບການຫຼຸດອາຍພິດລົງມີຄວາມເຂັ້ມງວດຫຼາຍຂຶ້ນ, ແຕ່ຈະມີບາງຊ່ອງ​ທ​າງສໍາລັບ ຂະແໜງອຸດສາຫະກໍາການຄ້າຕ່າງໆ ເຊັ່ນການ​ນຳ​ໃຊ້ ອາຍແກສທໍາມະຊາດແຫຼວ.

ທ່ານອາລບານີສ ກ່າວໃນທວິດເຕີ້ວ່າ “ຫຼັງຈາກເສຍເວລາມາເປັນເວລາທົດສະວັດ, ມື້ນີ້ ເປັນເວລາທີ່ດີ ໃນການປະຕິບັດງານ ກ່ຽວກັບການປ່ຽນແປງ ຂອງສະພາບອາກາດ.”

ນັກວິເຄາະກ່າວວ່າ ຮ່າງກົດໝາຍດັ່ງກ່າວມານີ້ ແມ່ນກະແຈສໍາຄັນ ສໍາລັບເປົ້າໝາຍຂອງອອສເຕຣເລຍ ເພື່ອຫຼຸດການປ່ອຍອາຍພິດຄາບອນລົງ 43 ເປີເຊັນ ຈາກລະດັບໃນປີ 2005 ພາຍໃນປີ 2030 ແລະບັນລຸການປ່ອຍອາຍພິດລົງມາເປັນສູນພາຍໃນປີ 2050.

ເພື່ອໃຫ້ຜ່ານສະ​ພາສູງຂອງອອສເຕຣເລຍ ແລະກາຍ​ເປັນກົດໝາຍໄດ້, ການປະຕິຮູບກົດໝາຍຂອງທ່ານອາລບານີສ ຕ້ອງໄດ້ຮັບການສະໜັບສະໜຸນຈາກພັກສີ​ຂຽວ ຫຼືກຣີນສ໌ພາ​ຕີ ເຊິ່ງເປັນພັກ​ນ້ອຍ​ໆທີ່ເອົາໃຈໃສ່ກ່ຽວກັບສິ່ງແວດລ້ອມໂດຍກົງ.

ພັກກຣີນສ໌ ຈະ​ໃຫ້​ການ​ສະ​ໜັບ​ສະ​ໜຸນຕໍ່ຮ່າງກົດໝາຍດັ່ງກ່າວ ຂອງທ່ານອາລບານີສ, ແຕ່ຍັງຄົງຢືນຢັນວ່າ ຖ່ານຫິນ ແລະອາຍແກສ “ແມ່ນສາເຫດຫຼັກ ທີ່ສົ່ງຜົນກະທົບ ຕໍ່ວິກິດການທາງສະພາບອາກາດ.”

ຜູ້ນໍາຂອງພັກກຣີນສ໌ ທ່ານອາດາມ ບັນທ໌ (Adam Bundt) ກ່າວວ່າ ພັກຂອງທ່ານ ໄດ້ນຳ​ສະ​ເໜີ​ບົດແກ້ໄຂ​ຕໍ່ຮ່າງກົດໝາຍສະ​ບັບໃໝ່ ທີ່ຈະວາງຂໍ້ຈໍາກັດທີ່ເຂັ້ມງວດຂຶ້ນກວ່າເກົ່າ ເພື່ອເປັນກົດຂໍ້ບັງຄັບໃຫ້ແກ່ບັນດາບໍລິສັດຕ່າງໆຕັດການປ່ອຍອາຍພິດລົງ ເຊັ່ນດຽວກັບຄວາມເຊື່ອຖືໃນການຊື້ທາດຄາບອນ ເພື່ອຊົດເຊີຍຕໍ່ການປ່ອຍອາຍພິດຂອງພວກເຂົາເຈົ້າ.

ທ່ານບັນທ໌ ບອກກັບບັນດານັກຂ່າວໃນນະຄອນຫຼວງແຄນເບີຣາໃນມື້ວັນຈັນວານນີ້ວ່າ ຈໍາເປັນຕ້ອງມີການດໍາເນີນງານຫຼາຍກວ່ານີ້ ເພື່ອຍຸຕິບັນດາໂຄງການໃໝ່ໆ ທີ່ນໍາໃຊ້ເຊື້ອໄຟຈາກຊາກສັດດຶກດໍາບັນ ໃນປະເທດອອສເຕຣເລຍ, ເຊິ່ງ ທ່ານ ບັນທ໌ ໄດ້ກ່າວວ່າ:

“ພວກເຮົາໄດ້ຍຸຕິບັນດາໂຄງການຕ່າງໆເຫຼົ່ານັ້ນ ໄດ້ປະມານເຄິ່ງນຶ່ງຂອງ 116 ໂຄງການໃໝ່ທີ່ກໍາລັງເລີ້ມຕົ້ນໂຄງການໃນອີກບໍ່ດົນ ເນື່ອງຈາກວ່າ ພວກເຂົາເຈົ້າບໍ່ສາມາດປະຕິບັດຕາມນະໂຍບາຍມົນລະພິດທີ່ເຂັ້ມງວດໄດ້. ນັ້ນແມ່ນການຄາດການໃນເບື້ອງຕົ້ນຂອງພວກເຮົາ ກ່ຽວກັບວ່າ ອາຍພິດຕ່າງໆທັງຫຼາຍເຫຼົ່ານັ້ນ ຖືກປ້ອງກັນໄດ້ຫຼາຍປານໃດ ສໍາລັບສິ່ງທີ່ພັກກຣີນສ໌ ໄດ້ໃຫ້ການຮັບ ຮອງ. ແຕ່ວ່າ ຍັງມີອີກຫຼາຍສິ່ງທີ່ຈະຕ້ອງໄດ້ດໍາເນີນການຕໍ່ໄປ.”

ທ່ານອາລບານີສ ໄດ້ກ່າວໃນກ່ອນໜ້ານັ້ນວ່າ ອາຍແກສຈະຊ່ວຍໃຫ້ການປ່ຽນ ແປງ ໄປສູ່ການນໍາໃຊ້ແຫຼ່ງພະລັງງານທາງ​ເລືອກ ຂອງອອສເຕຣເລຍນັ້ນ “ມີຄວາມສະດວຍສະບາຍ” ຫຼາຍຂຶ້ນ.

ຖ່ານຫິນ ແລະອາຍແກສ ຍັງຄົງເປັນບ່ອນຜະລິດກະແສໄຟຟ້າ ທີ່ສໍາຄັນຂອງປະເທດອອສເຕຣເລຍ ແລະເຊື້ອໄຟຈາກຊາກສັດ ແລະຊາກພືດດຶກດໍາບັນ ທີ່ຍັງຄົງແມ່ນອຸດສາຫະກໍາການສົ່ງອອກຂະໜາດໃຫຍ່.

ຢ່າງໃດກໍຕາມ, ບັນດາຜູ້ປຸກ​ລະ​ດົມເຊື່ອວ່າ ອອສເຕຣເລຍສາມາດເປັນປະເທດມະຫາອໍານາດທາງດ້ານພະລັງງານສີຂຽວ. ອອສເຕຣເລຍ ເປັນປະເທດທີ່ມີການໃຊ້ພະລັງງານແສງອາທິດ ທີ່ສູງທີ່ສຸດໃນໂລກ, ນຶ່ງສ່ວນສາມຂອງບັນດາບ້ານເຮືອນໃນປະເທດແຫ່ງນີ້ ມີແຜງພະລັງງານແສງອາທິດຢູ່ເທິງຫຼັງຄາ ທີ່ປ່ຽນແສງແດດໃຫ້ກາຍມາເປັນກະແສໄຟຟ້າ.

ອອສເຕຣເລຍ ເປັນປະເທດທີ່ຜະ​ລິດອາຍພິດເຮືອນແກ້ວ ຄິດເປັນປະລິມານ​ສະ​ເລ່ຍຕໍ່ຫົວຄົນສູງທີ່ສຸດ. ບັນດານັກວິທະຍາສາດ ໄດ້ມີການເຕືອນຊໍ້າແລ້ວຊໍ້າອີກວ່າ ຖ້າປະເທດດັ່ງກ່າວຫາກບໍ່ປະສົບຜົນສໍາເລັດໃນການວາງຂໍ້ຈໍາກັດການປ່ອຍອາຍພິດລົງ ອອສເຕຣເລຍ ກໍຈະມີຄວາມສ່ຽງຕໍ່ໄພແຫ້ງແລ້ງ, ໄຟປ່າ ແລະໄພນໍ້າຖ້ວມຮຸນແຮງຂຶ້ນ.

ອ່ານບົດລາຍງານນີ້ເປັນພາສາອັງກິດ